Homeສຸຂະພາບ ແລະ ສີ່ງແວດລ້ອມ3 ສະໝຸນໄພຮັກສາອາການລົງຂາວຂອງແມ່ຍິງ

3 ສະໝຸນໄພຮັກສາອາການລົງຂາວຂອງແມ່ຍິງ

Published on

ສຳລັບສາວໆທີ່ມີອາການລົງຂາວໃນລັກສະນະເປັນເໝືອກຂາວຂຸ່ນ ຫຼື ອາດມີສີເຫຼືອງຂຸ່່ນ, ຂຽວຂຸ່ນ ໄຫລອອກມາຈາກຊ່ອງຄອດ ໂດຍອາດມີກິ່ນຕຸໆຮ່ວມມານຳ ແຖມຍັງຮູ້ສຶກຄັນໆນຳອີກ ເຊິ່ງມັນເຮັດໃຫ້ແມ່ຍິງຂາດຄວາມໝັ້ນໃຈສຸດໆເລີຍ ວັນນີ້ ເຮົາເລີຍນຳ 3 ສະໝຸນໄພມາໃຫ້ສາວຄົນໃດທີ່ກຳລັງພົບບັນຫານີ້ໄດ້ເລືອກລອງກິນເບິ່ງ ເຊິ່ງຈະມີຫຍັງແນ່ເຮົາມາຮູ້ກັນເລີຍ

whanchukmodlook

1. ຫວ່ານຊັກມົດລູກ ເຊິ່ງນັບວ່າເປັນຍອດແຫ່ງສະໝູນໄພຂອງແມ່ຍິງ ເຊິ່ງທ່ານສາມາດຊື້ຜະລິດຕະພັນຫວ່ານຊັກມົດລູກຕາມຮ້ານຂາຍຢາມາກິນກໍ່ໄດ້ ຫຼື ຖ້າປູກໄວ້ຢູ່ເຮືອນກໍ່ສາມາດນຳຫວ່ານນີ້ ມາຊອຍເປັນປ່ຽງ 7 ປ່ຽງ ແລ້ວຕົ້ມນ້ຳກິນເປັນປະຈຳອາການລົງຂາວ ຫຼື ບັນຫາກ່ຽວກັບແມ່ຍິງຈະຫາຍໄປທັນທີ

3.1

2. ຢານາງ ນຳໃບຢານາງມາຄັ້ນເອົາແຕ່ນ້ຳ ແລ້ວດື່ມຕອນທ້ອງວ່າງ ຫຼື ກ່ອນອາຫານວັນລະ 2-3 ຄັ້ງ ຈະຊ່ວຍຂັບສານພິດ ຫລຸດອາການລົງຂາວ ແລະ ຊ່ວຍຫລຸດອາການອັກເສບພາຍໃນຊ່ອງຄອດໄດ້

13nov'10,thunbergia grandiflora ls

3. ຣາງຈືດ ໂດຍນຳເອົາເຄືອ, ຮາກ ແລະ ໃບ ມາລ້າງໃຫ້ສະອາດ ຈາກນັ້ນກໍ່ເອົາມາຕຳແລ້ວຕອງເອົາແຕ່ນ້ຳ ແລ້ວນຳນ້ຳທີ່ໄດ້ໄປຕົ້ມດື່ມ ເປັນປະຈຳ ຈະຊ່ວຍຫລຸດເຊື້ອຣາໃນຊ່ອງຄອດໄດ້ດີ ແລະ ຍັງຊ່ວຍແກ້ອາການເຈັບປະຈຳເດືອນມາບໍ່ປົກກະຕິໄດ້ອີກ ແຖມຍັງບຳລຸງຜິວພັນໃຫ້ສົດໃສໄດ້ອີກດ້ວຍ

 

ທີ່ມາ: http://www.pikool.com/

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...