spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈັບ​ພໍ່​ແມ່​ລູກ ​ມີ​ຢາ​ບ້າ 1.795 ເມັດ

ຈັບ​ພໍ່​ແມ່​ລູກ ​ມີ​ຢາ​ບ້າ 1.795 ເມັດ

Published on

ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ໜ່ວຍ​ງານ​ສະກັດ​ກັ້ນ ແລະ​ ຕ້ານ​ຢາ​ເສບ​ຕິດ ປກສ ເມືອງ​ຄຳ​ເກີດ ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ຮັບ ແຫຼ່ງ​ຂ່າວ​ຈາກ​ພົນ­ລະ­ເມືອງ​ດີ​ວ່າ: ຈະ​ມີການ​ຊື້-ຂາຍ​ຢາ​ເສບ​ຕິດ​ຢູ່​ພາຍ​ໃນ​ເທ­ສະບານ​ເມືອງ ໃນ​ເມື່ອ​ໄດ້​ຮັບ​ແຫຼ່ງ​ຂ່າວແນວ​ນັ້ນ​ທາງ​ເຈົ້າ​ໜ້າ­ທີ່​ຈິ່ງ​ຈັດ​ກຳ­ລັງລົງ​ຕິດ­ຕາມ​ກຸ່ມ​ເປົ້າ​ໝາຍ​ເຫັນ​ວ່າ​ມີຄວາມ​ຈິງ.

ມາ​ຮອດ​ຕອນ​ບ່າຍ​ຂອງ​ວັນ​ທີ 22 ເດືອນ​ເມ­ສາ 2016 ເຈົ້າ​ໜ້າ­ທີ່​ຕຳ­ຫຼວດໄດ້​ນຳ​ກຳ­ລັງສະ­ກັດ​ຈັບ​ກຸ່ມ​ເປົ້າ​ໝາຍ​ທີ່ ກຳ­ລັງ​ມີ​ການ​ຊື້-ຂາຍ​ຢາ​ບ້າ​ຕາມ​ເສັ້ນທາງ​ຢູ່​ໃນ​ເທ­ສະ​ບານ​ເມືອງ​ຄຳ​ເກີດຊຶ່ງ​ໄດ້​ເຂົ້າ​ກວດ​ລົດໂຕ​ໂຍ​ຕ້າ ວີ​ໂກ້ໝາຍ  ເລກ​ທະ­ບຽນ ກຄ ກຳ­ແພງ​ນະ­ຄອນ 7696 ສີ​ປອນ​ເງິນກວດ​ພົບ​ຢາ​ບ້າ​ຈຳນວນ 9 ຖົງ ແລະ​ກັກ​ຕົວ​ຜູ້​ຖືກ​ຫາ​ໄດ້ 3 ຄົນ​ຄື: 1. ທ້າວ ອວນ ອາ­ຍຸ 52 ປີ, 2.ນາງ ແອ ອາ­ຍຸ 42 ປີ, 3. ທ້າວ ຈອນນີ ອາ­ຍຸ 19 ປີ ທັງ​ສາມ​ເປັນ​ພໍ່, ແມ່, ລູກກັນປະ­ຈຸ​ບັນ​ຢູ່​ບ້ານ​ນາ​ໄຮ ເມືອງ​ຄຳເກີດ ແຂວງ​ບໍ​ລິ​ຄຳ​ໄຊ.

ຜ່ານ​ການ​ສືບ­ສວນ-ສອບ​ສວນ​ຂອງ ເຈົ້າ​ໜ້າ­ທີ່ ນາງ ແອ ໃຫ້­ການ​ຮັບ​ສາ­ລະພາບ​ວ່າ: ຕົນ​ໄດ້​ມີ​ການ­ເຄື່ອນ­ໄຫວ​ຊື້-ຂາຍ​ຢາ​ເສບ​ຕິດ​ປະ­ເພດຢາ​ບ້າ​ມາ​ແຕ່​ປີ 2013 ຢາ​ບ້າ​ທີ່​ໄດ້​ມາ​ແຕ່​ລະ​ຄັ້ງ​ແມ່ນ​ຊື້​ນຳ​ຄົນ​ບ້ານ​ໃກ້​ຄຽງ ແລ້ວ​ມາ​ຈຳ­ໜ່າຍໃຫ້​ສາ­ຂາ​ພາຍ​ໃນ​ເມືອງ​ຕົກ​ມາ​ຮອດ​ວັນ ທີ 22 ເດືອນ​ເມ­ສາ 2016 ນີ້ ເວ­ລາ 9 ໂມງ​ເຊົ້າ ທ້າວ​ອວນ​ຜູ້​ເປັນ​ຜົວ ແລະ​ທ້າວ ຈອນ​ນີ ຜູ້​ເປັນ​ລູກ​ໄດ້​ພ້ອມ​ກັນ​ອອກ​ຈາກ ບ້ານ ນາ​ໄຮ ເມືອງ​ຄຳ​ເກີດ ຊຶ່ງ​ເປັນ​ບ້ານ ຂອງ​ຕົນ​ເພື່ອ​ໄປ​ຊື້-ຂາຍ​ຢາ​ບ້າຫຼັງ​ຈາກ ນັ້ນ​ທ້າວ​ອວນ ຜູ້​ເປັນ​ຜົວ​ໄດ້​ໂທລະ­ສັບ​ສັ່ງຊື້​ຢາ​ບ້າ​ນຳ​ຄົນ​ທີ່​ບໍ່​ຮູ້​ຊື່​ຢູ່​ບ້ານ​ໃກ້​ຄຽງຈຳ­ນວນ 01 ມັດພໍ​ຮອດ​ເວ­ລາ 13 ໂມງຂອງ​ວັນ​ດຽວ​ກັນ​ພວກ​ຕົນ​ກໍ​ໄດ້​ໄປ​ຮັບເອົາ​ຢາ​ບ້າ​ຢູ່​ເຮືອນ​ທີ່ທ້າວ ອວນ ຜູ້​ເປັນຜົວ​ໄດ້​ໂທລະ­ສັບ​ສັ່ງ​ຊື້​ຢາ​ບ້າ ແລ້ວ​ເຈົ້າຂອງ​ເຮືອນ​ກໍ​ໄດ້​ເອົາ​ຢາ​ບ້າ​ໃຫ້​ຈຳ­ນວນ 9 ຖົງ ລວມ​ມີ​ຈຳ­ນວນ 1.795 ເມັດ ຊື້ໃນ​ລາ­ຄາ​ເປັນ​ເງີນ 8 ລ້ານ​ກີບຫຼັງ​ຈາກທີ່​ໄດ້​ຮັບ​ຢາ​ບ້າ​ແລ້ວພວກ​ຕົນ​ກໍ​ໄດ້​ນຳຢາ​ບ້າ​ໄປ​ສົ່ງ​ໃຫ້​ສາ­ຂາ​ຢູ່​ໃນ​ເທ­ສະ​ບານເມືອງ ດ້ວຍ​ໃຊ້​ຮູບ​ການ​ນັດ​ສົ່ງ​ກັນ​ຢູ່​ແຄມທາງໃນ​ເວ­ລາ​ທີ່​ຈະ​ມີ​ການ​ຊື້-ຂາຍ​ຢາບ້າ​ຢູ່​ນັ້ນ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ກໍ່​ໄດ້​ສະ­ແດງ ຕົວ​ເຂົ້າ​ກວດ​ຄົ້ນ ແລະ​ໄດ້​ກັກ​ຕົວ​ພວກ​ຕົນພ້ອມ​ກັບຢາ​ບ້າ​ຈຳ­ນວນ 9 ຖົງມາ​ດຳເນີນ​ຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍ.  ສ່ວນ ທ້າວ ຈອນ​ນີ ຜູ້​ເປັນ​ລູກ​ໄດ້​ໃຫ້­ການ​ຮັບສາ­ລະ­ພາບ​ວ່າ: ຜ່ານ​ມາ​ຜູ້­ກ່ຽວ​ແມ່ນ​ບໍ່ເຄີຍ​ພົວ­ພັນ​ກັບ​ຢາ​ເສບ​ຕິດ​ເພາະ​ຕົນ​ເອງບໍ່​ໄດ້​ຢູ່​ບ້ານແຕ່​ຄັ້ງ​ນີ້​ຕົນ​ມາ​ຢາມ​ບ້ານພໍ່​ແມ່​ໄດ້​ຊວນ​ໄປ​ນຳ ແລະ​ຕົນ​ເອງ​ກໍ່​ບໍ່​ຮູ້ວ່າ​ພໍ່​ກັບ​ແມ່​ຈະ​ໄປ​ໃສ ແຕ່​ໃນ​ເວ­ລາ​ນັ່ງລົດ​ໄປ​ນັ້ນ​ໄດ້​ຍີນ​ພໍ່​ກັບ​ແມ່​ໂທລະ­ສັບ​ພົວພັນ​ເອົາ​ຢາ​ບ້າ​ນຳ​ໝູ່​ແຕ່​ບໍ່​ຮູ້​ວ່າ​ຢູ່​ບ້ານ​ໃດ ແລະ​ຊື່​ຫຍັງພໍ​ອອກ​ຈາກ​ບ້ານ​ໄປ​ໄດ້ໄລ­ຍະ​ໜຶ່ງ​ພໍ່​ກັບ​ແມ່​ກໍ​ໄດ້​ຂັບ​ລົດ​ໄປ​ບ້ານ ທີ່​ໂທລະ­ສັບ​ສັ່ງ​ຊື້​ຢາ​ບ້າ ແລ້ວ​ທັງ​ສອງ​ກໍ່​ໄດ້​ລົງ​ໄປ​ເອົາ​ຢາ​ບ້າ​ຂຶ້ນ​ລົດ​ແລ້ວ​ມຸ່ງ​ໜ້າ ເຂົ້າ​ຫຼັກ​ຊາວ ເພື່ອ​ໄປ​ຍັງ​ຈຸດ​ນັດ​ພົບ​ເພື່ອສົ່ງ​ຢາ​ບ້າ​ພໍ​ໄປ​ຮອດ​ຈຸດ​ນັດ​ສົ່ງ​ເວ­ລາປະ­ມານ 14 ໂມງ ຂອງ​ວັນ​ດຽວ​ກັນ​ກໍ່ຖືກ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ກັກ​ຕົວ​ໄປ ປກສ ເມືອງ​ຄຳ​ເກີດ ເພື່ອ​ທຳ​ການ​ສືບ­ສວນ-ສອບ​ສວນ.

ໂດຍ​ຂະ­ນະ​ນີ້​ທາງ​ເຈົ້າ​ໜ້າ­ທີ່​ໜ່ວຍງານ​ສະ­ກັດ​ກັ້ນ ແລະ​ຕ້ານ​ຢາ​ເສບ​ຕິດ ປກສ ເມືອງ​ຄຳ​ເກີດ ໄດ້​ສືບ­ຕໍ່​ທຳ​ການ ສືບ­ສວນ-ສອບ​ສວນ ເພື່ອ​ຂະ­ຫຍາຍ​ຜົນ​ຫາ​ຜູ້​ເຂົ້າ​ຮ່ວມ​ຂະ​ບວນ​ການ​ມາ​ດຳ­ເນີນຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍ.

ທີ່ມາ:

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...