spot_img
Homeຂ່າວການສຶກສາໄພລິນ ບໍລິບູນ ຊັ້ນ ປ 5 ໂຮງຮຽນສິນໄຊ ນັກຮຽນເກັ່ງ ວິຊາພາສາລາວ-ວັນນະຄະດີ ຂອງປະເທດ!

ໄພລິນ ບໍລິບູນ ຊັ້ນ ປ 5 ໂຮງຮຽນສິນໄຊ ນັກຮຽນເກັ່ງ ວິຊາພາສາລາວ-ວັນນະຄະດີ ຂອງປະເທດ!

Published on

ຄົນເຮົາບໍ່ແມ່ນວ່າຈະມີຄວາມຮູ້, ຄວາມສາມາດມາແຕ່ກໍາເນີດ, ຕ້ອງໄດ້ມີການຝຶກຝົນ ຫລໍ່ຫລອມຕົນເອງຢູ່ສະເໜີ ດ້ວຍການຄົ້ນຄວ້າຮໍ່າຮຽນ ເຊິ່ງນອກຈາກຈະຮຽນນໍາຄູອາຈານແລ້ວ ກໍຕ້ອງເປັນຄົນທີ່ມີຄວາມດຸໝັ່ນ ຊອກຫາຄວາມຮູ້ຮໍ່າດ້ວຍຕົນເອງ ຈາກການອ່ານປຶ້ມຕໍາລາຮຽນ, ບົດເລື່ອງ ແລະ ສາລະໜ້າຮູ້ຕ່າງໆ ເໝືອນກັບ ນາງ ໄພລິນ ບໍລິບູນ ນັກຮຽນ ຊັ້ນ 5 ຂອງໂຮງຮຽນສິນໄຊ ທີ່ມີຄວາມຕັ້ງໃຈ ແລະ ເອົາໃຈໃສ່ຕໍ່ການຮຽນເປັນພິເສດ ແລະ ໝັ່ນຄົ້ນຄວ້າຫາຄວາມຮູ້ໃຫ້ຕົນເອງ ຈົນກາຍເປັນນັກຮຽນເກັ່ງ ທີ່ຍາດໄດ້ອັນດັບໜຶ່ງຂອງ ວິຊາພາສາລາວວັນນະຄະດີ ໃນການສອບເສັງ ນັກຮຽນເກັ່ງທົ່ວປະເທດ ທີ່ຈັດຂຶ້ນໃນ ວັນທີ 26-29 ເມສາ 2016 ນີ້.

ນາງ ໄພລິນ ບໍລິບູນ ເວົ້າໃຫ້ຟັງວ່າ: ສິ່ງທີ່ເຮັດໃຫ້ຕົນເອງສາມາດເສັງໄດ້ອັນດັບທີໜຶ່ງ ຂອງການສອບເສັງ ນັກຮຽນເກັ່ງທົ່ວປະເທດ ແມ່ນຍ້ອນຕົນເອງມີຄວາມຕັ້ງໃຈສູງ ແລະ ມີຄວາມດຸໝັ່ນຄົ້ນຄວ້າຮໍ່າຮຽນ ບໍ່ວ່າໃນໂຮງຮຽນ ຫລື ນອກໂຮງຮຽນກໍຕາມ, ເມື່ອເວລາຂຶ້ນຫ້ອງຮຽນ ຕົນຈະມີຄວາມຕັ້ງໃຈຟັງ ຄໍາຄູອະທິບາຍທຸກຄັ້ງ ເມື່ອບໍ່ເຂົ້າໃຈກໍເຂົ້າໄປຖາມຄູດ້ວຍຕົນເອງທັນທີ  ແລະ ເວລາຢູ່ບ້ານຕົນເອງ ກໍເຮັດບົດເຝິກຫັດທີ່ຄູຝາກໃຫ້ຈົນແລ້ວ ຫລັງຈາກນັ້ນກໍອ່ານທົບທວນຄືນ ເພື່ອໃຫ້ເຂົ້າໃຈຫົວຂໍ້ນັ້ນໆ. ໃນມື້ໃກ້ຈະເສັງນັກຮຽນເກັ່ງທົ່ວປະເທດ ຕົນເອງມີຄວາມຕື່ນເຕັ້ນຫລາຍ ເພາະຢ້ານບໍ່ໄດ້ຕາມຄວາມ ຄາດຫວັງທີ່ຕັ້ງໄວ້ ສະນັ້ນ, ຈຶ່ງໄດ້ອ່ານບົດຮຽນທຸກໆມື້ ແລະ ໝັ່ນຖາມບົດຮຽນນໍາຄູ ກ່ຽວກັບຫົວຂໍ້ ຫລື ເນື້ອໃນທີ່ຕົນຍັງບໍ່ເຂົ້າໃຈຂອງບົດຮຽນນັ້ນ ດັ່ງນັ້ນ, ຈຶ່ງເຮັດໃຫ້ຕົນໄດ້ເປັນນັກຮຽນເກັ່ງ ອັນດັບໜຶ່ງ ຂອງການສອບເສັງທົ່ວປະເທດ.

80

ພ້ອມນີ້ທ່ານ ນາງ ແສນລະວີ ໄຊຍະລາດ ຄູສອນ ວິຊາພາສາລາວວັນນະຄະດີ ກໍໄດ້ຢືນຢັນວ່າ: ນາງ ໄພລິນ ບໍລິບູນ ເປັນນັກຮຽນທີ່ມີຄວາມດຸໝັ່ນ ແລະ ມີພິກໄຫວໃນການຮຽນ, ມີຄວາມຮັບຜິດຊອບ ແລະ ຄວາມຕື່ນຕົວສູງ ບວກກັບພອນສະຫວັນ ທີ່ມີແຕ່ຕອນຮຽນຢູ່ ຫ້ອງ 1 ດັ່ງນັ້ນທາງໂຮງຮຽນ ຈຶ່ງໃຫ້ການສະໜັບສະໜູນ ໂດຍການສອນບໍາລຸງ ໃຫ້ລາວເປັນພິເສດ ແລະ ກໍສົມດັ່ງຄວາມປາຖະໜາ ຂອງໂຮງຮຽນ ກໍຄືຄູອາຈານໝົດທຸກຄົນ ທີ່ລາວສາມາດສອບເສັງ ໄດ້ອັນດັບໜຶ່ງຂອງປະເທດ ເຊິ່ງຖືວ່າ ເປັນຄວາມພາກພູມໃຈ ຂອງຄູທີ່ເຫັນນັກຮຽນຂອງຕົນ ປະສົບຜົນສໍາເລັດ ແລະ ສ້າງຊື່ສຽງໃຫ້ແກ່ໂຮງຮຽນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...