spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມກຸ່ມຊາຍຮັກຊາຍ ກວມເອົາສັດສ່ວນ ຜູ້ຕິດເຊື້ອ HIV/AIDS ຫຼາຍທີ່ສຸດ ໃນ ສປປ ລາວ !

ກຸ່ມຊາຍຮັກຊາຍ ກວມເອົາສັດສ່ວນ ຜູ້ຕິດເຊື້ອ HIV/AIDS ຫຼາຍທີ່ສຸດ ໃນ ສປປ ລາວ !

Published on

ປັດຈຸບັນ ລາວ ມີຈຳນວນ ຜູ້ຕິດເຊື້ອພະຍາດ ເຮສໄອວີ ເພີ່ມຂຶ້ນຈາກ ຈຳນວນ 830 ກວ່າຄົນ ໃນປີ 2014 ມາເປັນ 1 ພັນກວ່າຄົນ ໃນປີ 2015 ໃນນີ້ ເພດຊາຍ ກວມເອົາ 53,6%, ຍິງ 46,4%, ເຊັ່ນດຽວກັນ ຈຳນວນຜູ້ເສຍຊີວິດ ໄດ້ເພີ່ມຈາກ 107 ຄົນ ໃນປີ 2014 ມາເປັນ 130 ກວ່າຄົນ ໃນປີ 2015, ສຳລັບອັດຕາສ່ວນ ການຕິດເຊື້ອພະຍາດ ເຮສໄອວີ ຫລາຍກວ່າໝູ່ແມ່ນ ຊາຍຮ່ວມເພດກັບຊາຍ ກວມເອົາ 6,4%, ຄົນເຈັບຈາກວັນນະໂລກ 3,2%, ປະຊາຊົນທົ່ວໄປ 3,1%, ຜູ້ເສບຢາເສບຕິດ 0,8%, ສາວບໍລິການ 0,5%, ສາມີແມ່ຍິງຖືພາ 0,4% ແລະ ແມ່ຍິງຖືພາ 0,2%.

ທ່ານ ດຣ ພູນທອນ ສຸດທາລັກ ຮອງຫົວໜ້າສູນຕ້ານເອດ ແລະ ພຕພ ກະຊວງ ສາທາລະນະສຸກ ໄດ້ກ່າວໃນກອງປະຊຸມ ສ້າງຄວາມເຂົ້າໃຈ ໃຫ້ການນຳ, ສື່ມວນຊົນ ໃນວຽກງານຕ້ານເອດ ໃນວັນທີ 13 ພຶດສະພາ 2016 ຢູ່ນະຄອນຫລວງວຽງຈັນ ວ່າ: ເພື່ອຢຸດຕິການແຜ່ລະບາດ ຂອງເຊື້ອພະຍາດເຮສໄອວີ ແລະ ຫລຸດຜ່ອນຜົນກະທົບ ຈາກເຊື້ອເຮສໄອວີ ແລະ ພະຍາດເອດໃນ ສປປ ລາວ ຕ້ອງໄດ້ເອົາໃຈໃສ່ການປ້ອງກັນ ໃນກຸ່ມທີ່ມີຄວາມສ່ຽງ ໂດຍສະເພາະ ການປ້ອງກັນເຮສໄອວີ ໂດຍເຊື່ອມສານ ເຂົ້າໃນລະບົບສາທາລະນະສຸກ, ພັດທະນາກອບວຽກ-ເຊື່ອມສານເຂົ້າໃນ ວຽກງານຂອງ ຂະແໜງການຕ່າງໆ ຮັບປະກັນ ໃຫ້ຊາວໜຸ່ມ ມີທັກສະພື້ນຖານ, ໃຫ້ຂໍ້ມູນຂ່າວສານ ກ່ຽວກັບການປ້ອງກັນ ຕິດເຊື້ອເຣສໄອວີ -ປ້ອງກັນທີ່ຖືກ ຕ້ອງເໝາະສົມ (ໃສ່ຖົງຢາງອານາໄມ ທຸກຄັ້ງໃນເວລາ ມີເພດສຳພັນ ທີ່ບໍ່ແມ່ນຄູ່ຜົວ-ເມຍຕົນເອງ) ໃຫ້ຂໍ້ມູນຂ່າວສານດ້ານ ເພດສຳພັນແກ່ຊາວໜຸ່ມ ໂດຍອີງໃສ່ຂໍ້ມູນຕົວຈິງ ພາຍໃນປະເທດ, ຮັບປະກັນ ໃຫ້ມີຂໍ້ມູນຂ່າວສານກ່ຽວກັບ ການຕິດເຊື້ອພະຍາດ ດັ່ງກ່າວ ແລະ ການປ້ອງກັນ ຢູ່ສູນສຸຂະພາບ, ສູນໄວໜຸ່ມ ເຊິ່ງໃຊ້ພາສາທີ່ເໝາະສົມ ກັບຊາວໜຸ່ມ ກໍຄື ການປິ່ນປົວດ້ວຍຢາ ARV ແລະ ພະຍາດແຊກຊ້ອນ ( OI ) ໂດຍການຂະຫຍາຍ ການສະໜອງຢາປິ່ນປົວ ARV ແລະ ຢາ OI ໄປທຸກແຂວງ ໃນທົ່ວປະເທດໃນ ປີ 2020 ໄປຄ່ຽງຄູ່ກັບ ການປັບປຸງ ລະບົບປະສານງານ ລະຫວ່າງ ສູນປິ່ນປົວດ້ວຍຢາ ARV, ສະຖານທີ່ໃຫ້ຄຳປຶກສາ-ກວດເລືອດ ແລະ ຄູ່ຮ່ວມງານ ເພື່ອຫລຸດຜ່ອນ ການຕົກເຮ່ຍ.

ເຊື້ອພະຍາດເອດ (AIDS) ແມ່ນກຸ່ມອາການ ພູມຕ້ານທານເຊື່ອມ ໝາຍເຖິງເຊື້ອ ເຮສໄອວີ (HIV) ໄດ້ທຳລາຍພູມຕ້ານທານ ຂອງຮ່າງກາຍ ແລ້ວເກີດມີການຕິດເຊື້ອ ພະຍາດແຊກຊ້ອນ ຕ່າງໆເຊັ່ນ: ພະຍາດວັນນະໂລກ, ຖອກທ້ອງ, ຕຸ່ມເປື່ອຍ ແລະ ອື່ນໆ ແຕ່ສາມາດປິ່ນປົວພະຍາດ ແຊກຊ້ອນຕ່າງໆ ໃຫ້ຫາຍດີໄດ້.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...