spot_img
Homeໂທລະສັບສາເຫດ ພ້ອມວິທີການແກ້ໄຂບັນຫາ ສະມາດໂຟນ-ແທັບເລັດ ຮ້ອນ

ສາເຫດ ພ້ອມວິທີການແກ້ໄຂບັນຫາ ສະມາດໂຟນ-ແທັບເລັດ ຮ້ອນ

Published on

ຜູ້​ອ່ານ​ຫຼາຍ​ທ່ານ​ອາດ​ກຳ­ລັງ​ປະ­ສົບ​ບັນ­ຫາ​ການ​ນຳ​ໃຊ້​ອຸ­ປະ­ກອນ​ມື​ຖື​ບໍ່​ວ່າ​ຈະ​ເປັນ​ສະ­ມາດ​ໂຟນ ຫຼື ແທັບ​ເລັດ​ແລ້ວ​ມີ​ອາ­ການ​ຮ້ອນ ຊຶ່ງ​ສາ­ເຫດ​ຫຼັກໆ​ນັ້ນ​ມັກ​ຈະ​ເກີດ​ມາ​ຈາກ​

ການ​ທີ່​ອຸ­ປະ­ກອນ​ເຫຼົ່າ­ນັ້ນ​ຖືກ​ນຳ​ໃຊ້​ເປັນ​ເວ­ລາ​ດົນ​ຕິດ­ຕໍ່​ກັນ​ເຊັ່ນ​ການ​ຫຼິ້ນ​ເກມ​ສາມ​ມິ​ຕິ, ເບິ່ງ​ຮູບ­ເງົາ, ເບິ່ງ​ລະ ຄອນ, ເບິ່ງ​ຄລິບ​ເທິງ​ສະ­ມາດ​ໂຟນ, ຟັງ​ເພງ ເປັນ­ຕົ້ນ ຈິ່ງ​ສົ່ງ​ຜົນ​ໃຫ້​ບັນ ດາ​ໜ່ວຍ​ປະ­ມວນ​ຜົນ ຫຼື ໜ່ວຍ​ກຣາ​ຟິກ ໃນ​ມື​ຖື​ເຮັດ​ວຽກ​ໜັກ ແລະ​ເກີດ​ຄວາມ​ຮ້ອນ​ຕາມ​ມາ​ນັ້ນ​ເອງ ແຕ່​ກໍ​ມີ​ໃນ​ບາງ​ກໍ­ລະ­ນີ​ທີ່​ຜູ້​ໃຊ້​ງານ​ນັ້ນ​ພົບ​ວ່າສະ­ມາດ​ໂຟນ ຫຼື ແທັບ​ເລັດ​ຮ້ອນ​ຜິດ​ປົກ­ກະ­ຕິ ຊຶ່ງ​ອາດ​ຈະ​ມີ​ສາ­ເຫດ​ມາ ຈາກ​ບັນ­ຫາ​ອື່ນໆ​ນຳ​ອີກ ດັ່ງ­ນັ້ນ ມື້­ນີ້​ຄໍ​ລຳ​ຜ່າ​ໂລກ​ໄອ​ທີ​ຈິ່ງ​ໄດ້​ນຳ​ເອົາ​ສາ­ເຫດ ແລະ​ວິ­ທີ​ແກ້​ບັນ­ຫາ​ມື​ຖື​ຮ້ອນ​ມາ​ຝາກ.

ວິ­ທີ​ແກ້​ບັນ­ຫາ​ມື​ຖື​ຮ້ອນ

  1. ເຄຣຍ​ແຣມ (Ram)

ການ​ເຄຣຍ​ແຣມ​ນັ້ນ​ກໍ​ຄື​ການ​ປິດ​ການ​ເຮັດ​ວຽກ​ຂອງ​ລະ­ບົບ​ຕ່າງໆ ລວມ​ເຖິງ​ແອບ​ພລິ​ເຄ​ເຊິນ​ບາງ​ຕົວ​ຊຶ່ງ​ວິ­ທີ​ນີ້​ຈະ​ເຮັດ​ໃຫ້​ມື​ຖື​ຂອງ​ເຮົາ​ນັ້ນ ເຮັດ​ວຽກ​ໜ້ອຍ​ລົງ​ນັ້ນ​ເອງ

  1. ຖອນ​ແອັບ​ພລິ​ເຄ​ເຊິນ​ທີ່​ບໍ່​ໄດ້​ໃຊ້​ອອກ

ແອບ​ພລິ​ເຄ​ເຊິນ​ບາງ​ຕົວ​ນັ້ນ​ຫາກ​ເຮົາ​ບໍ່​ໄດ້​ໃຊ້​ງານ​ກໍ​ຄວນ​ຖອດ​ການ ຕິດ​ຕັ້ງ​ອອກ​ແດ່​ເນື່ອງ​ຈາກ​ແອັບ​ພລິ​ເຄ​ເຊິນ​ບາງ​ຕົວ​ນັ້ນ​ອາດ​ຈະ​ມີ​ການ ເຮັດ​ວຽກ​ຢູ່​ເບື້ອງ​ຫຼັງ​ໂດຍ​ທີ່​ເຮົາ​ຍັງ​ບໍ່​ໄດ້​ເປີດ​ແອັບ​ຕົວ​ນັ້ນ​ຂຶ້ນ​ມາ​ໃຊ້​ຊ້ຳ

  1. ກວດ​ສະ­ພາບ​ແບັດ​ເຕີ​ຣີ

ແບັດ​ເຕີ​ຣີ​ນັ້ນ​ມີ​ອາ­ຍຸ​ການ​ນຳ​ໃຊ້​ຂອງ​ມັນ ຊຶ່ງ​ຫາກ​ເຮົາ​ໃຊ້​ແບບ​ຜິດໆ ເຊັ່ນ​ສາກ​ໄປ​ຫຼິ້ນ​ໄປ ກໍ​ອາດ​ເຮັດ​ໃຫ້​ອາ­ຍຸ​ການ​ນຳ​ໃຊ້ ຫຼື ປະ­ສິດ­ທິ­ພາບ​ຂອງ ແບັດ​ເຕີ​ຣີ​ຫຼຸດ​ລົງ​ສົ່ງ​ຜົນ​ໃຫ້​ມີ​ການ​ເຮັດ​ວຽກ​ຜິດ​ປົກ­ກະ­ຕິ​ເຊັ່ນ​ອາ­ກາດ ແບັດ​ເຕີ​ຣີ​ຮ້ອນ​ໄວ​ຂຶ້ນ​ໃນ​ອະ­ນາ­ຄົດ​ໄດ້

  1. ລອງ​ເປີດ-ປິດ​ເຄື່ອງ​ໃໝ່

ບາງ​ຄັ້ງ​ເຄື່ອງ​ອາດ​ເກີດ​ບັກ ຫຼື ການ​ຄ້າງ​ຂອງ​ແອັບ​ພລິ​ເຄ​ເຊິນ​ບາງ  ຕົວ​ທີ່​ເປັນ​ສາ­ເຫດ​ໃຫ້​ເກີດ​ການ​ດຶງ​ຊີ​ພີ​ຢູ ມາ​ໃຊ້​ງານ​ໃນ​ປະ­ລິ­ມານ​ຫຼາຍໆ  ຈິ່ງ​ສົ່ງ​ຜົນ​ໃຫ້​ເຄື່ອງ​ເຮັດ​ວຽກ​ໜັກ​ນັ້ນ​ເອງ

  1. ຕັ້ງ​ຄ່າ ຄືນ​ຄ່າ​ໂຮງ­ງານ

ເປັນ​ການ​ຄືນ​ຄ່າ​ການ​ຕັ້ງ​ຄ່າ​ແບບ​ງ່າຍ​ທີ່​ສຸດ ຫຼື ຈະ​ຮຽກ​ໃຫ້​ເຂົ້າ­ໃຈ   ງ່າຍໆ​ກໍ​ຄື​ກັບ​ການ​ລ້າງ​ເຄື່ອງ​ນັ້ນ​ແຫຼະ

  1. ເຄ​ສ​ມື​ຖື​ບໍ່​ໄດ້​ມາດ­ຕະ­ຖານ

ການ​ໃສ່​ເຄ​ສ​ມື​ຖື​ນັ້ນ​ເປັນ​ການ​ຫໍ່​ຫຸ້ມ​ເຄື່ອງ​ໄວ້​ອີກ​ຊັ້ນ ຈິ່ງ​ເຮັດ​ໃຫ້​ເກີດ ຄວາມ​ຮ້ອນ​ສະ​ສົມ​ໄດ້​ງ່າຍ​ກວ່າ ແລະ​ຍິ່ງ​ເຄ​ສ​ບາງ​ຕົວ​ນັ້ນ​ບໍ່​ໄດ້​ຜະ­ລິດ ອອກ​ມາ​ຈາກ​ວັດ​ສະ​ດຸ​ຄາຍ​ຄວາມ​ຮ້ອນ​ໄດ້​ງ່າຍໆ​ແລ້ວ ຕົວ​ເຄ​ສ​ນັ້ນ​ແຫຼະ​ທີ່​ເປັນ​ບັນ­ຫາ​ເຮັດ​ໃຫ້​ມື​ຖື​ຂອງ​ເຮົາ​ຮ້ອນ​ໄວ​ຍິ່ງ​ຂຶ້ນ

  1. ປ່ຽນ​ສະ­ຖານ­ທີ່​ຫຼິ້ນ

ສິ່ງ­ແວ­ດລ້ອມ ຫຼື ສະ­ພາບ​ອາ­ກາດ​ທີ່​ຮ້ອນ​ກໍ​ມີ​ຜົນ​ເຮັດ​ໃຫ້​ມື​ຖື​ຂອງ​ເຮົາ​ນັ້ນ​ຮ້ອນ​ໄວ​ຂຶ້ນ​ອີກ​ດ້ວຍ

ຫວັງ​ວ່າ 7 ວິ­ທີ​ນີ້ ຈະ​ພໍ​ຊ່ວຍ­ເຫຼືອ​ທ່ານ​ຜູ້​ອ່ານ​ທີ່​ກຳ­ລັງ​ປະ­ສົບ​ບັນ­ຫາ​ມື​ຖື​ຮ້ອນ​ໄດ້​ແດ່​ບໍ່​ຫຼາຍ​ກໍ​ໜ້ອຍ ແລະ​ຫາກ​ທ່ານ​ໃດ​ມີ​ວິ­ທີ​ຄັກໆ​ສຳ­ລັບ​ການ​ແກ້​ບັນ­ຫາ​ສະ­ມາດ​ໂຟນ ຫຼື ແທັບ​ເລັດ​ຮ້ອນ ກໍ​ສາ­ມາດ​ນຳ​ຂໍ້​ມູນ​ມາ​ແບ່ງ ປັນ​ກັນ​ໄດ້.

 

ຂໍ້ມູນຈາກ: ເສດຖະກິດ-ສັງຄົມ

 

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...