Homeຂ່າວການພັດທະນາແຂວງສະຫວັນນະເຂດ ເຊັນສັນຍາບໍລິການທີ່ປຶກສາ ໂຄງການພັດທະນາຕົວເມືອງ

ແຂວງສະຫວັນນະເຂດ ເຊັນສັນຍາບໍລິການທີ່ປຶກສາ ໂຄງການພັດທະນາຕົວເມືອງ

Published on

ເຊັນສັນຍາບໍລິການທີ່ປຶກສາ ໂຄງການພັດທະນາຕົວເມືອງ
ຕາມແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ
———————–
ພິທີເຊັນສັນຍາບໍລິການທີ່ປຶກສາ ໂຄງການພັດທະນາຕົວເມືອງ ຕາມແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ
ອະນຸພາກພື້ນແມ່ນ້ຳຂອງໄດ້ຈັດຂຶ້ນທີ່ໂຮງແຮມດາວສະຫວັນ ເທສະບານແຂວງສະຫວັນນະເຂດ
ໃນວັນທີ 19 ພຶດສາະພາ 2014ນີ້ ລະຫວ່າງພະແນກ ໂຍທາທິການແລະຂົນສົ່ງ ແຂວງສະຫວັນນະເຂດ
ໃນນາມເຈົ້າຂອງໂຄງການ ແລະ ບໍລິສັດ Grontmij A/S ປະເທດເດັນມາກ ຮ່ວມກັບ
ບໍລິສັດ ລາວ-ອາຊີ ຄອນຊາວແຕັນສ໌ກຣຸບ

ໃນພິທີເຊັນສັນຍາມີ ທ່ານ ດຣ ແສງທອງ ວັງແກ້ວມະນີ ກຳມະການພັກແຂວງ ຫົວໜ້າພະແນກ ຍທຂ
ແຂວງສະຫວັນນະເຂດ ກັບທ່ານ ALexander Timmenn ຜູ້ຕາງໜ້າ ບໍລິສັດ Grontmij A/S
ປະເທດເດັນມາກ ໂດຍໃຫ້ກຽດເປັນພະຍານຂອງທ່ານ ໜູເຜືອກ ວິຣະບຸດ ຮອງຫົວໜ້າກົມເຄຫາຜັງເມືອງ
ກະຊວງ ຍທຂ, ທ່ານ ໄຊພອນ ຈອນເພັດຊະຣາດ ປະທານ ບໍລິສັດລາວ-ອາຊີ ຄອນຊາວແຕັນສ໌ກຣຸບ
ຈາກນີ້ກໍ່ມີພະແນກແຜນການ ແລະການຮ່ວມມືແຂວງ: ຫ້ອງວ່າການປົກຄອງແຂວງ ຂະແໜງການຕ່າງໆເຂົ້າຮ່ວມ.

ທ່ານ ນາງພຸດທະລົມ ໄຊຊະນະວົງເພັດ ຫົວໜ້າໂຄງການພັດທະນາຕົວເມືອງ ຕາມແລວເສດຖະກິດ
ຕາເວັນອອກ-ຕາເວັນຕົກ ອະນຸພາກພື້ນແມ່ນ້ຳຂອງແມ່ນ້ຳຂອງຢູ່ແຂວງສະຫວັນນະເຂດ
ເປີດເຜີຍວ່າ: ໂຄງການດັ່ງກ່າວປະກອບມີ 3 ຕົວເມືອງ ຄືເມືອງ ໄກສອນ ພົມວິຫານ, ເມືອງພີນ
ແລະບ້ານແດນສະຫວັນ ເມືອງເຊໂປນ,ໂດຍທັງ 03 ໂຄງການ ຕົກເປັນມູນຄ່າ 47.728.000 ໂດລາສະຫະລັດ.ໃນນີ້ມີທຶນກູ້ຢືມຈາກທະນາຄານພັດທະນາອາຊີ ADB ຈຳນວນ 26.600.000
ໂດລາສະຫະລັດ,ທຶນຊ່ວຍເຫລືອລ້າ ຈາກກອງທຶນ ADF ຂອງ ADB
ມູນຄ່າ 14.230.000 ໂດລາສະຫະລັດ,ກອງທຶນເພື່ອສະໜັບສະໜູນ ການພັດທະນາຕົວເມືອງ(UFPF)
ມູນຄ່າ 638.000 ໂດລາສະຫະລັດແລະທຶນສົມທົບຂອງລັດຖະບານ ມີມູນຄ່າ 6.260.000 ໂດລາ
ເທົ່າກັບ 13% ຂອງມູນຄ່າໂຄງການ ໂດຍໃນວົງເງິນດັ່ງກ່າວແມ່ນນຳ້ໃຊ້ເປັນຄ່າເວນຄືນທີ່ດິນ,
ຄ່າພາສີ-ອາກອນນຳເຂົ້າ,ຄ່າສ້ອມແປງ,ຫ້ອງການ ສົມທົບບໍລິຫານ
ອຸປະກອນຮັບໃຊ້ໂຄງການ ໂດຍຈະຖືກປະຕິບັດແຕ່ປີ 2013-2018

ໂດຍມີໜ້າວຽກແລະກິດຈະກຳຂອງໂຄງການ.ອັນດັບ 1 ແມ່ນ ການກໍ່ສ້າງໂຄງລ່າງຕົວເມືອງ
ປະກອບມີ 7 ໂຄງການຍ່ອຍຄື:ວຽກກໍ່ສ້າງປັບປຸງຮ່ອງລະບາຍນ້ຳແລະຕິດຕັ້ງບໍ່ບຳບັດນ້ຳເປືອຍຢູ່
ເມືອງ ໄກສອນ ພົມວິຫານ, ວຽກກໍ່ສ້າງຍົກລະດັບຖະໜົນໄກສອນ ພົມວິຫານ,ຖະໜົນສັນຕິພາບ,
ແລະຖະຫນົນຟ້າງຸ່ມພ້ອມກັບລະບາຍນ້ຳ,ດອນກາງ, ໄຟເຍືອງທາງຢູ່ເມືອງໄກສອນ ພົມວິຫານ, ປັບປຸງສະໜາມຈຳກັດຂີ້ເຫຍື້ອທີ່ຖືກຫລັກອະນາໄມ.ຈັດຊືອຸປະກອນເພີ່ມ ລົດເກັບຂີ້ເຫຍື້ອແລະສິ່ງອຳນວຍຄວາມສະດວກ
ຢູ່ສະໜາມຂີ້ເຫຍື້ອ ເມືອງໄກສອນ ພົມວິຫານ;ກໍ່ສ້າງຄັນຄູກັນເຈື່ອນແມ່ນ້ຳຂອງຍາວ 980 ແມັດ,
ກວ້າງ 40-50ແມັດ ຢູ່ເມືອງ ໄກສອນ ພົມວິຫານ;ກໍ່ສ້າງຍົກລະດັບຖະຫນົນພ້ອມກັບການລະບາຍນ້ຳ,
ທາງຍ່າງແລະໄຟເຍືອງທາງຢູ່ເທສະບາຍເມືອງພີນແລະກໍ່ສ້າງເສັ້ນທາງແລະຂົວຂ້າມຫ້ວຍອາໂລນ ພ້ອມກັບການລະບາຍນ້ຳແລະໄຟເຍືອງທາງຢູ່ບ້ານແດນສະຫວັນເມືອງເຊໂປນ.ນອກຈາກນີ້ກໍ່ຍັງປັບປຸງ
ຂີດຄວາມສາມາດທາງດ້ານສະຖາບັນໃຫ້ທ້ອງຖິ່ນຕື່ມອີກ,

ທ່ານ ນາງພຸດທະລົມ ໄຊຊະນະວົງເພັດ ກ່າວຕື່ມວ່າ:ນັບແຕ່ມື້ເລີ່ມຕົ້ນໂຄງການຈົນເຖິງປະຈຸບັນ
ຄະນະຮັບຜິດຊອບ ກໍໄດ້ເອົາໃຈໃສ່ຢ່າງເປັນເຈົ້າການ ກະກຽມຈັດຕັ້ງປະຕິບັດແຕ່ລະຂັ້ນຕອນ
ໂດຍມີການປະສານກັບຜູ້ໃຫ້ທຶນກໍ່ຄືກະຊວງ ຍທຂ ແລະພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ໂດຍບໍລິສັດທີ່ປຶກສາ ຈະໄດ້ທຳການອອກແບບລະອຽດຄືນກະກຽມການປະມູນກໍ່ສ້າງແລະຄາດໃນປີ 2015 ຈະໄດ້ລົງມືຢ່າງເປັນທາງການ

ທີ່ມາຂ່າວ  https://www.facebook.com/savanhphathana

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...