HomeມູມໄອທີລາວSamsung ກຽມທີ່ຈະຈັດງານ Galaxy Premiere 2014 ໃນໄວໆນີ້

Samsung ກຽມທີ່ຈະຈັດງານ Galaxy Premiere 2014 ໃນໄວໆນີ້

Published on

Samsung ປະກາດອອກມາໃໝ່ (ໃນຊື່ໃໝ່ນຳ) ໃຊ້ຊື່ວ່າ Samsung Galaxy Premiere 2014 ໂດຍຈະຈັດຂຶ້ນທີ່ New York ໃນວັນທີ 12 ມິຖຸນານີ້ ໂດຍໃນໝາຍມີຮູບທີ່ຄາດວ່າໜ້າຈະເປັນ Galaxy Tab ລຸ້ນໃໝ່ ແລະເຊື່ອວ່າໜ້າຈະເປັນແທັບເລັດໂຕໃໝ່ຈາກ Samsung ທີ່ໃຊ້ໜ້າຈໍ AMOLED ນັ້ນເອງ

galaxy-tab-4-2014-01-04-021-500x333

ມີຂ່າວລືຂອງແທັບເລັດໃໝ່ສອງໂຕ ທີ່ຈະໃຊ້ພາແນວໜ້າຈໍປະເພດ AMOLED ມາໄລຍະໜຶ່ງແລ້ວ ຄາດວ່າໜ້າຈະເປັນ Galaxy Tab S 10.5 (SM-T800) ແລະ Galaxy Tab S 8.4 (SM-T700) ໂດຍຖືວ່າເປັນອຸປະກອນລະດັບໄຮເອນ ລາຄາແພງ ແລະໃຊ້ງານຊິບໂຕຫຼ້າສຸດແບບ Exynos 5420

ສຳລັບໜ້າຈໍນັ້ນຈະໃຊ້ຄວາມລະອຽດສູງໂດຍຈະເປັນ 2560 x 1600 ເທິງພາແນວຊະນິດ AMOLED ນັ້ນເອງ ສ່ວນໂຕເຄື່ອງນັ້ນຈະເປັນ Android 4.4 Kit Kat, Magazine UX ແລະມີ RAM 4GB ສ່ວນຝາຫຼັງຄາດວ່າຈະມີລັກສະນະແແບບດຽວກັບ Galaxy S5 ຄືຝາຫຼັງລາຍຈຸດ

ນອກຈາກນີ້ແລ້ວຍັງອາດຈະມີແທັບເລັດຍັກ 13.3 ນິ້ວອີກນຳ ແຕ່ຍັງບໍ່ແນ່ໃຈວ່າຈະເປີດໂຕໃນງານດຽວກັນຫຼືບໍ່? ໃນປະຫວັດທີ່ຜ່ານມາ Samsung ເຄີຍເຮັດແທັບເລັດຈໍ AMOLED ພຽງລຸ້ນດຽວເທົ່ານັ້ນຄື Galaxy Tab 7.7 ນັ້ນເອງ

ທີ່ມາ: Phone Arena

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...