Homeສຸຂະພາບ ແລະ ສີ່ງແວດລ້ອມກ້າມຊີ້ນຫົວໃຈອັດຕັນກະທັນຫັນ ທ່ານມີເວລາຊ່ວຍຊີວິດພຽງ 10 ນາທີເທົ່ານັ້ນ

ກ້າມຊີ້ນຫົວໃຈອັດຕັນກະທັນຫັນ ທ່ານມີເວລາຊ່ວຍຊີວິດພຽງ 10 ນາທີເທົ່ານັ້ນ

Published on

ກ້າມຊີ້ນຫົວໃຈອັດຕັນກະທັນຫັນ ທ່ານມີເວລາຊ່ວຍຊີວິດພຽງ 10 ນາທີເທົ່ານັ້ນ ເພາະປັດຈຸບັນການດຳລົງຊີວິດຂອງມະນຸດມີການປ່ຽນແປງ ດັ່ງນັ້ນໂຣກຫົວໃຈຈິ່ງສາມາດເກີດຂຶ້ນໄດ້ກັບທຸກຄົນ

ກ້າມຊີ້ນຫົວໃຈອັດຕັນກະທັນຫັນ ທ່ານມີເວລາຊ່ວຍຊີວິດພຽງ 10 ນາທີເທົ່ານັ້ນ

ຖ້າຫົວໃຈຂອງມະນຸດມີຈັງຫວະການເຕັ້ນທີ່ຜິດປົກກະຕິ ຈົນເລີ່ມຮູ້ສຶກວ່າຈະເປັນລົມ ທ່ານມີເວລາພຽງ 10 ນາທີ ກ່ອນຈະໝົດສະຕິໄປ ຖ້າຄົນອ້ອມຂ້າງທ່ານບໍ່ມີໃຜສາມາດຊ່ວຍທ່ານໄດ້ ຫຼື ທ່ານຢູ່ຄົນດຽວ ທ່ານຕ້ອງໃຊ້ເວລາສັ້ງໆພຽງ 10 ນາທີນັ້ນຊ່ວຍເຫຼືອຕົນເອງ ເຊິ່ງມີວິທີການເຮັດດັ່ງນີ້

10 ນາທີຊີວິດຕ້ອງເຮັດແນວໃດແນ່?
ເລີ່ມຈາກການໄອ ອອກມາຢ່າງຕໍ່ເນື່ອງຢ່າຢຸດ ແລະ ກ່ອນຈະໄອທຸກຄັ້ງ ຕ້ອງເຮັດການສູດລົມຫາຍໃຈເຂົ້າໄປເລິກໆ ຈາກນັ້ນຄ່ອຍໃຊ້ແຮງໄອອອກມາ ເຮັດແບບນີ້ໄປເລື້ອຍໆຈົນກ່ວາລົດໂຮງໝໍ ຈະມາຮອດທ່ານ ຫຼື ຈະມີຄົນມາຊ່ວຍທ່ານ ຫຼື ຈົນກ່ວາທ່ານຈະຮູ້ສຶກອາການດີຂຶ້ນຈິ່ງຄ່ອຍຢຸດໄອ

ການສູດລົມຫາຍໃຈເຂົ້າເລິກໆ ເພື່ອເອົາອັອກຊີເຈນເຂົ້າໄປສູ່ປອດ ໃນເວລາທີ່ກຳລັງໄອ ກໍ່ຄືການກະຕຸ້ນແຮງບີບຂອງຫົວໃຈໃຫ້ເກີດການທຳງານ ແລະ ຟື້ນຟູການເຕັ້ນຂອງຊີບພະຈອນໃຫ້ເປັນປົກກະຕິ ເຊິ່ງຈະສາມາດຢື້ເວລາໃຫ້ຜູ້ປ່ວຍໂຣກຫົວໃຈ ມີໂອກາດເຂົ້າຮັບການຮັກສາຈາກແພດໄດ້

 

ທີ່ມາ: http://www.rak-sukapap.com/

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...

ອົດສະຕາລີກຽມອອກມາດຕະການຫ້າມນັກຮຽນຕ່າງຊາດ ພາຄູ່ຄອງ-ລູກໄປອາໄສຢູ່ນຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົດສະຕາລີອອກມາດຕະການເຂັ້ມງວດໃນການກວດຄົນເຂົ້າເມືອງ ໂດຍຫ້າມນັກຮຽນຕ່າງຊາດພາຄູ່ຄອງ ແລະ ລູກຕິດຕາມໄປຢູ່ອາໄສນຳ ພ້ອມເພີ່ມຄວາມເຂັ້ມງວດການປ່ຽນປະເພດວີຊາ ເພື່ອຫວັງຈະຫຼຸດຈຳນວນຜູ້ອົບພະຍົບໃຫ້ເຫຼືອ 2.25 ແສນຄົນພາຍໃນປີ 2028. ລັດຖະບານປະເທດອົດສະຕາລີກຽມອອກມາດຕະການເຂັ້ມງວດຂອງລະບົບຄົນເຂົ້າເມືອງ ໂດຍໜຶ່ງໃນມາດຕະການສຳຄັນຄື ຫ້າມນັກຮຽນຕ່າງຊາດນຳສະມາຊິກຄອບຄົວຕິດຕາມໄປອົດສະຕາລີໃນລະຫວ່າງການຮ່ຳຮຽນ ເຊິ່ງຄາດວ່າຈະສົ່ງຜົນຕໍ່ຄູ່ຄອງ ແລະ...

ນາຍົກມີຄໍາເຫັນເນັ້ນໜັກບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ວຽກວາງເປົ້າໝາຍໃຫ້ຊັດເຈນ ເພື່ອຫັນໄປສູ່ຄວາມທັນສະໄໝ

ໃນໂອກາດກ່າວເປີດ ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນບາງຕອນວ່າ: ວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແມ່ນການປຸກລະດົມກຳລັງແຮງຂອງມະຫາຊົນ ແລະ ທຸກຊັ້ນຄົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນສ້າງການຫັນປ່ຽນໃໝ່...

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...