Homeມຸມຂ່າວ AECກອງທັບໄທ​ ​ປະກາດ​ໃຊ້ ກົດ​ໄອ​ຍະ​ການ​ເສິກ ​ເພື່ອຮັກ​ສາ ​ຄວາມ​ສະ​ງົບ​

ກອງທັບໄທ​ ​ປະກາດ​ໃຊ້ ກົດ​ໄອ​ຍະ​ການ​ເສິກ ​ເພື່ອຮັກ​ສາ ​ຄວາມ​ສະ​ງົບ​

Published on

 

ກອງທັບ​ໄທໄດ້​ປະກາດ​ໃຊ້ກົດ​ໄອ​ຍະ​ການ​ເສິກ ​ໂດຍ​ກ່າວ​ວ່າຕົນ​ໄດ້​ດຳເນີນການດັ່ງກ່າວ​ນີ້
“ເພື່ອ​ຮັກສາ​ຄວາມ​ສະ​ງົບ​ແລະ​ຄວາມເປັນລະບຽບຮຽບຮ້ອຍ” ຫລັງຈາກ​ຫຼາຍ​ໆເດືອນ
​ ທີ່ໄດ້ເກີດ​ຄວາມ​ຮຸນ​ແຮງ ໃນການປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ.

​ໃນ​ການປະກາດ​ທາງ​ໂທລະພາບ​ໃນ​ເຊົ້າວັນ​ອັງຄານ​ມື້​ນີ້,ທ່ານ​ນາຍ​ພົນ ປຣະຍຸດ ຈັນ​ໂອຊາ​ ກ່າວປ້ອງກັນ ກ່ຽວກັບການເຄື່ອນໄຫວນີ້ວ່າ ມັນຈຳເປັນເພື່ອແກ້ໄຂວິກິດການທາງການເມືອງຂອງປະເທດ.

ນາຍພົນ ປຣະຍຸດ ກ່າວວ່າ “ກອງທັບບົກນັ້ນ ໝຸ້ງຫວັງທີ່ຈະນຳພາຄວາມສະງົບ ຮຽບຮ້ອຍ ມາສູ່ບ້ານເມືອງ ອັນເປັນທີ່ຮັກຍິ່ງຂອງຄົນໄທທຸກຄົນໂດຍໄວທີ່ສຸດ ຂໍໃຫ້ທຸກພວກ ທຸກຝ່າຍນັ້ນ ຢຸດການເຄື່ອນໄຫວເພື່ອເຂົ້າສູ່ຂະບວນການໃນການແກ້ບັນຫາຂອງຊາດຢ່າງຢັ້ງຢືນ ໂດຍໄວ.
ອຳນາດຕາມຄວາມ..ໃນມາດຕາຕ່າງໆຂອງພະລາດຊະບັນຍັດ ກົດ​ໄອ​ຍະການ​ເສິກ ພຸດທະສັກກະລາດ 2457 ນັ້ນ ຈະແຈ້ງໃຫ້ຊາບໂດຍທົ່ວກັນ ກະຂໍໃຫ້ປະຊາຊົນ ດຍທົ່ວໄປນັ້ນຢ່າຕື່ນຕົກໃຈ ຍັງຄົງທຳໜ້າທີ່ໄປຕາມປົກກະຕິ ທຸກປະການ.”

ນາຍພົນປຣະຍຸດ ໄດ້ພົບປະໃນວັນອັງຄານມື້ນີ້ ກັບພວກເຈົ້າໜ້າທີ່ອະວຸໂສຂອງຫຼາຍໆພະແນກການຂອງລັດຖະບານ.

ທ່ານຮຽກຮ້ອງໃຫ້ເປີດການເຈລະຈາລະຫວ່າງພັກຝ່າຍ ທີ່ເປັນປໍລະປັກ ແຕ່ກໍເວົ້າວ່າ ກົດໄອຍະການເສິກຈະມີຜົນບັງຄັບໃຊ້ຕໍ່ໄປ ຈົນກວ່າຈະມີການຟື້ນຟູກົດໝາຍ​ແລະຄວາມ
ເປັນລະບຽບຮຽບຮ້ອຍແລ້ວ.

ກອງທັບໄທ ຊຶ່ງໄດ້ກໍ່ລັດຖະປະຫານ 11 ຄັ້ງ ໃນຮອບ 80 ປີທີ່ຜ່ານມານີ້ ໄດ້ປະຕິເສດວ່າ ຕົນບໍ່ໄດ້ເຂົ້າຍຶດເອົາອຳນາດແຕ່ຢ່າງໃດ. ມີນາຍທະຫານຊັ້ນຜູ້ໃຫຍ່ຫຼາຍໆທ່ານ ໄດ້ປະຕິເສດຢ່າງ
ແຂງຂັນວ່າ ບໍ່ໄດ້ມີການກໍ່ລັດຖະປະຫານໃດໆ.

ລັດຖະມົນຕີກະຊວງຍຸຕິທຳ ທ່ານໄຊກະເສີມ ນິຕິສິຣິ ໄດ້ບອກກັບບັນດານັກຂ່າວວ່າ ຄະນະລັດຖະບານຊົ່ວຄາວນັ້ນ ຍັງບໍລິຫານປະເທດຢູ່ ແລະຢືນຢັດວ່າການເຄື່ອນໄຫວ
ຂອງພວກທະຫານທີ່ວ່ານີ້ ແມ່ນພົວພັນກັບເລື່ອງຄວາມປອດໄພເທົ່ານັ້ນ.

ແຕ່ແນວໃດກໍ ຕາມສະມາຊິກຂອງລັດຖະບານຊົ່ວຄາວຮັກສາການ ກ່າວວ່າ ບໍ່ໄດ້ມີີການປຶກສາລ່ວງໜ້າກ່ອນການຕັດສິນໃຈ ກ່ຽວກັບການຈັດຕັ້ງປະຕິບັດກົດໄອຍະການເສິກ.
​

ເບິ່ງວີດີໂອ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...