Homeຂ່າວເຫດການພັນລະຍາ ປະທານາທີບໍດີ ແຫ່ງ ສສ ມຽນມາ ຢ້ຽມຊົມສູນຫັດຖະກຳຜ້າໄໝສອງມືນາງ

ພັນລະຍາ ປະທານາທີບໍດີ ແຫ່ງ ສສ ມຽນມາ ຢ້ຽມຊົມສູນຫັດຖະກຳຜ້າໄໝສອງມືນາງ

Published on

ຂປລ.​ ​ໃນ​​ໂອກ​າດທີ່ ​ທ່ານ​ນາງ ດໍສຸສຸ ​ລິງ ພັນ​ລະ​ຍາ​ ທ່ານ ອູ ຕິນ ຈໍ ປະທານາທິບໍດີ ​ແຫ່ງ​ ສສ ມຽນມາ ​​ໄດ້ ​ເດີນທາງ​ມາຢ້ຽມຢາມ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໃນ​ວັນ​ທີ 6 ພຶດສະພາ 2016 ນີ້  ທ່ານ ໄດ້​ຢ້ຽມຊົມ​ສູນ​ຫັດຖະກຳ​ຜ້າ​ໄໝສອງ​ມືນາງ ທີ່​ນະຄອນຫລວງ​ວຽງຈັນ,  ຮ້ານ​ດັ່ງກ່າວ ​ເປັນ​ຮ້ານ​ທີ່​ມີ​ຊື່ສຽງ​ ​​ໃນ​ເລື່ອງ​ຜ້າ​ໄໝ, ສິ້ນ​ໄໝ, ​ຜ້າ​ຝ້າຍ, ສິ້ນ​ຝ້າຍ ​ແລະ ​ເຄື່ອງ​ຫັດຖະກຳ​ອື່ນໆ ​ເຊິ່ງຮ້ານ​ດັ່ງກ່າວ, ​ໄດ້ລວບ​ລວມ​ເອົາ​ຜະລິດ​ຕະພັນ ທີ່​​ເປັນ​​ເອກ​ກະ​ລັກຂອງ​ຄົນ​ລາວ ແຕ່​ເໜື່ອຮອດ​ໃຕ້​ ມາ​ວາງ​ຂາຍຢ່າງ​ຫລວງຫລາຍ ເຊິ່ງ ທ່ານ​ນາງ ດໍສຸສຸ ​ລິງ ​ໄດ້​ໃຫ້​ຄວາມ​ສົນ​ໃຈ ກ່ຽວກັບວັດທະ​ນະທຳ, ຮິດຄອງປະ​ເພນີຂອງ​ລາວ ​ເປັນ​ຕົ້ນ​ແມ່ນ ການ​ນຸ່ງຖືທີ່​ເປ​ັນ​ເອກະລັກຂອງ​ຄົນ​ລາວ. ນອກ​ນັ້ນ, ​ຍັງ​ໄດ້​ເດີນທາງໄປ​ຕະຫລາດ​ເຊົ້າ​ມໍ ​ເພື່ອ​ເບິ່ງ​ກາ​ນ​ໃຊ້​ຈ່າຍ​ຊື້-ຂາຍ ຂອງ​ຄົນ​ລາວ ​ແລະ ​ວິຖີ​ຊີວິດ ການ​ເປັນ​ຢູ່​ຂອງ​ຄົນ​ລາວນຳ​ອີກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...