spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ​ເມືອງ​ລອງ​ຈັບ​ກຸມ​ເຄືອ​ຂ່າຍ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່

ປກສ ​ເມືອງ​ລອງ​ຈັບ​ກຸມ​ເຄືອ​ຂ່າຍ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່

Published on

ກອງ​ບັນຊາ​ການ ປກສ ​ເມືອງ​ລອງ ​ແຂວງ​ຫລວງ​ນ້ຳທາ ລາຍ​ງານ​ໃຫ້​ຮູ້​ວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ກຳລັງ​ເຈົ້າໜ້າ​ທີ່​ຂອງຕົນ​ສາມາດ​ຈັບ​ກຸມ​​ເຄືອ​ຂ່າຍ​ຄ້າຂາຍ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ຢູ່​ເສັ້ນທາງ 17B ​ເຂດ​ຊຽງ​ກົກ ລວມ​ມີ​ທ້າວ ຈໍ​ລາ ອາ ຍຸ 33 ປີ ຢູ່​ບ້ານ​ກໍ​ຈໍ, ທ້າວ ລໍ​ຕູ ອາຍຸ20 ປີ ຢູ່​ບ້ານ​ກໍ​ລາ​ກາ ທັງ​ສອງຖື​ສັນຊາດ​ມຽນມາ ​ຢູ່ເມືອງ​ທ່າ​ຂີ້​ເຫລັກ ປະ​ເທດ​ມຽນມາ ​ແລະ ທ້າວ ອາ​ຕີ ອາຍຸ 28 ປີ ຢູ່​ບ້ານ​ຈະ​ເລີ​ນ​ໄຊ ​ເມືອງ​ລອງ ​ແຂວງ​ຫລວງ​ນ້ຳທາ ພ້ອມ​ຂອງ​ກາງ​ຢາ​ເສບ​ຕິດ​ປະ​ເພດ​ຢາ​ໄອ ຈຳນວນ 10 ກິ​ໂລ ຊຸກ​ເຊື່ອງ​ໄວ້​ໃນ​ຢາງ​ລົດ​ສຳຮອງ (ຢາງ​ສະ​ກົວ) ຈຶ່ງ​ໄດ້​ຢຶດ​ໄວ້​ເປັນ​ຫລັກ​ຖານ​​ເພື່ອ​ດຳ​ເນີນ​ຄະດີ ພ້ອມ​ລົດ​ກະບະ​ໜຶ່ງ​ຄັນ, ​ເງິນ 61 ພັນ​ກວ່າ​ບາດ (ສະກຸນ​ເງິນ​ໄທ), 27 ພັນ​ກວ່າ​ຈາດ (ສະກຸນ​ເງິນ​ມຽນມາ), ​ເງິນ​ກີບ​ອີກ​ຈຳນວນ​ໜຶ່ງ ​ແລະ ​ໂທລະສັບ​ມື​ຖື 3 ໜ່ວຍ​ທີ່​ພວກເຂົານຳ​ໃຊ້​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ກະທຳ​ຜິດ​ຄັ້ງນີ້.

​ເຈົ້າໜ້າ​ທີ່​ໃຫ້​ຮູ້​ວ່າ: ການ​ຈັບ​ກຸ່ມຄ້າຂາຍ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ນີ້​ໄດ້​ແມ່ນ​ໄດ້​ຮັບ​ແຈ້ງ​ຈາກ​ພົນລະ​ເມືອງ​ດີ​ວ່າ​ຈະ​ມີ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ​ເປັນ​ຈຳນວນ​ຫລາຍ​ຜ່ານ​ເຂດ​ເມືອງ​ລອງ​ ຈຶ່ງ​ໄດ້​ຈັດ​ວາງ​ກຳລັງ​ ເພື່ອສະກັດຕາມ​ເສັ້ນທາງ​ຈຸດ​ສຳຄັນ​ດັ່ງກ່າວ ແລະ ​ສາມາດຈັບ​ຕົວຜູ້ກະທຳຜິດ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ​ບ້ານ​ເມືອງ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...