spot_img
Homeຂ່າວຕ່າງປະເທດຣັດເຊຍຈັດສວນສະໜາມຍິ່ງໃຫຍ່! ສະຫລອງວັນໄຊຊະນະ ເໜືອຟາຊິດເຢຍລະມັນ ຄົບຮອບ 71 ປີ!

ຣັດເຊຍຈັດສວນສະໜາມຍິ່ງໃຫຍ່! ສະຫລອງວັນໄຊຊະນະ ເໜືອຟາຊິດເຢຍລະມັນ ຄົບຮອບ 71 ປີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ພຶດສະພາຜ່ານມານີ້ວ່າ ຣັດເຊຍໄດ້ຈັດພິທີສວນສະໜາມ ສະເຫລີມສະຫລອງຄົບຮອບ 71 ປີ ວັນໄຊຊະນະເໜືອຟາຊິດເຢຍລະມັນ (9 ພຶດສະພາ 1945 – 9 ພຶດສະພາ 2016) ໃນສະໄໝສົງຄາມໂລກຄັ້ງທີສອງ ທີ່ສະໜາມແດງ ນະຄອນຫລວງມົດສະກູ ຢ່າງຍິ່ງໃຫຍ່ອະລັງການ ພາຍໃຕ້ການເຂົ້າຮ່ວມເປັນກຽດໃນພິທີຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ບັນດານັກຮົບເກົ່າ ກອງທັບແດງໂຊວຽດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ການສະເຫລີມສະຫລອງດັ່ງກ່າວນີ້ ໄດ້ກາຍເປັນວັນສຳຄັນຂອງຊາດ ເພື່ອລະນຶກເຖິງເຫດການ ທີ່ກອງທັບແດງຂອງ ອະດີດສະຫະພາບໂຊວຽດ ໄດ້ບຸກໂຈມຕີຂັບໄລ່ກອງທັບຟາດຊິດເຢຍລະມັນ ທີ່ທຳການຮຸກຮານ ຈົນໄດ້ຮັບໄຊຊະນະຢ່າງສົມບູນ ດັບສູນລະບອບຟາດຊິດເຢຍລະມັນຢ່າງສິ້ນເຊີງ ໃນສະໄໝສົງຄາມໂລກຄັ້ງທີສອງ.

ສຳລັບການຈັດພິທີສວນສະໜາມໃນປີນີ້ ໄດ້ມີທະຫານເຂົ້າຮ່ວມປະມານ 13,000 ຄົນ, ລົດຫຸ້ມເກາະອີກ 135 ຄັນ, ເຮືອບິນສູ້ຮົບ, ເຮືອບິນຖິ້ມລະເບີດ ແລະ ເຮຄິຄັອບເຕີ້ອີກ ລວມ 71 ລຳ ຕະຫລອດຮອດ ມີການນຳເອົາຂີປະນາວຸດຕິດຫົວຮົບນິວເຄລຍ ໄລຍະໄກ ‘RS-24 Yars’ ອອກມາສະແດງແສນຍານຸພາບ ຂອງກອງທັບຣັດເຊຍ ພາຍໃນພິທີອີກດ້ວຍ.

Russian Buk-M2 missile system drives during Victory Day parade to mark end of World War Two at Red Square in Moscow
ລະບົບຂີປະນາວຸດ Buk-M2 ຂອງກອງທັບຣັດເຊຍ ເຂົ້າຮ່ວມໃນພິທີສວນສະໜາມ
Russian S-400 Triumph medium-range and long-range surface-to-air missile systems drive during Victory Day parade to mark end of World War Two at Red Square in Moscow
ລະບົບຂີປະນາວຸດຍິງຈາກພື້ນສູ່ອາກາດ S-400 ໄລຍະກາງ ແລະ ໄລຍະໄກ ຖືກນຳມາສະແດງໃນພິທີສວນສະໜາມ
Russian servicemen stand atop military vehicles during the Victory Day parade, marking the 71st anniversary of the victory over Nazi Germany in World War Two, at Red Square in Moscow
ລົດຫຸ້ມເກາະນັບຮ້ອຍຄັນຂອງກອງທັບຣັດເຊຍໃນພິທີ
Russian servicewomen march during the Victory Day parade, marking the 71st anniversary of the victory over Nazi Germany in World War Two, at Red Square in Moscow
ກ້ອນກຳລັງສວນສະໜາມຂອງທະຫານຍິງ ກອງທັບຣັດເຊຍ
ຂີປະນາວຸດຕິດຫົວຮົບນິວເຄລຍ ໄລຍະໄກ ‘RS-24 Yars’
ຂີປະນາວຸດຕິດຫົວຮົບນິວເຄລຍ ໄລຍະໄກ ‘RS-24 Yars’
NjpUs24nCQKx5e1EaEBDNEhD0Lu13y4FONomWUXrGe8
ເຮືອບິນສູ້ຮົບ MIG-29 ແລະ Su-27 ຂອງກອງທັບອາກາດຣັດເຊຍ ບິນສະແດງຢູ່ເທິງທ້ອງຟ້າ ເໜືອສະໜາມແດງ ເຂດບໍລິເວນຈັດພິທີ
NjpUs24nCQKx5e1EaEBDNEhD0Lu13y4pZihtAMmOT0n
ປະທານາທິບໍດີ ວະລາດີເມຍ ປູຕິນ ແຫ່ງຣັດເຊຍ ເຂົ້າຮ່ວມໃນພິທີ

NjpUs24nCQKx5e1EaEBDNEhD0Lu13y8uxpNyX5MPrm9

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...