Homeຂ່າວຕ່າງປະເທດໄຟປ່າຢູ່ການາດາ ຍັງບໍ່ສາມາດຄວບຄຸມໄດ້ ຄາດອາດໄໝ້ລາມຕໍ່ອີກນັບເດືອນ!

ໄຟປ່າຢູ່ການາດາ ຍັງບໍ່ສາມາດຄວບຄຸມໄດ້ ຄາດອາດໄໝ້ລາມຕໍ່ອີກນັບເດືອນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ພຶດສະພານີ້ວ່າ ເຈົ້າໜ້າທີ່ດັບເພີງການາດາ ສາມາດອົບພະຍົບປະຊາຊົນ ປະມານ 88,000 ຄົນ ອອກຈາກເມືອງຟອດແມັກເມີເຣ ລັດແອນເບີຕາ ສຳເລັດແລ້ວເມື່ອວັນທີ 7 ພຶດສະພາຜ່ານມາ ທ່າມກາງສະພາບໄຟປ່າໄໝ້ລາມ ຍັງຄົງເຜົາໄໝ້ຢ່າງຕໍ່ເນື່ອງ ເປັນມື້ທີ 7 ແລ້ວ ແລະ ຄາດວ່າໄຟປ່າດັ່ງກ່າວນີ້ ອາດລຸກລາມເຂົ້າໄປເຂດລັດຊັສແຄດເຊວັນ ທີ່ຢູ່ຫ່າງອອກໄປເຖິງ 80 ກິໂລແມັດອີກດ້ວຍ.  ຮອດປັດຈຸບັນ ທາງການການາດາ ຍັງບໍ່ທັນມີກຳນົດເວລາ ເພື່ອໃຫ້ປະຊາຊົນກັບຄືນສູ່ ເຮືອນຊານຂອງຕົນເອງເທື່ອ ເນື່ອງຈາກຍັງບໍ່ສາມາດມອດໄຟໄດ້.

ເຈົ້າໜ້າທີ່ລະດັບສູງຂອງລັດແອນເບີຕາ ໄດ້ອອກມາປະເມີນວ່າ ອາດຈະຕ້ອງໄດ້ຕໍ່ສູ້ກັບໄຟປ່າຄັ້ງນີ້ ເປັນເວລາອີກຫລາຍເດືອນ, ສ່ວນຄວາມເສຍຫາຍດ້ານຊັບສິນນັ້ນ ອາດເປັນຄວາມສູນເສຍ ທີ່ເກີດຈາກໄພທຳມະຊາດ ຄັ້ງຮຸນແຮງທີ່ສຸດໃນປະຫວັດສາດຂອງປະເທດ ທີ່ຍັງບໍ່ທັນສາມາດປະເມີນຄ່າໄດ້.

 

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...