spot_img
Homeເກັບຕົກ-ເລື່ອງແປກ7 ຄວາມເຊື່ອບູຮານທີ່ຍັງເຫຼືອຢູ່ໃນໂລກ! ທີ່ສ້າງຄວາມເຈັບປວດໃຫ້ແກ່ຄົນທີ່ເປັນເພດແມ່

7 ຄວາມເຊື່ອບູຮານທີ່ຍັງເຫຼືອຢູ່ໃນໂລກ! ທີ່ສ້າງຄວາມເຈັບປວດໃຫ້ແກ່ຄົນທີ່ເປັນເພດແມ່

Published on

ແປກແຕ່ຈິງ ຮອບໂລກວັນນີ້ ພວກເຮົາຈະພາທຸກທ່ານມາຮູ້ຈັກ 7 ຄວາມເຊື່ອບູຮານທີ່ຍັງເຫຼືອຢູ່ໃນໂລກ! ທີ່ສ້າງຄວາມເຈັບປວດໃຫ້ແກ່ຄົນທີ່ເປັນເພດແມ່ ທຸກວັນນີ້ເຖິງແມ່ນວ່າໂລກຂອງພວກເຮົາຈະພັດທະນາໄປໄກພຽງໃດກໍ່ຕາມ ແຕ່ສິ່ງທີ່ຍັງຢູ່ຄູ່ກັບມະນຸດເຮົາທຸກວັນ ກໍ່ແມ່ນເລື່ອງຂອງຄວາມເຊື່ອ ທີ່ເກົ່າແກ່ສືບທອດກັນມາເປັນເວລາດົນນານ ທັງທີ່ເໝາະສົມ ແລະ ບໍ່ເໝາະສົມ

ແຕ່ຍັງມີຄົນຈຳນວນຫຼາຍທີ່ຍອມເຮັດຕາມຄວາມເຊື່ອບູຮານໂດຍບໍ່ສົນໃຈສິ່ງໃດທັງນັ້ນ ເຊັ່ນ 7 ພິທີກຳເກົ່າແກ່ທີ່ຄິດຂຶ້ນເພື່ອໃຫ້ເພດຍິງໂດຍສະເພາະ ແຕ່ກັບບໍ່ຄຳນຶງເຖິງຄວາມທໍລະມານທີ່ພວກນາງໄດ້ຮັບເລີຍ

1. ການບັງຄັບໃຫ້ກິນໃນສາທາລະນະລັດ ອິດສະລາມມໍຣິເຕເນຍ

01-27

ສາວໆຫຼາຍຄົນຢູ່ທີ່ນີ້ບໍ່ມີສິດຢ້ານອ້ວນ ເພາະພວກນາງຈະຖືກ ຄຸມໃຫ້ກິນຕັ້ງແຕ່ຍັງນ້ອຍ ດ້ວຍປະລິມານນົມ 5 ແກລລອນ ແລະ ປະເພດທັນຍາພືດ 4 ປອນ ເປັນປະຈຳທຸກວັນ ເພື່ອກຽມພ້ອມສຳລັບການແຕ່ງງານໃນອານາຄົດ ເຊິ່ງວ່າຄົງບໍ່ມີໃຜຢາກກິນຂະໜາດນີ້ ກິນຈົນຕ້ອງຮາກອອກມາ ເມື່ອຮາກອອກມາແລ້ວຈະຖືກບັງຄັບໃຫ້ກິນຮາກນັ້ນກັບເຂົ້າໄປຄືນໃຫ້ໝົດ ບໍ່ດັ່ງນັ້ນຈະຖືກລົງໂທດ

2. ບັງຄັບໃຫ້ຮ້ອງໄຫ້ໜັກໆ ກ່ອນແຕ່ງງານໃນປະເທດຈີນ

02-22

ເລື່ອງນີ້ເປັນອີກຄວາມເຊື່ອແປກໆ ຂອງມົນທົນເສສວນ ສຳລັບເຈົ້າສາວທີ່ກຳລັງຈະແຕ່ງງານ ຕ້ອງຮ້ອງໄຫ້ຄືນລະ 1 ຊົ່ວໂມງ ຕິດຕໍ່ກັນເັນເວລາ 1 ເດືອນ ຫຼັງຈາກຮ້ອງໄຫ້ໄປໄກ້ 10 ວັນ ແມ່ຂອງເຈົ້າສາວກໍ່ຕ້ອງມາຮ້ອງໄຫ້ນຳ ແລະ ຖັດໄປອີກ 10 ວັນຍາດຝ່າຍເຈົ້າສາວກໍ່ຕ້ອງມາຮ້ອງໄຫ້ນຳ ເພາະເຊື່ອກັນວ່າວິທີນີ້ຈະເປັນການກຳຈັດຄວາມທຸກໃຫ້ໝົດໄປກ່ອນແຕ່ງງານ

3. ການໜີບອະໄວຍະວະເພດຍິງໃນ ຢູກັນດາ

03-22

ມີການຕໍ່ຕ້ານຫຼາຍກ່ຽວກັບໜີບອະໄວຍະວະເພດຍິງ ເພາະຫາກເຮັດບໍ່ສະອາດຫຼືຜິດວິທີ ຈະເຮັດໃຫ້ເກີດການຕິດເຊື້ອ ແລະ ອັນຕະລາຍເຖິງຊີວິດ ແລະ ຍັງກະທົບຕໍ່ສະພາບຈິດໃຈຂອງຜູ້ຖືກໜີບຢ່າງແຮງ ແຕ່ຊົນເຜົ່າ Sabiny ໃນປະເທດ ຢູກັນດາ ກໍ່ຍັງຄົງເຮັດພິທີນີ້ສືບຕໍ່ກັນມາເລື່ອຍໆ ເພາະເຊື່ອວ່າເປັນການສະແດງເຖິງຄວາມເປັນສາວເຕັມຕົວ ແລະ ຍັງເປັນການສະແດງຄວາມຈົງຮັກພັກດີຕໍ່ຜູ້ເປັນຜົວອີກດ້ວຍ

4. ການລັກພາຕົວຂອງຊາວ ຢິບຊີ

ທຸກວັນນີ້ເຖິງວ່າຈະເຫຼືອບໍ່ຫຼາຍແລ້ວ ແຕ່ຍັງມີຊາວຢິບຊີຈຳນວນໜຶ່ງອາໄສຢູ່ທົ່ວໄປໃນຢຸໂຣບ ບໍ່ວ່າຍຸກສະໄໝຈະຜ່ານໄປດົນພຽງໃດ ຄວາມເຊື່ອຂອງພວກເຂົາບໍ່ໄດ້ປ່ຽນແປງໄປຕາມນັ້ນເລີຍ ເພາະສ່ວນຫຼາຍຍັງເຊື່ອໃນເລື່ອງຂອງການແຕ່ງງານໂດຍໃຊ້ວິທີລັກພາຕົວ ຜູ້ຍິງທີ່ຕົນມັກມາເຊື່ອງໄວ້ບໍ່ໃຫ້ໃຜຫາພົບເປັນເວລາ 3-5 ວັນ ແລະ ຫຼັງຈາກຜ່ານເວລານີ້ໄປ ເຂົາກໍ່ຈະໄດ້ສິດທິໃນການແຕ່ງງານກັບແມ່ຍິງຄົນນັ້ນທັນທີ ໂດຍບໍ່ສົນໃຈວ່າເປັນການກະທຳຜິດທາງກົດໝາຍ ຫຼື ບໍ່

5. ແມ່ຍິງແຂ້ວສະຫຼາມແຫ່ງສຸມາຕຣາ

05-18

ສຳລັບພິທີກຳນີ້ບໍ່ມີຂໍ້ມູນຊັດເຈນວ່າຄົນທີ່ອາໃສຢູ່ເກາະ Mentawai ເຮັດແບບນີ້ກັບແມ່ຍິງໄປເພື່ອຫຍັງ ແຕ່ທີ່ຮູ້ ເມື່ອແມ່ຍິງໃຫຍ່ຂຶ້ນເປັນສາວພວກນາງຈະຖືກເຫຼົາແຂ້ວທຸກເຫຼັ້ມ ໃຫ້ເປັນຄືແຂ້ວສະຫຼາມ

6. ທຸບຕີເພື່ອທົດສອບຄວາມຮັກໃນບຣາຊິລ

06-15

ສຳລັບສາວໆໃນບາງພື້ນທີ່ຂອງປະເທດບຣາຊິລ ຈະຖືກທົດສອບຄວາມອົດທົນດ້ວຍສິ່ງທີ່ຜິດສິດທິມະນຸດທີ່ສຸດ ນັ້ນຄືການຖືກລັກພາຕົວໄປຈາກເຮືອນ ແລະ ຖືກທຸບຕີຈາກຄົນແປກໜ້າຢ່າງຮຸນແຮງ ຈິ່ງບໍ່ແປກທີ່ຈະມີການລາຍງານຂອງຜູ້ເສຍຊີວິດຈາກປະເພນີນີ້ເປັນຈຳນວນຫຼາຍ ແຕ່ທີ່ແປກຄື ບໍ່ມີການດຳເນີນຄະດີກັບຜູ້ກະທຳຜິດໃນຄະດີນີ້

7. ບັງຄັບໃຫ້ສັກລາຍເພື່ອສ້າງສະເໜ່ໃນບຣາຊິລ ແລະ ປາຣາໄກ່ວ

07-14

ສຳລັບຮອຍສັກແລ້ວສາວໆທຸກຄົນບໍ່ໄດ້ຢາກມີຕິດຕົວກັນທຸກຄົນ ແຕ່ຖ້າເປັນສາວໃນບຣາຊິລ ແລະ ປາຣາໄກ່ວ ເປັນເລື່ອງຈຳເປັນທີ່ສຸດທີ່ຕ້ອງມີຮອຍສັກເທິງແຜ່ນຫຼັງ ໜ້າເອິກ ຫຼື ໜ້າທ້ອງ ເພາະເຊື່ອວ່າສິ່ງເຫຼົ່ານີ້ຈະເຮັດໃຫ້ແມ່ຍິງເບິ່ງເປັນແມ່ຍິງຫຼາຍຂຶ້ນ ແລະ ຫາກທ່ານປະຕິເສດການສັກລາຍ ຄອບຄົວຂອງທ່ານຈະຫາທາງພາທ່ານໄປສັກໃຫ້ໄດ້

 

ທີ່ມາ: http://www.rak-sukapap.com/

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...