spot_img
Homeຂ່າວຕ່າງປະເທດເຜີຍ​ປີ​ທີ່​ຜ່ານ​ມາ ຊາວ​ຈີນ​ເປັນ​ຊາວ​ຕ່າງປ​ະ​ເທດ​ທີ່​ຊື້​ເຮືອນ​ໃນ​ສະຫະລັດ​ຫຼາຍ​ທີ່​ສຸດ

ເຜີຍ​ປີ​ທີ່​ຜ່ານ​ມາ ຊາວ​ຈີນ​ເປັນ​ຊາວ​ຕ່າງປ​ະ​ເທດ​ທີ່​ຊື້​ເຮືອນ​ໃນ​ສະຫະລັດ​ຫຼາຍ​ທີ່​ສຸດ

Published on

ຜົນ​ການ​ສຶກສາ​ຂອງ​ສະມາຄົມ​ອາຊີ ​ແລະ ກຸ່ມ​ທີ່​ປຶກສາ​ໂຮ​ເຊັນ​ລະບຸ​ວ່າ ປີ​ທີ່​ຜ່ານ​ມາ​ຊາວ​ຈີນ​ເປັນ​ຊາວ​ຕ່າ​ງປະ​ເທດ​ທີ່​ຊື້​ເຮືອນ​ໃນ​ສະຫະລັດ​ລາຍ​ໃຫຍ່​ທີ່​ສຸດ ​ໂດຍ​ໄດ້​ເງິນ​ທຶນຈຳນວນ​ຫຼາຍຊື້​ອະສັງຫາລິມະ​ຊັບ​ໃນ​ສະຫະລັດ​ເປັນ​ສິນ​ຊັບ​ປອດ​ໄພ​ນອກ​ປະ​ເທດ.

ຜົນ​ການ​ສຶກສາ​ພົບ​ວ່າ ຊ່ວງ 5 ປີ​ທີ່​ຜ່ານ​ມາ ຊາວ​ຈີນ​ລົງທຶນ​ຊື້​ອະສັງຫາລິມະ​ຊັບ​ທັງ​ທີ່​ພັກ​ອາ​ໄສ ​ແລະ ດ້ານ​ການ​ຄ້າ​ໃນ​ສະຫະລັດ​ລວມ​ກວ່າ 110.000 ລ້ານ​ໂດ​ລາ​ສະຫະລັດ ​ແລ້ວ​ ຊ່ວຍ​ໃຫ້​ຕະຫຼາດ​ອະ​ສັງຫາລິມະ​ຊັບ​ຂອງ​ສະຫະລັດ​ຟື້ນຕົວ​ຈາກພາວະ​ຕົກ​ຕໍ່າ​ທີ່​ເລີ່​ມຕັ້ງ​ແຕ່​ປີ 2006 ​ແລະ ທະລຸ​ລົງ​ເມື່ອ​​ເກີດ​ວິ​ກິດ​ການ​ເງິນ​ໂລກ​ໃນ​ອີກ 2 ປີຖັດມາ ​ເຖິງ​ວ່າ​ທາງ​ການ​ຈີນ​ຄວບ​ຄຸມ​ກະ​ແສ​ເງິນສົດ​ໄຫຼ​ອອກ​ນອກ​ປະ​ເທດ ​ແຕ່​ຄາດ​ວ່າ​​ໄລຍະ​ເຄິ່ງຫຼັງ​ຂອງ​ທົດ​ສະ​ວັດ​ນີ້​ຍອດ​ເງິນ​ລົງທຶນ​ດັ່ງ​ກ່າວ​ຈະ​ເພີ່ມ​ຂຶ້ນ​ສອງ​ເທົ່າ​ເປັນ 218.000 ລ້ານ​ໂດ​ລາ​ສະຫະລັດ ການ​ລົງທຶນ​ຂອງ​ຊາວ​ຈີນ​ມີ​ປະລິມານ​ສູງ ​ແລະ ກວມ​ລວມອະສັງຫາລິມະ​ຊັບ​ທຸ​ກປະ​ເພດ.

ຜົນ​ການ​ສຶກສາລະ​ບຸ​ວ່າ ຊາວ​ຈີນ​ທຸ່ມ​ຊື້​ອະສັງຫາລິມະ​ຊັບ​ໃນ​ສະຫະລັດ​ຫຼາຍ​ທີ່​ສຸດ​ໃນ​ປີ​ທີ່​ຜ່ານ​ມາ ​ແລະ ​​ໂຄ່ນ​ລົ້ມ​ຊາວ​ກາ​ນາ​ດາ​ເຈົ້າ​ຂອງ​ຕຳ​ແໜ່​ງຊາວ​ຕ່າງປະ​ເທດ​ທີ່​ຊື້​ເຮືອນ​ໃນ​ສະຫະລັດ​ຫຼາຍທີ່​ສຸດ​ມາ​ໂດ​ຍຕະຫຼອດ ບໍລິເວນ​ທີ່​ຊາວ​ຈີນ​ຊື້​ຫຼາຍ​ທີ່​ສຸດ​ເປັນ​ບ່ອນ​ທີ່​ມີ​ລາຄາ​ແພງ​ທີ່​ສຸດ​ມີ ​ ​ນິວຢອກ, ລອສ​ແອນ​ເຈ​ລິ​ສ, ຊານ​ຟຣານຊິ​ສ​ໂກ ​ແລະ ຊີ​ແອດ​ເທິລ ນອກຈາກ​ນີ້ ຍັງ​ຊື້​ໃນ​ແຖວ​ເມືອງ​ຊິ​ຄາ​ໂກ ​ເມືອງ​ໄມ​​ແອ​ມີ ​ແລະ ​​ລາສ​ເວີ​ກັສນຳ ​ເຮັດ​ໃຫ້​​ເຮືອນ​ທີ່​ຊາວ​ຈີນ​ຊື້​ມີ​ລາ​ຄາ​ສະ​ເລ່ຍ​ແພງ​ກວ່າ​ຊາວ​ຕ່າ​ງປະເທດ​ທັງ​ໝົດ​ທີ່ 832.000 ​ໂດ​ລາ​ສະຫະລັດ ຕໍ່ 499.600 ​ໂດ​ລາ​ສະຫະລັດ ຜູ້​ຊື້​ຊາວ​ຈີນ​ສ່ວນ​ໃຫຍ່​ເປັນ​ບຸກຄົນ ບໍ່​ແມ່ນ​ບໍລິ​ສັດ ສາ​ເຫດ​ທີ່​ຕັດສິນ​ໃຈ​ຊື້​ມີ​ຫຼາກ​ຫຼາຍ ມີ​ທັງ​ຊື້​ເປັນ​ແບບ​ຫຼັງ​ທີ 2 ຊື້​ເພື່ອ​ໃຫ້​ໄດ້​ຍ້າຍ​ມາ​ຢູ່​ໃນ​ສະຫະລັດ​ດ້ວຍ​ວິຊາ​ນັກ​ລົງທຶນ​ປະ​ເພດ  EB-5 ຊື້​ເພື່ອ​ລົງທຶນ​ໄວ້​ປ່ອຍ​ເຊົ່າ ຫຼື ຂາ​ຍຕໍ່ ສ່ວນ​ປີ​ທີ່​ຜ່ານ​ມາ​ປັ​ດ​ໄຈ​ຫຼັກ​ມາ​ຈາກ​ຄວາມ​ກັງວົນ​ເລື່ອງ​ຄ່າ​ເງິນ​ຢວນອ່ອນ​ຄ່າ​ຕໍ່​ເນື່ອງ ຈິ່ງ​ຕ້ອງການ​ປ່ຽນ​ໄປ​ເປັນ​ສິນ​ຊັບ​ສະກຸນ​ເງິນ​ໂດ​ລາ​ສະຫະລັດ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...