spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມດີທ໊ອກຮ່າງກາຍ ດ້ວຍໝາກຖົ່ວຂຽວ ດັບຮອ້ນຖອນພິດໄຂ້

ດີທ໊ອກຮ່າງກາຍ ດ້ວຍໝາກຖົ່ວຂຽວ ດັບຮອ້ນຖອນພິດໄຂ້

Published on

ໝາກຖົ່ວຂຽວ

ສັບພະຄຸນ ສາມາດຊ່ວຍດັບຮ້ອນ ຖອນພິດໄຂ້ ຂັບປັດສະວະ ແກ້ອາການອາຫານເປັນພິດ ຫຼືຕັດພິດຈາກສະໝຸນໄພ ປ້ອງກັນໂລກຄວາມດັນເລືອດສູງໄດ້ອີກດ້ວຍ ແຖມຍັງມີປະໂຫຍດຕໍ່ຕັບ (ທາດໄມ້)

ຫຼືວ່າຈະເປັນແກ້ຮ້ອນໃນ ຖອນຜິດຈາກພືດ ແລະສານໜູ ບໍາລຸງສາຍຕາ ຫຼຸດຄວາມດັນເລືອດ ຮັກສາອາການກະຫາຍນໍ້າ ລຳໄສ້ອັກເສບເບົາຫວານ ແລະຍັງຊ່ວຍກະຕຸ້ນປະສາດ ໂດຍມີແຄວຊຽມ ຟົດສະຟໍ ແລະແຄໂຣທີນເປັນສ່ວນປະກອບອີກດ້ວຍ.

ກໍລະນີໃຊ້ຖອນພິດຈາກພືດ ແລະສານໜູ

ໃຫ້ນໍ້າໝາກຖົ່ວຂຽວລ້າງໃຫ້ສະອາດ ໂດຍການນຳໄປຕົ້ມນໍ້າປະມານ 5-10 ນາທີ ແລ້ວເທເອົານໍ້າໝາກຖົ່ວຂຽວໃຫ້ຜູ້ທີ່ໄດ້ຮັບພິດດື່ມເຂົ້າໄປຫຼາຍໆ ຈົນອາຈຽນອອກຫຼາຍສໍ່າໃດຍິ່ງເປັນການດີ ຈະຊ່ວຍຂັບພິດທີ່ເຂົ້າໄປໃນຮ່າງກາຍໄດ້ດີຫຼາຍ.

ສ່ວນສານພິດຈາກຢາຂ້າແມງໄມ້ ສານພິດຈາກໂຮງງານ

ສານພິດກຸ່ມນີ້ມັນແພ້ໝາກຖົ່ວຂຽວ ການກິນໝາກຖົ່ວຂຽວສາມາດລ້າງສານພິດຂອງຢາຂ້າແມງໄມ້ໄດ້ເປັນຢ່າງດີເລີຍ ແລ້ວກໍ່ຍັງຄົ້ນພົບອີກດ້ວຍວ່າ ໝາກຖົ່ວຂຽວຕົ້ນທໍາມະດາມັນບໍ່ມີລິດຫຼາຍປານໃດ ວິທີທີ່ຈະເຮັດໃຫ້ໝາກຖົ່ວຂຽວແຮງກວ່າເກົ່າ ແລະກຳຈັດສານພິດຈາກຢາຂ້າແມງໄມ້ໄດ້ນັ້ນກໍ່ຄື ເອົາໄປຕົ້ມກັບເຂົ້າ ຫຼື ຈະນຳໄປຫູງພ້ອມກັບເຂົ້າ.

ໂດຍການໃຊ້ໝາກຖົ່ວ 1 ສ່ວນ ເຂົ້າ 1 ສ່ວນ ຕົ້ມໃສ່ນຳກັນໃຫ້ເປັນເຂົ້າຕົ້ມ ຫຼືໄປຫູງກັບເຂົ້າ ນຳເອົາໝາກຖົ້ວຂຽວໄປແຊ່ນໍ້າໄວ້ກ່ອນ 1 ຄືນ ແລ້ວນຳໄປຫູງພ້ອມກັບເຂົ້າສານ ເຂົ້າຕົ້ມໝາກຖົ່ວຂຽວ ກິນລ້າງສານພິດຂອງຢາຂ້າແມງໄມ້ໄດ້ຜົນແນ່ນອນ.

ສ່ວນ ເຂົ້າຕົ້ມໝາກຖົ່ວຂຽວໃຊ້ ເຂົ້າຈ້າວ 1 ສ່ວນ+ໝາກຖົ່ວຂຽວ 1 ສ່ວນ ຕົ້ມເຂົ້າກັນ ກາຍເປັນເຂົ້າຕົ້ມແຊບ ຖ້າກິນປະຈໍາກໍ່ຈະລ້າງສານພິດຈາກຢາຂ້າແມງໄມ້ ແລະສານພິດຈາກໂຮງງານໄດ້.

 

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...