Homeຂ່າວຕ່າງປະເທດຜົນສຳຫຼວດຫຼ້າສຸດ ຄົນອັງກິດ 42% ສະໜັບສະໜູນໃຫ້ຢູ່ຕໍ່ໃນອີຢູ

ຜົນສຳຫຼວດຫຼ້າສຸດ ຄົນອັງກິດ 42% ສະໜັບສະໜູນໃຫ້ຢູ່ຕໍ່ໃນອີຢູ

Published on

ສູນວິໄຈຢູກອຟສຸ່ມສຳຫຼວດຄວາມຄິດເຫັນໃນອັງກິດໃຫ້ກັບສະຖານີໂທລະພາບໄອທີວີ ແລະ ໜັງສືພິມເດິທາມ ໂດຍມີລາຍງານມື້ນີ້ວ່າ ຊາວອັງກິດສະໜັບສະໜູນໃຫ້ຄົງສະມາຊິກພາຍໃນສະຫະພາບເອີຣົບ (ອີຢູ) ຕໍ່ໄປທີ່ 42% ໃນຂະນະທີ່ຝ່າຍຕ້ອງການໃຫ້ອອກຈາກອີຢູມີຢູ່ 40%.

ໜັງສືພິມເດິທາມລາຍງານຕໍ່ໄຟວ່າ ຊາວອັງກິດອີກ 13% ຍັງບໍ່ແນ່ໃຈ ແລະ 6% ຍັງບໍ່ໄດ້ຕັດສິນໃຈ ໃນການລົງປະຊາມະຕິວ່າ ອັງກິດຈະຢູ່ ຫຼື ໄປຈາກອີຢູໃນວັນທີ 23 ມິຖຸນານີ້ ຢ່າງໃດກໍຕາມ ສື່ບໍ່ໄດ້ລະບຸວ່າຜົນສຸ່ມສຳຫຼວດຄວາມຄິດເຫັນຊາວອັງກິດເທື່ອນີ້ ຈັດຂຶ້ນໃນວັນທີເທົ່າໃດ ແລະ ຂໍ້ມູນຕົວເລກປຽບທຽບກັນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...