Homeມູມໄອທີລາວວິທີແກ້ບັນຫາ ວິນໂດ້ຊ້າ ວິນໂດອືດ ດ້ວຍການປິດ ເອຟເຟດໃນ Windows

ວິທີແກ້ບັນຫາ ວິນໂດ້ຊ້າ ວິນໂດອືດ ດ້ວຍການປິດ ເອຟເຟດໃນ Windows

Published on

ວິທີເພີ່ມຄວາມໄວຄອມພິວເຕີທີ່ໃຊ້ວຽກຢູ່ນັ້ນປະສົບກັບບັນຫາວິນໂດຊ້າຫຼາຍຈົນບາງຄັ້ງເຮັດໃຫ້ເຮົາເສຍທັງເວລາ ແລະອາລົມໃນການໃຊ້ງານດັ່ງນັ້ນມື້ນີ້ເຮົາຈະມາແນະນຳອີກ 1 ວິທີທີ່ຈະເຮັດໃຫ້ຄອມພິວເຕີຂອງທ່ານໄວຂຶ້ນ ແບບເຫັນຜົນໄດ້ທັນທີນັນກໍ່ຄື

ການປັບການສະແດງຜົນຄ່າເອຟເຟດ Windows ນັ້ນເອງຊຶ່ງຈະມີວິທີແບບ ໃດນັ້ນໄປເບິ່ງກັນເລີຍ.

  • ວິທີປິດເອຟເຟດ Windows
  1. ຄລິກຂວາ My Computer ຫຼື This PC (ໃນ Windows 10) ແລ້ວກົດເລືອກເມນູ Properties

1458202274_windows02. ຄລິກທີ່ເມນູ System protection > Advanced > Sitting…ຕາມລຳດັບດັ່ງຮູບດ້ານລຸ່ມ.

15487

3. ເຮົາຈະພົບກັບຕົວເລືອກການສະແດງຜົນຂອງ Windows ໃຫ້ເຮົາເລືອກຢູ່ 4 ແບບ ຊຶ່ງກໍລະນີທີ່ເຮົາຕ້ອງການໃຫ້ Windows ໄວສຸດໆໃຫ້ເລືອກຫົວຂໍ້ Adjust for best performance ແລ້ວກົດ OK ຊຶ່ງຈະເປັນການປິດເອຟເຟດອັນທີ່ງາມງາມຕ່າງໆຂອງ Windows ລົງໄປເພື່ອຄວາມໄວໃຫ້ກັບວິນໂດຂອງເຮົາ ເຊິ່ງອາດຈະເຮັດໃຫ້ Windows ເຮົາບໍ່ງົດງາມປານໃດ ແຕ່ກໍ່ເຮັດໃຫ້ມັນໄວຂຶ້ນ14474. ແຕ່ຖ້າຫາກຕ້ອງການຄວາມງົດງາມຂອງ Font ໃຫ້ມີຄວາມສະມູດຂຶ້ນກໍ່ໃຫ້ເລືອກ Custom ແລ້ວຕິກໄປທີ Smooth edge of screen font ແລະ Smooth scroll list boxes ແລ້ວກົດ OK.

1256

ພຽງເທົ່ານີ້ Windows ຂອງທ່ານກໍ່ຈະໄວຂຶ້ນ ແລະ ກິນຊັບພະຍາກອນຢ່າງເຊັ່ນ Ram ຫຼື ກ໊າດຈໍໜ້ອຍລົງໄປ  ແລະ ເຮັດໃຫ້ສາມາດໃຊ້ງານໂປຼແກຼມຕ່າງໆໄດ້ໄວຂຶ້ນ.

 

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...