Homeຂ່າວຕ່າງປະເທດອາເມຣິກາເປີດນຳໃຊ້ ລະບົບປ້ອງກັນຂີປະນາວຸດ ຢູ່ຣູມານີ! ດ້ານຣັດເຊຍປະນາມ ເປັນໄພຕໍ່ຄວາມໝັ້ນຄົງ!

ອາເມຣິກາເປີດນຳໃຊ້ ລະບົບປ້ອງກັນຂີປະນາວຸດ ຢູ່ຣູມານີ! ດ້ານຣັດເຊຍປະນາມ ເປັນໄພຕໍ່ຄວາມໝັ້ນຄົງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ພຶດສະພາຜ່ານມານີ້ວ່າ ສະຫະລັດອາເມຣິກາ ແລະ ອົງການສົນທິສັນຍາ ປ້ອງກັນແອັດແລນຕິກເໜືອ ຫລື ນາໂຕ້ ໄດ້ປະກາດເລີ່ມເປີດນຳໃຊ້ ລະບົບປ້ອງກັນຂີປະນາວຸດ ມູນຄ່າ 800 ລ້ານໂດລາ ທີ່ຖານທັບອາກາດ ເດເວເຊລູ ທາງພາກໃຕ້ຂອງປະເທດຣູມານີ ໂດຍອ້າງວ່າ ເພື່ອປົກປ້ອງຕົນເອງ ແລະ ປະເທດເອີຣົບ ຈາກການຍິງຂີປະນາວຸດມາຈາກປະເທດຕ່າງໆ ໂດຍສະເພາະແມ່ນອີຣ່ານ.

ໃນຂະນະດຽວກັນ, ດ້ານເຈົ້າໜ້າທີ່ຂອງຣັດເຊຍ ໄດ້ອອກມາປະນາມການເຄື່ອນໄຫວດັ່ງກ່າວ ຂອງສະຫະລັດອາເມຣິກາ ແລະ ກຸ່ມນາໂຕ້ ໂດຍທ່ານ ດິມິທຣີ ເປສະຄອບ ໂຄສົກລັດຖະບານຣັດເຊຍ ໄດ້ອອກມາລະບຸວ່າ ຕາມຄວາມເຫັນຂອງຜູ້ຊ່ຽວຊານແລ້ວ ເຮັດໃຫ້ພວກເຮົາເຊື່ອວ່າ ການເປີດໃຊ້ງານ ລະບົບປ້ອງກັນຂີປະນາວຸດໃນຄັ້ງນີ້ ເປັນໄພຄຸກຄາມຢ່າງແທ້ຈິງ ຕໍ່ຄວາມໝັ້ນຄົງຂອງຣັດເຊຍ. ສ່ວນ ພົນເອກ ວະລາດີເມຍ ໂຄໂມເຢດອບ ປະທານກຳມາທິການປ້ອງກັນຊາດ ແຫ່ງ ສະພາດູມາ (ສະພາຜູ້ແທນປະຊາຊົນຣັດເຊຍ) ໄດ້ອອກມາລະບຸອີກວ່າ ພວກເຂົາໄດ້ຂະຫຍາຍແນວຍິງ ຊຶ່ງບໍ່ແມ່ນແຕ່ 100% ແຕ່ເປັນ 1000% ແມ່ນມີເປົ້າໝາຍທີ່ພວກເຮົາ ຊຶ່ງບໍ່ກ່ຽວກັບອີຣ່ານ ແຕ່ຫາກແມ່ນຣັດເຊຍ ແລະ ຂີດຄວາມສາມາດທາງນິວເຄລຍ ຂອງພວກເຮົາ.

NjpUs24nCQKx5e1EaDqY2Qk76lY04c86ePRTY7w5yu6
ທ່ານ ດິມິທຣີ ເປສະຄອບ ໂຄສົກລັດຖະບານຣັດເຊຍ

ແນວໃດກໍຕາມ, ສະຫະລັດອາເມຣິກາ ຍັງຄົງເດີນໜ້າໂຄງການກໍ່ສ້າງ ລະບົບປ້ອງກັນຂີປະນາວຸດໃນທະວີບເອີຣົບ ຊຶ່ງໄດ້ມີການວາງແຜນມາແຕ່ດົນນານແລ້ວ ແລະ ເຖິງແມ່ນໄດ້ມີຫາງສຽງຄັດຄ້ານຈາກຣັດເຊຍ ມາໂດຍຕະຫລອດກໍຕາມ, ໃນວັນສຸກທີ 13 ພຶດສະພາ 2016 ນີ້ ສະຫະລັດອາເມຣິກາ ກໍຍັງຢືນຢັນ ຈະລົງມືກໍ່ສ້າງລະບົບປ້ອງກັນແບບດຽວກັນນີ້ ເປັນແຫ່ງສຸດທ້າຍ ຢູ່ດິນແດນຂອງປະເທດໂປໂລຍ ຊຶ່ງມີກຳນົດກໍ່ສ້າງສຳເລັດ ພາຍໃນທ້າຍປີ 2018.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...