spot_img
Homeຂ່າວຕ່າງປະເທດໄຂ້ຫວັດໃຫຍ່ H1N1 ຂ້າຊີວິດຄົນເອກວາດໍ 40 ຄົນຕັ້ງແຕ່ເມສາ

ໄຂ້ຫວັດໃຫຍ່ H1N1 ຂ້າຊີວິດຄົນເອກວາດໍ 40 ຄົນຕັ້ງແຕ່ເມສາ

Published on

ກະຊວງສາທາລະນະສຸກເອກວາດໍແຈ້ງວ່າ ໄວຣັສໄຂ້ຫວັດໃຫຍ່ສາຍພັນ H1N1 ຂ້າຊີວິດຄົນໃນປະເທດໄປແລ້ວຢ່າງໜ້ອຍ 39 ຄົນນັບຕັ້ງແຕ່ເດືອນເມສາ ແລະ ພົບຜູ້ປ່ວຍແລ້ວ 239 ຄົນ.

ກະຊວງສາທາລະນາສຸກເອກວາດໍລະບຸວ່າ ລະດູໜາວທີ່ສຸດທີ່ເກີດຂຶ້ນທົ່ວປະເທດໃນຂະນະນີ້ເປັນສາເຫດທີ່ເຮັດໃຫ້ມີຄົນເຈັບຈຳນວນຫຼາຍ ແລະຍັງມີລາຍງານຄົນເປັນໄຂ້ຫວັດໃຫຍ່ H1N1 ໃນຫຼາຍປະເທດທີ່ຢູ່ໃນອາເມລິກາໃຕ້ເຊັ່ນດຽວກັນ ນອກຈາກໄວຣັສ H1N1 ແລ້ວ ເອກວາດໍຍັງພົບຜູ້ປ່ວຍໄວຣັສໄຂ້ຫວັດໃຫຍ່ເອສາຍພັນ H3N2 ແລະໄຂ້ຫວັດໃຫຍ່ຢູ່ໃນຂະນະນີ້ນຳ ຢ່າງໃດກໍຕາມ ກະຊວງໄດ້ສີດວັກແຊັງປ້ອງກັນໄວຣັສ H1N1 ໃຫ້ແກ່ປະຊາຊົນແລ້ວບໍ່ຕໍ່າກວ່າ 3 ລ້ານຄົນ ແລະ ສົ່ງເຈົ້າໜ້າທີ່ອອກສີດພົ່ນຢາຂ້າເຊື້ອໄວຣັສຕາມເຮືອນ ແລະ ສູນພັກຜູ້ປະສົບໄພແຜ່ນດິນໄຫວໃຫຍ່ເມື່ອກາງເດືອນກ່ອນ.

ເອກວາດໍເຄີຍເກີດໄຂ້ຫວັດໃຫຍ່ H1N1 ລະບາດດົນເຖິງ 1 ປີ ເມື່ອວັນທີ 15 ພຶດສະພາ 2011 ຄັ້ງນັ້ນພົບຄົນເຈັບ 2.251 ຄົນ ແລະ ເສຍຊີວິດ 129 ຄົນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...