Homeຂ່າວການພັດທະນາການພົວພັນ​ຮ່ວມມື​ລາວ-ຫວຽດນາມນັບມື້ກ້າວສູ່ລວງເລິກ

ການພົວພັນ​ຮ່ວມມື​ລາວ-ຫວຽດນາມນັບມື້ກ້າວສູ່ລວງເລິກ

Published on

ເຖິງວ່າສະ​ພາບການຂອງ​ສາກົນ ແລະ ພາກ​ພື້ນ​ມິ​ກາ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ຢູ່ລາວ ​ແລະ ຫວຽດນາມ​ກໍ​ພົບ​ຄວາມ​ຫຍຸ້ງຍາກ ​ແລະ ມີສິ່ງ​ທ້າ​ທາຍ​ຕ່າງໆ​ນາໆແຕ່​ດ້ວຍ​ຄວາ​ມພະຍາຍາມ​ຢ່າງ​ຕັ້ງໜ້າ​ຂອງ​ສອງຝ່າຍລັດຖະບານແລະ ປະຊາຊົນສອງຊາດຈຶ່ງ​ເຮັດ​ໃຫ້ການ​ພົວພັນຮ່ວມ​ມື​ຊ່ວຍເຫລືອ ເຊິ່ງກັນ ແລະ ກັນລະຫວ່າງສອງປະເທດນັບມື້ພົ້ນເດ່ັນຂຶ້ນຄື :​​ໄລຍະ 5 ປີຜ່ານມາ ( 2011- 2015) ,​ ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນາ​ທຳ-ສັງຄົມ, ການສຶກສາ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ລະ ຫວ່າງ​  2 ປະ​ເທດ​ໄດ້​ຮັບ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ເປັນ​ຢ່າງ​ດີ ແລະ ສາມາດບັນລຸ​ບັນດາ​ເປົ້າ​ໝາຍ​ພື້ນຖານ​ທີ່​ລັດຖະບານ​ສອງ​ປະ​ເທດ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຕໍ່​ກັນ,  ​ເສີມ​ຂະຍຫາຍ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງລາວ – ຫວຽດນາມ ໃຫ້ ເຂົ້າສູ່ລວງເລິກຕ່າງຝ່າຍຕ່າງມີຜົນເພື່ອ​ສັນຕິ​ພາບ​, ສະຖຽນ​ລະ​ພາບ ​ແລະ ການ

​ພັດທະນາ ຊຶ່ງ​ອັນ​ພົ້ນ​ເດັ່ນເລົ່ານັ້ນ​ໄດ້​ສະ​ແດງ​ອອກ​ໃຫ້​ເຫັນ​ຄື: (1) ການ​ພົວພັນ​ດ້ານ​ການ​ເມືອງ, ການຕ່າງປະ​ເທດ,ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ຢ່າງ​ແໜ້າ​ແຟ້ນ,   ສ້າງ​ຄວາມ​ໄວ້​ເນື້ອ​ເຊື້ອ​ໃຈ​ແກ່​ກັນ, ການຈັດ​ຕັ້ງ​ປະ​ຕິ​ບັດ​ບັນດາ​ຖະ​ແຫຼ່ງການ​ຮ່ວມ​ ​​ແລະ ຂໍ້​ຕົກລົງ​ລະຫວ່ງການ​ນຳ​ຂັ້ນ​ສູງ​ຂອງ​ສອງປະ​ເທດ, ນັບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເປັນ​ຢ່າງ​ດີ,(2) ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ໄດ້​ຮັບ​ການ​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​​ແລະ ຕ່າງຝ່າຍ​ມີ​ຄວາມ​ພະຍາຍາມ​​ສູງ​ໃນ​ການ​ປະຕິບັດ​ຂໍ້​ຕົກລົງ, ຮ່ວມ​ກັນ​ພິຈາ ລະນາ,ປັບປຸງ​ບັນ​ດາ​ກົນ​ໄກ, ນະ​ໂຍບາຍຕ່າງໆໄດ້ຢ່າງ​ທັນ​ການ ເພື່ອສາມາດ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ, ​ເບິ່ງ​ລວມ​ແລ້ວ​ບັນດາ​ໂຄງການ​ລົງທຶນຂອງ​ວິ​ສາ​ຫະກິດ​ຫວຽດນາມ​ຢູ່​ລາວ​ແມ່ນ​ສາມາດຈັດ​ຕັ້ງ​ປະຕິ ບັດ​ໄດ້​ຢ່າງ​ສະດວກ ​ແລະ ສາມາດປະກອບສ່ວນ​ເຂົ້າ​ໃນ​ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດໄດ້ເປັນ​ຢ່າງ​ດີ, ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ທີ່​ໝັ້ນຄົງ​​ໃຫ້​ແຮງ​ງານ​ຂອງ​ລາວ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຕໍ່​ການພັດທະນາເສດ​ເຖະກິດ-ສັງຄົມ​ຂອງ​ລາວ ເຕີບໃຫຍ່ຂະຫຍາຍຕົວ (3)  ​ໃນ​ຂົງ​ເຂດ​ກະສິກຳ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຊຽວຊານກະສິກຳ-ປ່າ​ໄມ້, ການ​ປະມົງ ​ແລະ ການ​ພັດທະນາ​ຊົນນະບົດ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນຊາຍ​ແດນ​ຂອງ​ສອງ​ຝ່າຍ,​ ໄດ້​ສ້າງ​ແຜນ​ຍຸດ​ທະ​ສາດ​ການ​ພັດທະ ນາ​ກະສິກຳ, ຊົນນະບົດ​ໃໝ່ ​ແລະ ຊາວ​ກະສິກອນ​ຢູ່​ລາວ​ສຳ​ເລັດ ແລະ ໄດ້​ເປັນ​ເອກະ​ພາບ​ກັນກໍ​ສ້າງ​ຊົນລະປະທານ​ຈຳນວນ​ໜຶ່ງ​ແນ່​ໃສ່​ເພີ່ມ​ລະດູ​ການ​ຜະລິດ ໄປຄຽງຄູ່ກັບການເພີ່ມ​ທະວີ​ໃນ​ການ​ຄົ້ນ​ຄວ້າ​ເຕັກນິກ, ​ເຕັ​ກ​ໂນ​ໂລ​ຊີ, ການ​ບໍລິການ​ສົ່ງ​ເສີມ​ກະສິກຳ, ການ​ກັດ​ກັນ ​ແລະ ສຸຂາ​ອະນາ​ໄມ​ພືດ ​ແລະ ສັດລ້ຽງ​,​ແນ່​ໃສ່​ປັບປຸງ​ຊີວິດ​ການ​ປັບ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂື້ນ​ເທື້ອລະ​ກ້າວ, (4) ການ​ເຊື່ອມ​ຕໍ່​ຄົມມະນາຄົມ​-ຂົງສົ່ງ,ລະຫວ່າງ​ສອງ​ປ​ະເທດ​ໄດ້​ຖື​ເປັນ​ສຳຄັນ, ສອງ​ຝ່າ​ຍ​ໄດ້​ເຊັນ​ບົດ​ບັນທຶກ​ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ດ້ານ​ຄົມມະນາຄົມ-ຂົນ​ສົ່ງ​​ແຕ່​ປີ 2016 – 2025 ​ແລະ ວິ​ໃສ່​ທັດ​ຮອດ​ປີ 2030 ​ໃນ​ວັນ​ທີ 14 ກັນຍາ 2015, ​ເປັນ​ເອກະ​ພາບ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ເສັ້ນທາງ​ດ່ວນ, ວຽງ​ຈັນ – ປາກ​ຊັນ – ​ແທັງ​ຖຸຍ – ຮ່າ​ໂນ​ຍ. (5) ຂະ​ແໜງ​ພະລັງງານ​ໄຟຟ້າ ​ແລະ ບໍ່​ແຮ່, ລະ​ເພາະ​ປີ 2014 ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ຕໍ່​ທິດ​ທາງ​ການ​ລົງ​ທຶນ​ໃນ​ໂຄງການໃຫຍ່​ຈຳນວນ​ໜຶ່ງ​ເຊັ່ນ: ​ໂຄງ ການ​ສ້າງສາ​ງພັກ​ນ້ຳມັນ ​ແລະ ທໍ່​ສົ່ງ​ນ້ຳມັນ​ແ​ຕ່ທ່າ​ເຮືອ​ຮອນ​ລາ ​ແຂວງ​ກວາງ​ບິງ ສສ ຫວຽດນາມ ​ມາ​ຫາ ​ແຂວງ​ຄຳ​ມ່ວນ ສປປ ລາວ, ປີ 2015 ສອງ​ຝ່າຍ​ໄດ້​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ກໍ່ສ້າງ​ໂຄງການ​ດັ່ງກ່າວ, ກໍ່ສ້າງ​ສາຍ​ສົ່ງ​ໄຟຟ້າ​ແຕ່​ເຊ​ຂະ​ໝານ1 ຫາ ​ເປຼກູ,​(6) ຂົງ​ເຂດ​ການ​ສຶກສາ – ບຳລຸງ​ສ້າງ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ: ​ໄດ້​ຮັບ​ບຸລິມະ​ສິດ ​ແລະ ​ເປີດ​ກວ້າງ​ດ້ວຍ​ຫຼາຍ​ຮູບ​ການ, ຊຶ່ງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະຕິບັດ​ແຕ່​ສູນ​ກາງ​ລົງ​ຮອດບັນດາ​ກະຊວງ, ຂະ​ແໜງ​ການ, ​ທ້ອງ​ຖິ່ນ, ອົງການ​ ​ແລະ ວິ​ສາ​ຫະກິດ​ຕ່າງໆຂອງ​ສອງ​ປະ​ເທດ, ຈຳນວນ​ພະນັກງານ, ນັກ​ສຶກສາລາ​ວ​ສຶກສາ​ຢູ່​ຫວຽດນາມ​ໄດ້​ເພີ່ມຂື້ນ​ໃນ​ແຕ່ລະ​ປີ,  ສະ​ເພາະ​ສົກ​ປີ 2015- 2016 ​ໄດ້​ຮັບພະນັກງານ, ​ນັກ​ສຶກສາ​ໃໝ່​ບັນລຸ 1000 ຄົນ, (7) ການ​ຮ່ວມ​ມື​ດ້ານ​ແຮ​ງງານ, ທັງ​ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ວ່າ​ດ້ວຍ​ແຮງ​ງານ​ໃນ​ວັນ​ທີ 1 ກໍລະກົດ 2013, ​ພ້ອມ​ນັ້ນ​ກໍ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະ​ຫາຍ​ສັນຍາ​ຮ່ວມ​ມື​ວ່າ​ດ້ວຍ​ແຮງ​ງານ​ລະຫວ່າງ​ສອງ​ຝ່າຍ, ​ເປັນ​ການ​ປະກອບ​ສ່ວນ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດ​ຖະກິດຂອງສອງປະເທດຂະຫຍາຍຕົວ (8) ການ​ພົວພັນ​ດ້ານ​ການ​ເງິນ, ກະຊວງ​ການ​ເງິນ​ຂອງ​ສອງ​ປະ​ເທດ​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ​ໃນ​ວັນທີ 27 ຕຸລາ 2014  ​ແລະ ສືບ​ຕໍ່​ເພີ່ມ​ທະວີ​ຊຸກຍູ້​ການ​ຮ່ວມື​ດ້ານ​ພາ​ສີ,​ ໂດຍ​ໄດ້​ມີ​ການ​ປະສານສົມທົບ​ກັນ​ຢ່າງ​ຕັ້ງໜ້າ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ຄົນ,​ ພາຫະນະ, ສິນຄ້າ​ຜ່ານ​ຊານ​ແດນ​ສະຫວ່າງ​ສອງ​ປະ​ເທດ ​ໄດ້ໄປມາຫາສູ່ສະດວກສະບາຍ ແລະ ທັງໝົດນັ້ນ ແມ່ນໜາມຜົນຂອງການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນລະກັນລະຫວ່າງສອງພັກ, ລັດຖະ ບານ ແລະ ປະຊາຊົນສອງປະເທດລາວ-ຫວຽດນາມໃນໄລຍະ 5 ປີຜ່ານມາ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...