Homeມູມໄອທີລາວຂ່າວລື Microsoft ກຽມທີ່ຈະຖິ້ມຕະຫຼາດຟີເຈີໂຟນ ແລະຂາຍຊື່ Nokia ໃຫ້ກັບ Foxconn

ຂ່າວລື Microsoft ກຽມທີ່ຈະຖິ້ມຕະຫຼາດຟີເຈີໂຟນ ແລະຂາຍຊື່ Nokia ໃຫ້ກັບ Foxconn

Published on

ອີງຕາມຂ່າວລືຈາກປະເທດຈີນລະບຸວ່າ ບໍລິສັດໄມໂຄຣຊ໋ອບ ກຽມທີ່ຈະຖິ້ມຕະຫຼາດຟີເຈີໂຟນ ຫຼັງຈາກທີ່ຂາຍໄດ້ພຽງແຕ່ 15 ລ້ານເຄື່ອງ ໃນຊ່ວງໄຕມາດທຳອິດຂອງປີນີ້ ແລະຈະປິດຜະແນກດັ່ງກ່າວພ້ອມ, ໂດຍຈະມອບສິດທິຊື່ Nokia ໃຫ້ກັບ Foxconn. ພາຍໃຕ້ເງື່ອນໄຂການຊື້ກິດຈະການ Nokia Devices ແລະ Services ທີ່ປິດການຊື້ຂາຍໄປແລ້ວເມື່ອປີ 2014, ເຮັດໃຫ້ Microsoft ໄດ້ກາຍເປັນຜູ້ຖືຄອງສິດທິໃນການໃຊ້ຊຶ່ Nokia ສຳລັບຟີເຈີໂຟນ 10 ປີ ຮອດປີ 2024 ແລະ ສະມາດໂຟນອີກ 2 ປີ ຮອດປີ 2016 (ເຊິ່ງສະມາດໂຟນບໍ່ແນ່ໃຈວ່າຕອນນີ້ແມ່ນໝົດກຳນົດແລ້ວຫຼືຍັງ ແຕ່ວ່າກໍໃກ້ແລ້ວແຫຼະ ^^).

image

ຂ່າວລືຍັງລະບຸອີກວ່າຫຼັງຈາກທີ່ປິດກຸ່ມຟີເຈີໂຟນໄປແລ້ວ, ພະນັກງານໃນຜະແນກ Microsoft Mobile (ທີ່ຜະລິດ Lumia ໃນຕອນນີ້) ກໍຈະຖືກປົດອອກເຖິງ 50% ແລະສ່ວນທີ່ເຫຼືອກໍຈະຖືກລວມເຂົ້າກັບກຸ່ມ Surface. ເຊິ່ງກ່ອນໜ້ານີ້ເອງກໍມີພະນັກງານຖືກປົດອອກໄປແລ້ວ 25,800 ກວ່າຄົນ

ອີງຈາກຄວາມສຳເລັດຂອງແທັບເລັດ Surface Pro ເຊິ່ງອາດຈະເຮັດໃຫ້ Panos Panay ກັບທີມງານເຂົ້າມາມີສ່ວນຮ່ວມໃນການອອກແບບໂທລະສັບມືຖືໃນອະນາຄົດກໍເປັນໄດ້ (ຂ່າວລືໃນຕອນນີ້ກໍຄົງເປັນ Surface Phone)

ແຕ່ເຖິງຢ່າງໃດກໍຕາມ Microsoft ນັ້ນມີລາຍຮັບຈາກການເກັບຄ່າລິຂະສິດຈາກຜູ້ຜະລິດ Android ເປັນຈຳນວນຫຼາຍກວ່າ ລາຍຮັບຈາກການຂາຍສະມາດໂຟນ Windows Phones ໃນຕອນນິ້ອີກ.

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...