spot_img
Homeຂ່າວພາຍ​ໃນນາ­ຍົກ​ຢ້ຽມ­ຢາມ ສສ ຫວຽດ­ນາມ ຢ່າງ​ເປັນ​ທາງ​ການ

ນາ­ຍົກ​ຢ້ຽມ­ຢາມ ສສ ຫວຽດ­ນາມ ຢ່າງ​ເປັນ​ທາງ​ການ

Published on

ໂດຍ​ຕອບ​ສະ­ໜອງ​ຕາມ​ຄຳ​ເຊີນຂອງ​ສະ­ຫາຍ ຫງວ​ຽນ ຊວັນ ຟຸກ ນາ­ຍົກລັດ­ຖະ­ມົນ­ຕີ​ແຫ່ງ​ສາ­ທາ­ລະ­ນະ​ລັດ​ສັງ­ຄົມນິ­ຍົມ​ຫວຽດ­ນາມ, ສະ­ຫາຍ ທອງ​ລຸນ ສີສຸ​ລິດນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງ​ສາ​ທາ​ລະນະ​ລັດ ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ​ລາວພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ​ ຄະ­ນະ​ຜູ້​ແທນຂັ້ນ​ສູງ​ໄດ້​ເດີນ­ທາງ​ຢ້ຽມ­ຢາມ ສສ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະ­ຫວ່າງ ວັນ​ທີ 15-17 ພຶດ­ສະ­ພາ 2016 ເພື່ອ​ຮັດແໜ້ນ ແລະ​ ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນມິດ­ຕະ­ພາບ​ທີ່​ເປັນ​ມູນ­ເຊື້ອ, ຄວາມ​ສາ​ມັກຄີ​ພິ­ເສດ ແລະ​ ການ​ຮ່ວມ​ມືຮອບ­ດ້ານ​ລະ­ຫວ່າງ​ສອງ​ປະເທດ​ລາວ ແລະ ​ຫວຽດ­ນາມ.

ໃນ​ວັນ​ທີ 15 ພຶດ­ສະ­ພາ 2016 ທີ່​ສຳ­ນັກ­ງານ​ນາ­ຍົກລັດ­ຖະ­ມົນ­ຕີ​ແຫ່ງ ສສ ຫວຽດນາມ, ທ່ານ ທອງ​ລຸນ ສີ​ສຸ ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ ໄດ້​ຮັບ​ການ​ຕ້ອນຮັບ​ຈາກ ທ່ານ ຫງວ​ຽນ ຊວັນຟຸກ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສສ ຫວຽດ­ນາມ ຢ່າງ​ອົບ​ອຸ່ນ ສະ­ໜິດ­ສະ­ໜົມ ແລະ ສົມກຽດ​ຈາກ​ນັ້ນ​ໄດ້​ຈັດ­ການ​ພົບປະ​ສອງ​ຝ່າຍ​ຂຶ້ນ​ລະ­ຫວ່າງສະ­ຫາຍ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ ແລະ​ສະ­ຫາຍ ຫງວ​ຽນ ຊວັນ ຟຸກ ນາ­ຍົກລັດ­ຖະ­ມົນ­ຕີ​ແຫ່ງ ສສ ຫວຽດນາມ​ໃນ​ການ​ພົບ​ປະ​ສອງຝ່າຍ ສະ­ຫາຍ ຫງວ​ຽນ ຊວັນຟຸກ ຕີ​ລາ­ຄາ​ສູງ​ຕໍ່​ສະ­ຫາຍ ທອງ​ລຸນ ສີ​ສຸລິດ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້​ເປັນ​ນາຍົກ​ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ ຊຶ່ງ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຊື່ອ​ໝັ້ນ​ຂອງການ​ນຳ​ພັກ-ລັດ ກໍ​ຄື​ປະ­ຊາ­ຊົນ​ລາວ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ກໍ​ໄດ້​ສະ­ແດງ​ຄວາມ​ປິ​ຕິ​ຊົມ­ຊື່ນ​ເປັນ​ຢ່າງຍິ່ງ ແລະ​ຮູ້­ສຶກ​ເປັນ​ກຽດ​ທີ່​ໄດ້​ນຳ­ພາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລັດ­ຖະ­ບານແຫ່ງ ສປປ ລາວ ເດີນ­ທາງ​ຢ້ຽມ­ຢາມ ສສ ຫວຽດ­ນາມ​ຢ່າງ​ເປັນ​ທາງ​ການ ຊຶ່ງ​ເປັນການ­ເຄື່ອນ­ໄຫວ​ວຽກ​ງານ​ການ​ຕ່າງ​ປະ ເທດ​ຄັ້ງ​ທຳ​ອິດ ພາຍ­ຫຼັງ​ໄດ້​ຮັບ​ແຕ່ງ­ຕັ້ງເປັນ​ນາ­ຍົກ­ລັດ­ຖະ­ມົນ­ຕີແຫ່ງ ສປປ ລາວ ເພື່ອ​ເປັນ​ການ​ປະ­ກອບ­ສ່ວນ​ອັນ​ສຳ­ຄັນເຂົ້າ​ໃນ​ການ​ເພີ່ມ​ທະ­ວີ​ສາຍ​ພົວ­ພັນ​ມິດ​ຕະພາບ, ຄວາມ​ສາ­ມັກ­ຄີ​ພິ­ເສດ ແລະ​ການຮ່ວມ​ມື​ຮອບ­ດ້ານ​ລະ­ຫວ່າງ​ສອງ​ພັກ, ສອງ​ລັດ ແລະ​ປະ­ຊາ­ຊົນ​ສອງ​ຊາດ​ລາວ-ຫວຽດ­ນາມ ທີ່​ມີ​ມູນ­ເຊື້ອ​ອັນ​ດີ­ງາມ​ນັ້ນ​ໃຫ້ນັບ​ມື້​ມີ​ຄວາມ​ແໜ້ນ​ແຟ້ນ, ຈະ­ເລີນ​ງອກງາມ ແລະ​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.

ທັງ​ສອງ​ຝ່າຍ​ໄດ້​ຕົກ­ລົງ​ເຫັນ​ດີ​ສືບ­ຕໍ່ ປະ­ຕິ­ບັດ​ບັນ­ດາ​ຂໍ້​ຕົກ­ລົງ 2 ກົມ​ການເມືອງ ແລະ​ບົດ​ບັນ­ທຶກ ຄັ້ງ​ທີ 38 ຂອງ​ຄະ ນະ​ກຳ­ມາ​ທິ​ການ​ຮ່ວມ​ມື​ລະ­ຫວ່າງ​ສອງລັດ­ຖະ­ບານ, ສືບ­ຕໍ່​ເພີ່ມ​ທະ­ວີ​ການ​ຮ່ວມ​ມືຢ່າງ​ແໜ້ນ​ແຟ້ນ​ລະ­ຫວ່າງ​ບັນ­ດາ​ແຂວງ ຊາຍ​ແດນ ເພື່ອ​ພ້ອມ​ກັນ​ສະ­ກັດ​ກັ້ນ​ປາກົດ​ການ​ຫຍໍ້­ທໍ້​ທີ່​ເກີດ​ຂຶ້ນ, ຍົກ​ສູງ​ຄຸນ​ນະ ພາບ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກ​ສາ, ວັດ­ທະ­ນະ­ທຳ-ສັງ­ຄົມ, ດ້ານ​ວຽກ​ງານ ການ​ຕ່າງ­ປະ­ເທດ ແລະ​ພິ­ເສດ​ປີ 2017 ສອງ​ປະ­ເທດ​ຈະ​ໄດ້​ຮ່ວມ​ກັນ​ສະ­ເຫຼີມ​ສະ ຫຼອງ 2 ວັນ​ປະ­ຫວັດ­ສາດ ຄື: ຄົບ­ຮອບ 55  ປີ​ແຫ່ງ​ການ​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ ທູດ​ລາວ-ຫວຽດ­ນາມ ແລະ​ວັນ​ຄົບ­ຮອບ 40 ປີ ແຫ່ງ​ສົນ­ທິ­ສັນ­ຍາ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ລະ­ຫວ່າງ​ລາວ-ຫວຽດ ນາມ, ການ​ຮ່ວມ​ມື​ໃນ​ຂອບ​ແມ່­ນ້ຳ​ຂອງ; ການ​ຮ່ວມ​ມື​ໃນ​ພາກ​ພື້ນ ແລະ​ສາ­ກົນ ນອກ​ນັ້ນ ສອງ​ຝ່າຍ​ຍັງ​ໄດ້​ປຶກ­ສາ​ຫາ­ລື ບັນ­ຫາ​ສາ­ກົນ​ທີ່​ພົ້ນ​ເດັ່ນ​ທີ່​ສອງ​ຝ່າຍ​ສົນ ໃຈ​ຮ່ວມ​ກັນ.

ໂອ­ກາດ​ຢ້ຽມ­ຢາມ ສສ ຫວຽດ­ນາມ ຄັ້ງ​ນີ້ ສະ­ຫາຍ ທອງ​ລຸນ ສີ​ສຸ​ລິດ ຍັງ​ໄດ້ ເຂົ້າ​ຢ້ຽມ​ຂ່ຳ­ນັບ ສະ­ຫາຍ ຫງວ​ຽນ  ຟູ້ ຈ້ອງ ເລ­ຂາ­ທິ­ການ​ໃຫຍ່​ຄະ­ນະ​ບໍ­ລິ­ຫານ ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ­ນາມ ເຂົ້າ​ຢ້ຽມ​ຂ່ຳ­ນັບ ສະ­ຫາຍ ເຈິນ ດາຍ ກວາງ ປະ­ທານ​ປະ­ເທດ ແຫ່ງ ສສ ຫວຽດນາມ ພົບ​ປະ​ກັບ ສະ­ຫາຍ ນາງ ຫງວ​ຽນ ທິ ກີມ ເງິນ ປະ­ທານ​ສະ­ພາ​ແຫ່ງ​ຊາດ ສສ ຫວຽດ­ນາມ ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມຂ່ຳ­ນັບ​ຂອງ ສະ­ຫາຍ ປະ­ທານ​ສະ­ມາ­ຄົມ ມິດ­ຕະ­ພາບ​ຫວຽດ­ນາມ-ລາວ ແລະ​ໄດ້ພົບ​ປະ​ກັບ​ບັນ­ດາ​ສະ­ຫາຍ​ອະ­ດີດ​ການ​ນຳ ສສ ​ຫວຽດ­ນາມ​ ເຊັ່ນ: ສະ­ຫາຍ ເຈືອງ ເຕິນ ຊາງ ອະ­ດີດ​ປະ­ທານ​ປະ­ເທດ, ສະ­ຫາຍ ຫງວ​ຽນ ເຕິນ ຢຸ້ງ ອະ­ດີດ​ນາ­ຍົກ​ລັດ​ຖະມົນ­ຕີ ແລະ​ສະ­ຫາຍ ເລ ແທັງ ຫາຍ ອະດີດ​ເລ­ຂາ​ພັກ​ນະ­ຄອນ​ໂຮ່​ຈິ​ມິນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...