Homeສຸຂະພາບ ແລະ ສີ່ງແວດລ້ອມກິນກ້ວຍນ້ຳດິບຫຼັງອາຫານເຊົ້າທຸກມື້ ຊ່ວຍປົວໂຣກກະເພາະໄດ້

ກິນກ້ວຍນ້ຳດິບຫຼັງອາຫານເຊົ້າທຸກມື້ ຊ່ວຍປົວໂຣກກະເພາະໄດ້

Published on

ຂໍ້ມູນຈາກແພດພື້ນເມືອງລະບຸວ່າ ເປືອກກ້ວຍ ແລະ ເນື້ອກ້ວຍມີເຊໂຣໂທນິນ ເຊິ່ງເປັນສານທີ່ມີຜົນຢັບຢັ້ງການຫລັ່ງຂອງນ້ຳຍ່ອຍຂອງກະເພາະອາຫານ ແລະ ກະຕຸ້ນໃຫ້ລຳໄສ້ນ້ອຍບີບຕົວຫຼາຍຂຶ້ນ ຈິ່ງຊ່ວຍຮັກສາແຜໃນກະເພາະອາຫານ ແລະ ເຮັດໃຫ້ລະບາຍໄດ້ດີ

ວິທີເຮັດຄື: ນຳກ້ວຍນ້ຳດິບທີ່ແກ່ໆ (ມາທັງໝ່ວຍບໍ່ຕ້ອງປອກເປືອກອອກ) ມາລ້າງໃຫ້ສະອາດແລ້ວຝານບາງໆ ຈາກນັ້ນກໍ່ນຳໄປຕາກແດດປະມານ ສາມແດດ ແລ້ວນຳມາຕຳໃຫ້ລະອຽດ (ເອົາອອກຈາກແດດມາໃໝ່ໆລະຕຳໂລດ) ຈາກນັ້ນກໍ່ເກັບໄວ້ໃນຂວດແກ້ວອັດຝາໃຫ້ແໜ້ນ

ວິທີກິນ: ຊົງໃສ່ນ້ຳດື່ມຄືຊາ ໂດຍ 2 ບ່ວງຊາຕໍ່ນ້ຳອຸ່ນ 1 ຈອກ ດື່ມນີ້ຫຼັງກິນອາຫານເຊົ້າທຸກມື້ແລ້ວທ່ານຈະຮູ້ສຶກວ່າອາການເຈັບກະເພາະຂອງທ່ານຈະດີຂຶ້ນຕາມລຳດັບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...