spot_img
HomeມູມໄອທີລາວHuawei ເປີດໂຕເຮືອທຸງລຸ້ນໃໝ່ Honor V8

Huawei ເປີດໂຕເຮືອທຸງລຸ້ນໃໝ່ Honor V8

Published on

Huawei ເປີດໂຕສະມາດໂຟນເຮືອທຸງຈາກບໍລິສັດລູກລຸ້ນໃໝ່ນັ້ນກໍຄື Honor V8. ເຊິ່ງມີໜ້າຈໍຂະໜາດ 5.7 ນິ້ວ, ມີ 2 ລຸ້ນທີ່ຕ່າງຄວາມລະອຽດຂອງຈໍໃຫ້ເລືອກຄື ຄວາມລະອຽດ 1920 x 1080 ພິກເຊວ (Full HD) ແລະ ຄວາມລະອຽດ 2560×1440 (Quad HD), ສຳລັບຈໍນັ້ນຈະເປັນແບບ 2.5D, ໃຊ້ງານຊິບປະມວນຜົນໂຕໃໝ່ຫຼ້າສຸດຄື Octa-Core Kirin 950 / 955 ແລະລະບົບ Android 6.0 (Marshmallow) ທັບດ້ວຍ EMUI 4.1. ສຳລັບໄຮໄລ້ຂອງໂຕເຄື່ອງແມ່ນຈະເປັນກ້ອງຫຼັງຄູ່ທີ່ມີຄວາມລະອຽດ 12 ລ້ານພິກເຊວ ມາພ້ອມກັບເລເຊີໂຟກັດອັດຕະໂນມັດ ແລະຂະໜາດໄມຄອນພິກເຊວຢູ່ທິ່ 1.76 ເຊິ່ງມີແນວໂນ້ມສູງວ່າຈະເຮັດໃຫ້ຮູບທີ່ຖ່າຍນັ້ນມີຄຸນນະພາບຫຼາຍຂຶ້ນກວ່າເກົ່າໃນບ່ອນແສງໜ້ອຍ.

image

ສຳລັັບສະເປັກຂອງ Huawei honor V8 ມີດັ່ງນີ້:

– ໜ້າຈໍຂະໜາດ 5.7 ນິ້ວ (ຄວາມລະອຽດ 1920 x 1080 ພິກເຊວ) Full HD ແລະ (ຄວາມລະອຽດ 2560 × 1440 ພິກເຊວ) Quad HD ເຊິ່ງເປັນຈໍແບບ 2.5D
– ໃຊ້ງານຊິບປະມວນຜົນ Octa-Core Kirin 955 (4x 2.5GHz A72, A53 4 x 1.8 GHz) ແລະ Kirin 950 (2.3GHz 4 x A72 + 1.8GHz 4 x A53) ພ້ອມກັບຊິບປະມວນຜົນກຣາບຟິກ Mali T880 MP4
– RAM 4GB, ພື້ນທີ່ຈັດເກັບ 32GB ແລະ 64GB ສາມາດເພີ່ມ microSD ສູງສຸດ 128GB
– ລະບົບປະຕິບັດການ Android 6.0 (Marshmallow) ທັບດ້ວຍ EMUI 4.1
– ຮອງຮັບ 2 ຊິມ (nano + nano/microSD)
– ກ້ອງຫຼັງຄວາມລະອຽດ 12 ລ້ານພິກເຊວ ພ້ອມກັບແຟລັດຄູ່ໂທນ LED, ເລເຊີໂຟກັດອັດຕະໂນມັດ, ຮູຮັບແສງ f/2.2 ແລະໃຊ້ເລນກ້ອງຂອງ 6P
– ກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ ພ້ອມກັບຮູຮັບແສງ f/2.4
– ລະບົບສະແກນລາຍນິ້ວມື, ເຊັນເຊີອິນຟຣາເຣດ
– ຂະໜາດຂອງໂຕເຄື່ອງ: 157.00×77.60×7.75 ມມ; ໜັກ: 170 ກຣາມ
– ຮອງຮັບ 3G, 4G LTE, Wi-Fi a/b/g/n/ac (2.4GHz and 5GHz), Bluetooth 4.2, GPS, NFC, USB Type-C
– ແບັດເຕີຣີ 3500mAh ມາພ້ອມກັບລະບົບສາກໄວ
– ໂຕເຄື່ອງມີໃຫ້ເລືອກເຖິງ 6 ສີໄດ້ແກ່: Ceramic White, Platinum Silver, Rose Gold, Champagne gold, Ice Silver ແລະ Gray

ສຳລັບລາຄາແມ່ນສະຫຼຸບໄດ້ດັ່ງນີ້:
– ລຸ້ນຄວາມລະອຽດ 1920 x 1080 ພິກເຊວ ຫຼື Full HD, ທີ່ໃຊ້ຊິບ Kirin 950, RAM 4GB ແລະ ພື້ນທີ່ຈັດເກັບ 32 GB ລາຄາແມ່ນ 2299 ຢວນ (2.863.000 ກີບ) ແລະອີກໂມເດວທີ່ສະເປັກດຽວກັນແຕ່ຮອງຮັບລະບົບເຄື່ອຂ່າຍຫຼາຍກວ່າ ລາຄາແມ່ນ (3.110.000 ກີບ)

– ລຸ້ນຄວາມລະອຽດ 2560×1440 ຫຼື Quad HD, ໃຊ້ຊິບ Kirin 955, Ram 4GB, ພື້ນທີ່ຈັດເກັບ 64 GB ລາຄາແມ່ນ (3.485.000 ກີບ)

ສຳລັບຕອນນີ້ໂຕເຄື່ອງແມ່ນເປີດໃຫ້ສັ່ງຈອງແລ້ວທີ່ປະເທດຈີນ ແລະຈະເລີ່ມວາງຂາຍໃນວັນທີ 17 ພຶດສະພານີ້

ທີ່ມາ:fonearena

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...