spot_img
Homeຂ່າວເຫດການແຮງຈູງໃຈທີ່ເຮັດໃຫ້ເດັກຊາຍແຂວນຄໍຕາຍ

ແຮງຈູງໃຈທີ່ເຮັດໃຫ້ເດັກຊາຍແຂວນຄໍຕາຍ

Published on

ຫວັງວ່າທ່ານຍັງຄົງຈຳກັນໄດ້ກ່ຽວກັບຂ່າວທີ່ພວກເຮົາເຄີຍນຳສະເໜີຂ່າວ ຄົນແຂວນຄໍຕາຍໂດຍບໍ່ຮູ້ສາເຫດ ເປັນເພດຊາຍ ອາຍຸປະມານ 14-15 ປີ ປະຈຸບັນຢູ່ບ້ານເມືອງນ້ອຍ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ເມື່ອວັນທີ 08/05/2016 ທີ່ີຜ່ານມາ.

ເຊິ່ງກໍ່ມີຜູ້ຄົນຈຳນວນຫຼາຍໃຫ້ຄວາມສົນໃຈກັບຂ່າວນີ້ຕ່າງໆນາໆບໍ່ວ່າຈະເປັນການສະແດງຄວາມໄວ້ອາໄລແກ່ຜູ້ເສຍຊີວິດ,  ການສະແດງຄວາມເສຍໃຈແກ່ຄອບຄົວຂອງຜູ້ເສຍຊີວິດ ແລະ ບາງກຸ່ມກໍ່ມີຄຳຖາມເປັນຫຍັງລາວຈິ່ງຄິດແຂວນຄໍຕາຍ

ເຊິ່ງວານນີ້ກໍ່ມີເຟສບຸກໜຶ່ງທີ່ມີຊື່ວ່າ: ລັດ ໂດຣາເອມອນ (ຂຽນເປັນພາສາໄທ) ເຊິ່ງເປັນນ້າສາວຂອງຜູ້ຕາຍ ອອກມາເວົ້າຄວາມຮູ້ຮູ້ສຶກຂອງຕົນທີ່ມີຕໍ່ຜູ້ຕາຍ ແລະ ອອກມາເລົ່າເຖິງແຮງຈູງໃຈທີ່ເຮັດໃຫ້ເດັກຊາຍຄົນດັ່ງກ່າວ (ທ້າວ ຈ່ອຍ) ຄິດຂ້າຕົວຕາຍດ້ວຍການແຂວນຄໍທີ່ປ່ອງຢ້ຽມຄືເຫັນໃນພາບ

3633

ລັດ ໂດຣາເອມອນ ໄດ້ເລົ່າວ່າ:

3644

3655

ທາງທີມງານ ຂໍສະແດງຄວາມເສຍໃຈເຖິງຄອບຄົວນ້ອງອີກຄັ້ງ ແລະ ຂໍໃຫ້ດວງວິນຍານຂອງນ້ອງໄປສູ່ສຸຂະຕິ

ສະຖາບັນຄອບຄົວແມ່ນມີຄວາມລະອຽດອ່ອນຫຼາຍ ຄົນທີ່ພົບບັນຫາລ້ວນແລ້ວແຕ່ຕ້ອງການ ກຳລັງໃຈຈາກຍາດພີ່ນ້ອງໝູ່ເພື່ອນເປັນສິ່ງທີ່ສຳຄັນຫຼາຍທີ່ທຸກຄົນບໍ່ຄວນເບິ່ງຂ້າມ ໂດຍສະເພາະຄົນທີ່ອາຍຸຍັງນ້ອຍ ຍິ່ງຕ້ອງການດູແລເອົາໃຈໃສ່ຈາກຜູ້ເປັນພໍ່ເປັນແມ່, ພໍ່ແມ່ທຸກຄົນຕ້ອງໄດ້ສັງເກດເປັນພິເສດເຖິງພຶດຕິກຳຂອງລູກເປັນປະຈຳ ຫາກເຫັນລຸກມີທ່າທາງທີ່ແປກຕາໄປຄວນມີເວລາສອບຖາມ ແລະ ໃຫ້ຄຳປຶກສາແກ່ລູກ ເພື່ອແບ່ງເບົາຄວາມທຸກທາງຈິດໃຈທີ່ລູກກຳລັງໄດ້ຮັບຢູ່ ເຮັດໃຫ້ລູກໄດ້ມີກຳລັງໃຈຕໍ່ສູ້ຊີວິດຕໍ່ໄປໄດ້ຍ່າງຖືກທາງ, ຖືກຕ້ອງ ແລ້ວບັນຫາໜັກກໍ່ຈະເບົາລົງໄດ້

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...