spot_img
Homeຂ່າວທ້ອງຖິ່ນດ້ວຍຄວາມຮູ້ບຸນຄຸນ! ແຂວງບໍ່ແກ້ວມອບເງິນອຸດໜູນ ໃຫ້ຍາດພີ່ນ້ອງຜູ້ເສຍຊິວິດ ໃນປາງສົງຄາມ ເກືອບ 1 ຕື້ກີບ!

ດ້ວຍຄວາມຮູ້ບຸນຄຸນ! ແຂວງບໍ່ແກ້ວມອບເງິນອຸດໜູນ ໃຫ້ຍາດພີ່ນ້ອງຜູ້ເສຍຊິວິດ ໃນປາງສົງຄາມ ເກືອບ 1 ຕື້ກີບ!

Published on

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ພະ​ແນກແຮງງານ​ ແລະ ສະຫວັດດີການສັງຄົມແຂວງບໍ່ແກ້ວຮ່ວມກັບຫ້ອງການແຮງງານ​ ແລະ ສະຫວັດດີການສັງຄົມ ເມືອງຜາອຸດົມໄດ້ຈັດພິທີມອບ-​ຮັບ​ເງິນ​ ນະໂຍບາຍອຸດໜູນໃຫ້ແກ່ຍາດຕິພີ່ນ້ອງ ຜູ້ທີ່ເສຍສະຫລະຊິວິດໃນປາງສົງຄາມ ແລະ ຜູ້ທີ່ອອກການປະຕິວັດກ່ອນປີ 1975 ​ທີ່ມີຄຸນງາມຄວາມດີໃນການປະກອບເຂົ້າໃນພາລະກິດປະຕິວັດຊາດ.

ເງິນທີ່​ນຳມາມອບໃນຄັ້ງນີ້ມີທັງ​ໝົດ​ 936 ​ລ້ານກວ່າກີບ ​ໂດຍ​ແມ່ນ​ ທ່ານ ຈອມ​ສີ ລັດຕະນະປັນ ຮອງເຈົ້າເມືອງຜາອຸດົມ ​ເປັນ​ຜູ້ມອບ​ໃຫ້ຍາດພີ່ນ້ອງ ຜູ້ທີ່ໄດ້ເສຍສະຫລະຊິວິດໃນປາສົງຄາມແຕ່ປີ 1955-1965 ມີ 19 ຄົນ, ຍິງ 2 ຄົນ ເປັນຈຳນວນເງິນ 417​ ລ້ານກວ່າກີບ, ແຕ່ປີ 1966-1975 ມີ 13 ຄົນ ເປັນເງິນ 295 ລ້ານກວ່າກີບ, ຜູ້ໄດ້ຮັບເງິນອຸດໜຸນເທື່ອດຽວທີ່ອອກການປະຕິວັດແຕ່ປີ 1966-1975 ​ທີ່ຍັງມີຊີວິດ ຈຳນວນ 19 ຄົນ ​​ເປັນ​ເງິນ 223 ລ້ານກວ່າກີບ​.

ໃນວັນດຽວກັນ, ພະແນກແຮງງານ​ ແລະ ສະຫວັດດີການສັງຄົມ ແຂວງບໍ່ແກ້ວ ຍັງໄດ້ສືບຕໍ່ມອບເງິນນະໂຍບາຍອຸດໜູນ ຢູ່ເມືອງປາກທາ ໃຫ້ແກ່ຍາດຕິພີນ້ອງ ທີ່ໄດ້ເສຍສະຫລະຊິວິດໃນປາ​ງສົງຄາມຈຳນວນ 4 ຄົນ ເປັນ​​ເງິນ 80 ລ້ານກີບເຊັ່ນດຽວກັນ.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...