Homeຂ່າວຕ່າງປະເທດກຳປູເຈຍແຫ້ງແລ້ງໜັກ ລັດຖະບານເລັ່ງຈາກຈ່າຍນ້ຳ ໃຫ້ປະຊາຊົນຜູ້ປະສົບໄພ ທົ່ວປະເທດ!

ກຳປູເຈຍແຫ້ງແລ້ງໜັກ ລັດຖະບານເລັ່ງຈາກຈ່າຍນ້ຳ ໃຫ້ປະຊາຊົນຜູ້ປະສົບໄພ ທົ່ວປະເທດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ພຶດສະພາຜ່ານມານີ້ວ່າ ຊາວກຳປູເຈຍປະມານ 2.5 ລ້ານຄົນ ກຳລັງປະເຊີນກັບການຂາດແຄນນ້ຳ ເນື່ອງຈາກສະພາວະໄພແຫ້ງແລ້ງ ທີ່ຮຸນແຮງທີ່ສຸດໃນຮອບສະຕະວັດ ໂດຍປັດຈຸບັນລັດຖະບານກຳປູເຈຍ ໄດ້ເລັ່ງແຈກຈ່າຍນ້ຳ ໄປໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໄພແລ້ງແລ້ວ ກວ່າ 80% ຂອງບັນດາເມືອງທີ່ປະສົບໄພ ຊຶ່ງມີເກືອບ 100 ເມືອງທົ່ວປະເທດ.

ນອກຈາກນັ້ນ, ຈາກສະພາບອາກາດທີ່ຮ້ອນອົບເອົ້າ ແລະ ແຫ້ງແລ້ງ ຍັງເຮັດໃຫ້ງົວ ແລະ ຄວາຍຂອງປະຊາຊົນ ໃນແຂວງສະຕຣຶງແຕຣງ ທາງພາກຕາເວັນອອກສຽງເໜືອ ລົ້ມຕາຍແລ້ວຫລາຍກວ່າ 300 ໂຕ ແລະ ຍັງມີປາໃນທະເລສາບຢູ່ແຂວງກຳປົງທົມ ຕາຍອີກປະມານ 65 ໂຕນ ແຕ່ກໍຍັງບໍ່ທັນມີລາຍງານຜູ້ເສຍຊີວິດ ຈາກໄພພິບັດຄັ້ງນີ້ເທື່ອ.

 

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...