Homeນານາສາລະນ້ຳປັ່ນໝາກໂມ ແລະ ສະຕໍເບີຣີ ເຄື່ອງດືມຄາຍຄວາມຮ້ອນຊັ້ນດີ

ນ້ຳປັ່ນໝາກໂມ ແລະ ສະຕໍເບີຣີ ເຄື່ອງດືມຄາຍຄວາມຮ້ອນຊັ້ນດີ

Published on

ຮ້ອນໆແບບນີ້ພວກເຮົາ ຂໍແນາະນຳວິທີເຮັດ ນ້ຳປັ່ນໝາກໂມ ແລະ ສະຕໍເບີຣີ ເປັນເຄື່ອງດືມຄາຍຄວາມຮ້ອນ
ສ່ວນປະກອບ:
– ໝາກໂມແຊ່ແຂງ 2 ຖ້ວຍນ້ອຍ.
– ສະຕໍເບີຣີແຊ່ແຂງ 1 ຖ້ວຍນ້ອຍ.
– ນ້ຳໝາກພ້າວ 1 ຈອກໃຫຍ່.
– ໃບມິ້ນ (ຫອມຮໍ້) 10 ຍອດ.
– ນ້ຳເຜິ້ງໜ້ອຍໜຶ່ງ ຫຼື ບໍ່ໃສ່ເລີຍກໍ່ໄດ້.
ວິທີປຸງແຕ່ງ:
• ເມື່ອໝາກໄມ້ແຂງແລ້ວກໍ່ເອົາອອກມາໃສ່ໂຖປັ່ນພ້ອມກັບນ້ຳໝາກພ້າວ ແລະ ໃບມິ້ນແລ້ວປັ່ນທຸກຢ່າງໃຫ້ລະອຽດຈົນເປັນເນື້ອດຽວກັນ. ຈາກນັ້ນ, ກໍ່ລົດຊາດຕາມໃຈມັກຈະຕື່ມນ້ຳເຊື່ອມ ຫຼື ນ້ຳເຜິ້ງໃສ່ຕື່ມກໍ່ໄດ້, ຖອກໃສ່ຈອກຕົກແຕ່ງດ້ວຍສະຕໍເບີຣີ ແລະ ໃບມິ້ນ.
ສັບພະຄຸນ:
ໃບມິ້ນ (ຜັກຫອມຮໍ້):
– ຜັກຫອມຮໍ້ສາມາດແກ້ອາການເຈັບທ້ອງ, ທ້ອງອືດ, ຊ່ວຍກຳຈັດລົມໃນກະເພາະ ໂດຍການຄັ້ນເອົາແຕ່ນ້ຳຈາກຕົ້ນ ແລະ ໃບມາດື່ມ ຫຼື ຈະກິນແບບສົດໆກໍ່ໄດ້ ເຊິ່ງຈະຊ່ວຍດັບກິ່ນປາກໄດ້ນຳ.
– ຊ່ວຍອາການຈຸກທ້ອງໃນເດັກ ໂດຍເອົາໃບປະມານ 2-3 ໃບ ມາບົດໃຫ້ລະອຽດແລ້ວປະສົມກັບນ້ຳເລັກນ້ອຍ ຈະຊ່ວຍໃຫ້ອາການບັນເທົາລົງ. ເຊິ່ງເປັນຢາທີ່ຊ່ວຍຢຸດຢັ້ງເຊື້ອພະຍາດໄດ້ດີ.
– ນອກຈາກນັ້ນ, ຍັງຊ່ວຍໃຫ້ສະໝອງປອດໂປ່ງ, ປ້ອງກັນໄຂ້ຫວັດ, ບຳລຸງສາຍຕາ ແລະ ຊ່ວຍໃຫ້ຫົວໃຈແຂງແຮງ ເຊິ່ງໃນຜັກຫອມຮໍ້ຍັງເຕັມໄປດ້ວຍເບຕ້າ ແຄໂຣທີນ, ແຄລຊຽມ, ວິຕາມິນຊີອີກດ້ວຍ.

ຈາກ: ເສດຖະກິດ – ການຄ້າ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...