spot_img
Homeຄົມຄິດຄົມຄົນການງຽບເປັນ ມັນບໍ່ໄດ້ໝາຍເຖິງວ່າເຮົາໂງ່ດອກ

ການງຽບເປັນ ມັນບໍ່ໄດ້ໝາຍເຖິງວ່າເຮົາໂງ່ດອກ

Published on

• ມະນຸດເປັນສັດສັງຄົມ ເຮົາຢູ່ກັນເປັນໝູ່ເປັນກຸ່ມ
ຖ້າບໍ່ມີໃຜຮັບຟັງ ບໍ່ໃສ່ໃຈຄວາມຮູ້ສຶກກັນແລະກັນ
ແລ້ວມັນຈະຢູ່ຮ່ວມກັນໄດ້ຈັ່ງໃດ໋?

ພຸດທະສາສະໜາວ່າ “ອັຕຕານັງ ອຸປະມັງ ກະເຣ” ເອົາໃຈເຂົາມາໃສ່ໃຈເຮົາ
ຄຶດເຖິງໃຈຜູ່ອື່ນ ຮັບຟັງຄວາມຮູ້ສຶກຂອງຜູ່ອື່ນໄວ້ນຳ
ຖ້າມັນເຮັດໃຫ້ຄົນອື່ນເດືອດຮ້ອນ ກໍ່ຄວນຮັບຟັງກັນແດ່
ແຕ່ຖ້າມັນເປັນສິ່ງທີ່ດີ ອັນນີ້ກໍ່ພິຈາລະນາເຮັດໄປໃຫ້ເໝາະສົມ

ການງຽບເປັນ ມັນບໍ່ໄດ້ໝາຍເຖິງວ່າເຮົາໂງ່ດອກ
ແຕ່ການເປັນຄົນງຽບບໍ່ເປັນຕ່າງຫາກ ທີ່ມັນສະແດງອອກເຖິງຄວາມບໍ່ສະຫຼາດ
ນັກປຣາຊະຍາທັງຫລາຍ ເວົ້າເປັນແລະນິ້ງເປັນ
ຮູ້ເວລາທີ່ຈະເວົ້າ ຮູ້ວິທີໃນການເວົ້າ ແລະ ຮູ້ຈັກງຽບ ຮູ້ຮັບຟັງ

: ຢ່າເປັນຄົນໃຈປິດ ຢ່າມັກຄິດໄປເອງ
ຈະເຣີນທັມ// ສັກຂີທັມມິກະພິກຂຸ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...