Homeສຸຂະພາບ ແລະ ສີ່ງແວດລ້ອມມາຮູ້ຈັກໂຣກຄວາມດັນຕ່ຳ, ວິທີດູແລຕົວເອງ ແລະ ສະໝຸນໄພຮັກສາ

ມາຮູ້ຈັກໂຣກຄວາມດັນຕ່ຳ, ວິທີດູແລຕົວເອງ ແລະ ສະໝຸນໄພຮັກສາ

Published on

ສຸຂະພາບກັບລາວໂພສຕ໌ວັນນີ້ ເຮົາຈະມາເວົ້າເຖິງ ໂຣກຄວາມດັນຕ່ຳ ເຊິ່ງໂຣກນີ້ເປັນອີກໂຣກໜຶ່ງທີ່ພົບຫຼາຍໃນຄົນລາວ ແລະ ຄົນເກືອບທຸກໄວອາຍຸທີ່ສາມາດເປັນໂຣກນີ້ໄດ້ ແລະ ວັນນີ້ເຮົາຈະພາທຸກທ່ານມາຮູ້ກ່ຽວກັບໂຣກນີ້ກັນ

ໂຣກຄວາມດັນຕ່ຳອາດກ່າວໄດ້ວ່າເປັນພາວະອາການທີ່ບໍ່ແມ່ນໂຣກພະຍາດ ແລະ ຍັງບໍ່ຮູ້ສາເຫດທີ່ແນ່ນອນ ໂດຍອາດເກີດຈາກຜູ້ກ່ຽວ ເປັນພະຍາດອື່ນເຊັ່ນ: ໂຣກຫົວໃຈ, ພາວະຂາດນ້ຳ, ເສຍເຫື່ອຫຼາຍ, ຖອກທ້ອງ, ພາວະອ່ອນເພຍ, ການອົດນອນ, ເລືອດຈາງ…

ອາການຂອງຜູ້ທີ່ເປັນຄວາມດັນຕ່ຳ ຈະຮູ້ສຶກເມື່ອຍ ບໍ່ມີແຮງ ວິນຫົວຢູ່ຕະຫຼອດເວລາ ໝ້າມືດ ບາງຄັ້ງອາດເປັນລົມ, ຊັອກ ແລະ ຮາກ ຖ້າຄວາມດັນເລືອດຫາກລຸດລົງຫຼາຍຈະເຮັດໃຫ້ຜູ້ກ່ຽວເກີດພາວະຂາດອົກຊີເຈນ ເຖິງຂັ້ນເສຍຊີວິດໄດ້.

ຄົນທີ່ເປັນຄວາມດັນຕ່ຳ ຄວນນກິນອາຫານທີ່ມີຄຸນປະໂຫຍດໃຫ້ຄົບ 5 ໝູ່ ແລະ ກິນອາຫານທີ່ມີແຄລຊ້ຽມສູງ ອາຫານທີ່ຍ່ອຍງ່າຍ, ມີທາດນ້ຳຕານ ທີ່ຕ້ອງໃຫ້ກິນອາຫານປະເພດນີ້ກໍ່ເພື່ອສະສົມພະລັງງານໃຫ້ຮ່າງກາຍ ແລະ ອາຫານ, ເຄື່ອງດື່ມທີ່ຄວນຫຼີກລ່ຽງມີ: ປະເພດກາເຟ, ຂະໜົມປັງຕ່າງໆ ແລະ ຢ່ານອນເດິກ ພັກຜ່ອນໃຫ້ພຽງພໍ ນອນຢ່າງໜ້ອຍວັນລະ 6-8 ຊົ່ວໂມງ, ອອກກຳລັງກາຍຢ່າງສະໝ່ຳສະເໝີຄັ່ງລະ 15-30 ນາທີ ຢ່າງໜ້ອຍອາທິດລະ 3 ຄັ້ງ ເພື່ອເພີ່ມຄວາມແຂງແຮງຂອງກ້າມເນື້ອຫົວໃຈ ແລະ ຫຼອດເລືອດ

ເພື່ອຊ່ວຍບຳລຸງເລືອດ ແລະ ບຳລຸງສຸຂະພາບຂອງຄົນທີ່ເປັນຄວາມດັນຕ່ຳ ໂດຍມີສະໝຸນທີ່ໃຊ້ໃນການຮັກສາມີດັ່ງນີ້:

6699 e_bfhikstuvwx9

ນຳເມັດພິກໄທແຫ້ງ 15 ກຣາມ ແລະ ໝາກດິບລີ້ (ພາສາໄທ) 15 ກຣາມ ຕົ້ມກັບນ້ຳປະມານ 1 ລິດ ໃຫ້ຟົດ ຈາກນັ້ນກໍ່ປະໄວ້ໃຫ້ນ້ຳອຸ່ນໆ ແລ້ວດື່ມ ຄັ້ງລະ 1 ຈອກ ເວລາດື່ມເຊົ້າ – ແລງ ກ່ອນອາຫານ ຈະຊ່ວຍເພີ່ມຄວາມດັນເລືອດໃຫ້ສູງຂຶ້ນໄດ້

 

ທີ່ມາ: http://www.pikool.com/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...