Homeຂ່າວຕ່າງປະເທດບໍລິສັດນໍ້າມັນ​ທີ່​ກະທົບ​ຈາກ​ໄຟ​ປ່າ​ກາ​ນາ​ດາ​ຈະ​ເລີ່​ມຜະລິດ​​ໄດ້​ໃນ​ບໍ່​ເທົ່າ​ໃດ​ວັນ

ບໍລິສັດນໍ້າມັນ​ທີ່​ກະທົບ​ຈາກ​ໄຟ​ປ່າ​ກາ​ນາ​ດາ​ຈະ​ເລີ່​ມຜະລິດ​​ໄດ້​ໃນ​ບໍ່​ເທົ່າ​ໃດ​ວັນ

Published on

ນາງ ຣາ​ເຊ​ລ ນອດລີ ປະທານ​ທີ່​ປຶກສາ​ລັດ​ແອບ​ເບີ​ຕາ​ຂອງ​ກາ​ນາ​ດາ ກ່າວ​ວ່າ ບໍລິສັດ​ນໍ້າມັນ​ທີ່​ຕ້ອງ​ລະງັບ​ການ​ຜະລິດ​ຊົ່ວຄາວ​ຈາກ​ໄຟ​ປ່າ​ໃນ​ເມືອງຟອດ​ເມີ​ເຣ ຈະ​ສາມາດ​ກັບ​ມາ​ດຳ​ເນີນ​ການ​ຜະລິດ​ໄດ້​ໃນ​ບໍ່​ເທົ່າ​ໃດ​ວັນ ຫຼື ບໍ່​ເທົ່າ​ໃດ​ອາ​ທິດ.

ປະທານ​ທີ່​ປຶກສາ​ລັດ​ແອລ​ເບີ​ຕາ​ກ່າວ​ພາຍຫຼັງ​ພົບ​ປະ​ຫາລື​ກັບ​ຜູ້​ບໍລິຫານ​ບໍລິສັດ​ນໍ້າມັນ​ວ່າ ທຸກ​ຢ່າງ​ໃນ​ເມືອງ​ຈະ​ຕ້ອງ​ພ້ອມ​ດ້ວຍ​ປັດ​ໄຈ​ຕ່າງໆ​ກ່ອນ​ເຊັ່ນ ​ເສັ້ນທາງ​​ເດີນ​ລົດ​ທ້ອງ​ຖິ່ນ​ຈະ​ຕ້ອງ​ປອດ​ໄພ ຊຶ່ງ​ຄົນ​ງານ​ຫຼາຍ​ພັນ​ຈະ​ສາມາດ​ກັບ​ເຂົ້າ​ເຮັດ​ວຽກ​ໄດ້ ລວມທັງ​ໂຮງພະຍາບານ ​ແລະ ຄລີ​ນິກຈະ​ໄດ້​ເປີດ​ບໍລິການ​ອີກ ກ່ອນ​ໜ້າ​ນີ້ ຄົນ​ງານ​ຫຼາຍ​ພັນ​ຄົນ​ຊຶ່ງ​ອາ​ໄສ​ຢູ່​ໃນ​ແຫຼ່ງຜະລິດ​ນໍ້າມັນ​ຂອງ​ເມືອງ​ໄດ້​ຮັບ​ການ​ຍ້າຍ​ອອກ​ຈາກ​ພື້ນ​ທີ່​ເຂດ​ໄຟ​ປ່າ ​ໂດຍຈະ​ໄດ້​ຮັບ​ການ​ອົບ​ພະ​ຍົບ​ທາງ​ລົດ, ລົດ​ໂດ​ຍສານ, ລົດ​ໄຟ ​ແລະ ​ເຮືອບິນ​ທາງ​ດ້ານ​ສຳນັກ​ພະລັງງານ​ລັດ​ແອ​ລ​ເບີ​ຕາ​ຈະ​ເປັນ​ຜູ້​ດຳ​ເນີນ​ການ​ຄວບ​ຄຸມ​ໃນ​ກະບວນ​ການ​ຜະລິດ​ນໍ້າມັນ​ອີກ, ນາຍົກລັດຖະມົນຕີຈັສຕິນ ທຣູ​ໂດ​ຂອງ​ກາ​ນາ​ດາ ກ່າວ​ວ່າ ຈະ​ໄປ​ຢ້ຽມຢາມ​ເມືອງ​ຟອດ​ເມີ​ເຣ​ໃນ​ວັນ​ສຸກ​ນີ້ ​ແລະ ຍ້ອງ​ຍໍປະ​ຕິ​ບັດ​ການຮັບ​ມື​ລ່ວງ​ໜ້າ​ໃນ​ການ​ອົບ​ພະ​ຍົມ​ປະຊາຊົນ 100.000 ຄົນ​ໄດ້​ແບບ​ປອດ​ໄພ ລັດຖະບານ​ກາງ​ກາ​ນາ​ດາ​ໃຫ້​ສັນຍາ​ວ່າ​ຈະ​ຊ່ວ​ຍ​ເຫຼືອ​ລັດ​ແອ​ເບີຕາ​ໃນ​ການ​ພື້ນ​ຟູ​ເສດຖະກິດ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...