Homeສຸຂະພາບ ແລະ ສີ່ງແວດລ້ອມ9 ຢ່າງຟື້ນຟູຮ່າງກາຍ ທຳຄວາມສະອາດເລືອດ

9 ຢ່າງຟື້ນຟູຮ່າງກາຍ ທຳຄວາມສະອາດເລືອດ

Published on

1 ໝາກເດືອຍ

ຊ່ວຍໃນເລື່ອງຂອງການຫຼຸດລະດັບນໍ້າຕານໃນເລືອດຂອງທ່ານໄດ້ ຊ່ວຍລະບົບການເຜົາໄໝ້ໄດ້ເປັນຢ່າງດີ

ມີສັບພະຄຸນທາງດ້ານຂັບປັດສະວະ ແຖມຍັງສາມາດຫຼຸດອາການບວມນໍ້າ ແລະມີແຄລຣີຕໍ່າ ບໍ່ເຮັດໃຫ້ອ້ວນ ແລະຍັງຊ່ວຍເລື່ອງການຂັບຖ່າຍ ຊ່ວຍຂັບສານພິດອອກຈາກຮ່າງກາຍໄດ້.

zmarkdery

2 ຫົວກະທຽມ

ຫົວກະທຽມມີສັບພະຄຸນໃນການຕໍ່ຕ້ານມະເຮັງ ຊ່ວຍຫຼຸດລະດັບຄໍເຣດສະເຕີລອນ ຊ່ວຍປົກປ້ອງການເກີດເສັ້ນເລືອດອັດຕັນ.

zkathiem

3 ບ໊ອກໂຄລີ່ (ດອກຜັກ)

ເປັນຜັກທີ່ມີແຄວຊຽມສູງຫຼາຍ ແລະເໝາະກັບຜູ້ທີ່ມີຄໍເຣດສະເຕີລອນສູງອີກດ້ວຍ ແລະຍັງຊ່ວຍປ້ອງກັນການເກີດໂລກມະເຮັງຕ່າງໆ ແລະວິທີການເກັບວິຕາມິນ ແຮ່ທາດຫຼາກຫຼາຍທີ່ມີໃນບ໊ອກໂຄລີ່ ຄືເລືອກໃຊ້ວິທີການເດັດຜັກ ບໍ່ຄວນໃຊ້ວິທີການຊອຍ ແລະບໍ່ຫຼີກລ່ຽງການຕົ້ມຜັກເປັນເວລາດົນນານ.

zborkory

4 ແຄລອດ

ອຸດົມໄປດ້ວຍວິຕາມິນ ແລະແຮ່ທາດທີ່ມີປະໂຫຍດຫຼາຍຢ່າງ ແລະຍັງມີສານສໍາຄັນຄືສານ ຟອລຄາຣິນອລ ຊຶ່ງຊ່ວຍຕໍ່ຕ້ານເຊວ ແລະມະເຮັງໄດ້ອີກ ຊ່ວຍຫຼຸດລະດັບຄໍເຣດສະເຕີລອນໃນຮ່າງກາຍ ຊຶ່ງຊ່ວຍເພີ່ມປະສິດທິພາບໃນລະບົບໄຫຼວຽນຂອງເລືອດ ມີສານຕໍ່ຕ້ານອະນຸມູນອິດສະຫຼະ ຊຶ່ງມີສ່ວນຊ່ວຍໃນການແກ່ໄວ ແລະການເກີດຮອຍຮ່ຽວຍານແຫ່ງໄວໄດ້ເປັນຢ່າງດີ.

zkhaelot

5 ເຂົ້າໂອດ

ປ້ອງກັນໂລກຫົວໃຈໄດ້ ຊ່ວຍຫຼຸດຄໍເຣດສະເຕີລອນ ອຸດົມໄປດ້ວຍວິຕາມິນອີ ແລະຊ່ວຍໃນການຫຼຸດຄວາມເຂັ້ມແຂງຂອງເຣດສະເຕີລອນໃນເລືອດ.

zz77

6 ໝາກຖົ່ວຊະໜິດຕ່າງໆ

ຊ່ວຍໃນການຫຼຸດຄວາມເຂັ້ມແຂງຂອງຄໍເຣດສະເຕີລອນ ເປືອກຫຸ້ມເມັດແບ່ງໄດ້ເປັນສອງຊະນິດ ຊະນິດບໍ່ລະລາຍໃນນໍ້າ ແລະຍັງຈະຊ່ວຍເພີ່ມໃຍອາຫານ ແລະອູ້ມນໍ້າ ເຮັດໃຫ້ເຮົາຂັບຖ່າຍເປັນປົກກະຕິ ແລະຊະນິດລະລາຍນໍ້າ ຊ່ວຍຫຼຸດຄໍເຣດສະເຕີລອນໃນເລືອດ.

zmarkthuathueapai

7 ໝາກຖົ່ວເຫຼືອງ

ສັບພະຄຸນຊ່ວຍປົກປ້ອງການອັດຕັນໃນເສັ້ນເລືອດໄດ້ ຊຶ່ງກົດໄຂມັນບໍ່ອີ່ມຕົວໃນເຫຼືອງສາມາດຊ່ວຍຫຼຸດລະດັບຄໍເຣດສະເຕີລອນໄດ້.

zmarkthuealueang

8 ໝາກຖົ່ວຂຽວ

ໝາກຖົ່ວຂຽວອຸດົມໄປດ້ວຍວິຕາມິນອີ ຊຶ່ງເປັນສານຕໍ່ຕ້ານອະນຸມຸນອິດສະຫຼະ ທີ່ຊ່ວຍຮັກສາ ແລະສ້າງຄວາມແຂງແຮງໃຫ້ກັບເຊວຜິວໜັງ ຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ແກ່ຜິວ ແລະຍັງຊ່ວຍປົກປ້ອງຜິວຈາກມົນລະພາວະອີກດ້ວຍ.

2.22

9 ໝາກເລັ່ນ

ໝາກເລັ່ນ ນອກຈາກຈະເປັນທີ່ນິຍົມກັນກິນຫຼາຍທີ່ສຸດໃນໂລກແລ້ວ ປະໂຫຍດຂອງໝາກເລັ່ນຍັງມີຢູ່ຈໍານວນຫຼາຍ ເພາະອຸດົມໄປດ້ວຍວິຕາມິນ ແລະແຮ່ທາດຢູ່ຫຼາຍຊະນິດທີ່ມີປະໂຫຍດຕໍ່ຮ່າງກາຍເຊັ່ນ ວິຕາມິນຊີ ວິຕາມິນເອ, ວິຕາມິນເຄ, ວິຕາມິນພີ, ວິຕາມິນບີ 1, ວິຕາມິນບີ 2, ທາດແຄວຊຽມ, ທາດຟົດສະຟໍ ແລະທາດເຫຼັກ ໂດຍໝາກເລັ່ນຂະໜາດປານກາງນັ້ນຈະມີປະລິມານຂອງວິຕາມິນຊີເຄຶ່ງໜຶ່ງຂອງໝາກສົ້ມໂອທັງໜົດໜ່ວຍ ແລະໝາກເລັນໜຶ່ງໜ່ວຍມີປະລິມານວິຕາມິນເອທີ່ຮ່າງກາຍຕ້ອງການຈຳນວນ 1 ໃນ 3 ຂອງວິຕາມິນເອທີ່ຮ່າງກາຍຕ້ອງການຕໍ່ມື້ ແລະຍັງມີສານຈຳພວກ ໄລໂຄພີ່ນ (Lycopene) ແຄໂລທີນອຍ ເບຕ້າແຄໂລທີນ ແລະກົດອະມີໂນ ເປັນຕົ້ນ ແລະໝາກເລັນຍັງມີສັບພະຄຸນເປັນຢາຮັກສາໂລກໄດ້ອີກດ້ວຍ ເຊັ່ນ ຊ່ວຍປ້ອງກັນການແຂງຕົວຂອງຫຼອດເລືອດ, ຂັບປັດສະວະ, ຮັກສາຄວາມດັນເປັນຕົ້ນ.

zmarkleen

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...