Homeນານາສາລະປູກເຂົ້າໃນແທ໋ງຊີເມັນ ດູແລງ່າຍ ແຖມປູກໄດ້ຕະຫຼອດປີ

ປູກເຂົ້າໃນແທ໋ງຊີເມັນ ດູແລງ່າຍ ແຖມປູກໄດ້ຕະຫຼອດປີ

Published on

ສຳລັບຜູ້ທີ່ມີພື້ນທີ່ບໍ່ຫຼາຍໃນການປູກເຂົ້າ ເປັນອີກທາງເລືອກໜຶ່ງທີ່ສາມາດນຳມາປະຕິບັດຕົວຈິງໄດ້ ວິທີເຮັດກໍ່ບໍ່ຍາກ ທົດລອງເຮັດເບິ່ງເດີ້ ສຳລັບຄົນທີ່ຮຽນເຮັດໃໝ່ກໍ່ລອງເຮັດນ້ອຍໆເບິ່ງກ່ອນ ບາດເຫັນຜົນແລ້ວຈິ່ງຄ່ອຍຂະຫຍາຍອອກກໍ່ໄດ້

ຂັ້ນຕອນການເລືອກແທ໋ງນ້ຳ
1. ແທ໋ງທີ່ຈະໃຊ້ຕ້ອງມີຄວາມສູງປະມານ 50 ຊມ, ຂະໜາດ 3×4 ແມັດ
2. ນຳສີມັງມາປູພື້ນໃນແທ໋ງໃຫ້ສູງຂຶ້ນປະມານ 2-3 ນິ້ວ ເຮັດການສາບປູນກັນຮົ່ວ ຄວນປະສົມປູນນ້ຳຢາກັນຊຶມພ້ອມ ແລ້ວສາບທັບອີກ 2-3 ຄັ້ງ ເພື່ອປ້ອງກັນການຮົ່ວຊຶມ

2 (2)

ຂັ້ນຕອນການປະສົມດິນ ແລະ ປູກເຂົ້າ
1.ນຳດິນມາໃສ່ໃນແທ໋ງໃຫ້ສູງ 30 ຊມ ນຳປຸ໋ຍໝັກຊີວະພາບມາໃສ່ 1 ກຳມື ຕໍ່ 1 ແມັດ ແຊ່ນ້ຳພໍປຽກໆໄວ້ປະມານ 2-3 ວັນ ປັບດິນໃຫ້ສະເໝີກັນກ່ອນນຳກົກເຂົ້າມາດຳໃສ່

2.ນຳເຂົ້າປູກອາຍຸປະມານ 120 ວັນ ມາຊຳກ້າ ເຮັດການຊຳກ້າເຂົ້າໄວ້ປະມານ 15-20ວັນ ຈິງນຳມາປັກດຳໃນແທ໋ງ ດຳກ້າ 3 ຕົ້ນ/ 1ກໍ ດຳຫ່າງຈາກຂອບແທ໋ງ 3 ນິ້ວ ແລະ ແຕ່ລະກໍດຳຫ່າງກັນ 8 ນິ້ວ

ການດູແລ

ເມື່ອດຳເຂົ້າໄດ້ 2-3 ວັນ ໃຫ້ເອົານ້ຳເຂົ້າແທ໋ງທີ່ລະດັບຄໍຂອງຕົ້ນເຂົ້າ ເມື່ອເຂົ້າອາຍຸ 1 ເດືອນ ຕົ້ນເຂົ້າຈະສູງປະມານ 70ຊມ ໃຫ້ເພີ່ມນ້ຳເຂົ້າທີ່ລະດັບຄໍຂອງຕົ້ນກ້າ ຮັກສາລະດັບນ້ຳໄວ້ການໃຊ້ນ້ຳໝັກຊີວະພາບ ສີດໝັກບຳລຸງຕົ້ນເມື່ອດຳເຂົ້າແລ້ວ 3 ວັນ ຫຼັງຈາກນັ້ນໃຫ້ສີດພົ່ນ 7 ວັນຕໍ່ເນື່ອງ ຈົນອາຍຸຂອງເຂົ້າໄດ້ 90 ວັນ ເຂົ້າຈະເລີ່ມຖືພາໃຫ້ສີດພົ່ນນ້ຳໝັກສູດບຳລຸງດອກ 2 ຄັ້ງໃນທຸກ 15 ວັນ, ຫຼັງຈາກທີ່ເຂົ້າອອກຮວງໃຫ້ສີດພົ່ນນ້ຳໝັກສູດບຳລຸງຜົນ 2 ຄັ້ງ ໂດຍຫ່າງກັນ 7 ວັນ ຕໍ່ຄັ້ງ ຈາກນັ້ນກໍ່ລໍຖ້າເກັບກ່ຽວຜົນຜະລິດ
4 (2)
ສູດນ້ຳໝັກບຳລຸງນາເຂົ້າ
ວັດຖຸດິບມີ: ກ້ວຍສຸກ 5 ກິໂລ, ໝາດຫຸ່ງ 5 ກິໂລ, ໝາກອຶ 5 ກິໂລ, ກາກນ້ຳຕານ 10 ລິດ, ຫົວເຊື້ອ 5 ລິດ, ພົດ 2. 1ຊອງ,
ວິທີເຮັດ:
– ນຳພົດ2. 1ຊອງ ລະລາຍໃນນ້ຳ 150 ລິດ

– ນຳໝາກໄມ້ທັງໝົດມາຊອຍ, ມາຟັກເປັນຕ່ອນນ້ອຍໆ ແລ້ວນຳໄປປະສົມກາກນ້ຳຕານ 10 ລິດ, ຫົວເຊື້ອ 5 ລິດ, ນຳພົດ 21 ຊອງ ລະລາຍໃນນ້ຳ 150 ລິດ ປະສົມທຸກຢ່າງເຂົ້າກັນ ແລະ ໝັກໄວ້ 3 ເດືອນ

ສູດນ້ຳໝັກກຳຈັດປ້ອງກັນໄລ່ແມງໄມ້
1.ໝາກເພັດສົດ 1 ດິໂລ
2.ຫົວກະຊ່າຍ 1 ກິໂລ
3.ໝາກຂີ້ຫູດ 50 ໝ່ວຍ
4.ກາກນ້ຳຕານ 5 ລິດ
5.ນ້ຳໝັກຫົວເຊື້ອ 5 ລິດ
6.ນ້ຳສົ້ມຄັວນໄມ້ 5 ລິດ

ວິທີເຮັດ
ນຳກາກນ້ຳຕານ 5 ລິດ ມາລະລາຍໃນນ້ຳ 20 ລິດ
ນຳພົດ 7 ຊອງ ມາລະລາຍໃນນ້ຳ 15 ລິດ ປະໄວ້ 15 ນາທີ
ນຳວັດຖຸດິບທັງໝົດມາປະສົມເຂົ້າກັນ ຈາກນັ້ນກໍ່ໝັກໄວ້ປະມານ 20 ວັນ
ວິທີໃຊ້
ນ້ຳໝັກ 1 ແກ້ວລິໂພ ປະສົມກັບນ້ຳ 20 ລິດ ແລ້ວນຳໄປສີດ ພຽງເທົ່ານີ້ກໍ່ຈະຊ່ວຍກຳຈັດປ້ອງກັນໄລ່ແມງໄມ້ທຸກຊະນິດ
ທີ່ມາ: http://www.siamzaap.com/2015/11/blog-post_6.html

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...