Homeອຸບັດເຫດແລະປາກົດການຫຍໍ້ທໍ້ລົດຈັກຊິ້ງໄວ ອັດເຂົ້າທ້າຍລົດບັນທຸກ ເສຍຊີວິດຄາທີ່ ຢູ່ບ້ານໂພນຄໍ້ ເມືອງໄຊທານີ!

ລົດຈັກຊິ້ງໄວ ອັດເຂົ້າທ້າຍລົດບັນທຸກ ເສຍຊີວິດຄາທີ່ ຢູ່ບ້ານໂພນຄໍ້ ເມືອງໄຊທານີ!

Published on

ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ:ໃນເວລາ 15:40 ນາທີຂອງວັນທີ 04 ພຶດສະພານີ້, ໄດ້ເກີດອຸປະຕິເຫດຂື້ນທີ່ ບ້ານໂພນຄໍ້ ເມືອງໄຊທານີ ນະຄອນຫລວງວຽງຈັນ, ສົ່ງຜົນໃຫ້ຜູ້ຂັບຂີ່ລົດຈັກຄື: ທ້າວ ດາວພະຈັນ ອາຍຸ 19 ປີ, ອາຊີບກຳມະກອນ ຢູ່ບ້ານລາດຄວາຍ ເມືອງໄຊທານີ ເສຍຊີວິດຄາທີ່ ເນື່ອງຈາກຂັບຂີ່ ລົດໄວເກີນກຳນົດ ແລະ ຕຳເອົາທ້າຍລົດບັນທຸກຢ່າງແຮງ ສ່ວນຜູ້ຂັບຂີ່ລົດບັນທຸກ ຖືກເຈົ້າໜ້າທີ່ກັກຕົວໄວ້ ເພື່ອສືບສວນ ແລະ ດຳເນີນຄະດີຕາມກົດໝາຍ.

 

ແຫລ່ງຂ່າວ:

ລພນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...