spot_img
Homeຂ່າວການພັດທະນາຕະ­ຫຼາດ​ຫຼັກ​ຊັບສຳ​ມະ​ນາ​ລະ­ດົມ​ທຶນ

ຕະ­ຫຼາດ​ຫຼັກ​ຊັບສຳ​ມະ​ນາ​ລະ­ດົມ​ທຶນ

Published on

ຕະ­ຫຼາດ​ຫຼັກ​ຊັບ​ລາວ ແລະ​ ບໍ­ລິ­ສັດຫຼັກ​ຊັບ​ເອ​ພີ​ເອັມ​ລາວ ຈຳ­ກັດ ໄດ້​ຈັດ​ຕັ້ງການ​ສຳ​ມະ​ນາ​ພາຍ​ໃຕ້​ຫົວ­ຂໍ້​ທີ່​ວ່າ:ຄວາມເຂົ້າ­ໃຈ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ບັນ­ຊີສຳລັບ​ບໍ­ລິ­ສັດ​ທີ່​ຈະ​ເຂົ້າ​ຈົດ​ທະ­ບຽນ​ໃນ​ຕະຫຼາດ​ຫຼັກ​ຊັບ​ລາວ​ຂຶ້ນ​ທີ່​ໂຮງ­ແຮມ​ດາວສະ­ຫວັນ​ໃນ​ວັນ​ທີ 27-28 ເມ­ສາ 2016 ນີ້ ໂດຍ​ມີ​ບັນ­ດາ​ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ, ທຸ­ລະ​ກິດ​ຕ່າງໆ​ພາຍ​ໃນ​ແຂວງ​ສະ­ຫວັນນະ​ເຂດ​ເຂົ້າ​ຮ່ວມ.

ທ່ານ ວັນ​ຄຳ ວໍ​ຣະ​ວົງ ຜູ້​ອຳ­ນວຍການ​ໃຫຍ່​ຕະ­ຫຼາດ​ຫຼັກ​ຊັບ​ລາວ​ກ່າວ​ວ່າ: ພາຍ­ຫຼັງ​ທີ່​ຕະ­ຫຼາດ​ຫຼັກ​ຊັບ​ລາວ​ໄດ້​ຮັບການ​ສ້າງ­ຕັ້ງ​ຂຶ້ນ ແລະ​ກໍ່​ໄດ້​ດຳ­ເນີນ​ການເຄື່ອນ​ໄຫວ​ນັບ​ແຕ່​ປີ 2011 ເປັນ­ຕົ້ນ​ມາສະ­ພາບ​ການ­ເຄື່ອນ­ໄຫວ​ພາຍ​ໃນ​ຕະ­ຫຼາດຫຼັກ​ຊັບ​ລາວ​ເຫັນ​ວ່າ: ມີ 5 ບໍ­ລິ­ສັດ​ແລ້ວທີ່​ໄດ້​ເຂົ້າ​ຈົດ​ທະ­ບຽນ​ໃນ​ຕະ­ຫຼາດ​ຫຼັກ​ຊັບໃນ​ນີ້ມີ​ທະ­ນາ­ຄານ​ການ​ຄ້າ​ຕ່າງ​ປະເທດ, ບໍ­ລິ­ສັດ​ຜະ­ລິດ​ໄຟ­ຟ້າ​ລາວ​ມະ­ຫາຊົນ, ບໍ­ລິ­ສັດ​ລາວ​ເວີນ​ມະ­ຫາ­ຊົນ, ບໍ­ລິ­ສັດປີ​ໂຕຣ​ລ້ຽມ​ເທຣດ​ດິ້ງ​ລາວ​ມະ­ຫາ­ຊົນ ແລະ ບໍ­ລິ­ສັດ ສຸ​ວັນ­ນີ ໂຮມ​ເຊັນ​ເຕີ​ມະ­ຫາ­ຊົນ.

ທ່ານ ສົມ­ພົບ ສັກ​ພັນ​ພະ​ນົບຜູ້​ອຳນວຍ​ການ​ໃຫຍ່​ບໍ­ລິ­ສັດ​ຫຼັກ​ຊັບ​ເອ​ພີ​ເອັມ​ລາວ ຈຳ­ກັດກ່າວ​ວ່າ: ສຳ­ລັບ​ບໍ­ລິ­ສັດ​ທີ່ໄດ້​ຈົດ​ທະ­ບຽນ​ໃນ​ຕະ­ຫຼາດ​ຫຼັກ​ຊັບ​ແມ່ນ​ມີຜົນ​ປະ­ໂຫຍດ​ຕໍ່​ບໍ­ລິ­ສັດຊຶ່ງ​ບໍ­ລິ­ສັດ​ໄດ້​ຮັບສິດ­ທິ​ພິ­ເສດ​ຫຼຸດ​ອາ­ກອນ​ກຳ­ໄລ 5% ຈາກອັດ­ຕາ​ປົກ­ກະ­ຕິ​ໃນ​ໄລ­ຍະ 4 ປີ​ທຳ​ອິດ​ຂອງການ​ຈົດ​ທະ­ບຽນ​ຈາກ 24% ມາ​ເປັນ 19%; ໄດ້​ເພີ່ມ​ຊ່ອງ​ທາງ​ການ​ລະ­ດົມທຶນ​ຈາກ​ແຫຼ່ງ​ທຶນ​ໄລ­ຍະ​ຍາວ​ທີ່​ປັດ​ສະຈາກ​ດອກ​ເບ້ຍເພື່ອ​ຊ່ວຍ​ໃນ​ການ​ບໍ​ລິ ຫານ​ເງິນ​ຢ່າງ​ມີ​ປະ­ສິດ­ທິ­ພາບ, ເສີມ​ສ້າງຊື່​ສຽງ​ທີ່​ດີ​ໃຫ້​ແກ່​ບໍ­ລິ­ສັດ, ສ້າງ​ຄວາມ​ຈົ່ງ ຮັກ​ພັກ­ດີ ແລະ​ຜົນ​ຕອບ​ແທນ​ທີ່​ດີ​ໃຫ້​ແກ່​ບໍ ລິ​ສັດ, ສ້າງ​ຄວາມ​ຮັບ­ຜິດ­ຊອບ ແລະ​ ການບໍ­ລິ­ຫານ​ງານ​ແບບ​ມື​ອາ­ຊີບ ສ່ວນ​ຜູ້​ຖື​ຮຸ້ນກໍ​ໄດ້​ຮັບ​ຜົນ​ປະ­ໂຫຍດ​ແມ່ນ​ໄດ້​ຮັບ​ການ ຍົກ­ເວັ້ນ​ອາ­ກອນ​ລາຍ​ໄດ້​ສຳ­ລັບ​ເງິນ​ປັນຜົນ​ໃຫ້​ແກ່​ຂາ​ຮຸ້ນ ຫຼື ຜູ້​ຖື​ຮຸ້ນ​ຂອງ​ບໍ­ລິ­ສັດຈົດ​ທະ­ບຽນ​ເພີ່ມ​ສະ­ພາບ​ຄ່ອງ ແລະ​ ສ້າງມູນ​ຄ່າ​ເພີ່ມ​ໃຫ້​ແກ່​ຜູ້​ຖື​ຮຸ້ນ, ສ້າງ​ລາ­ຄາຕະ­ຫຼາດ​ຮຸ້ນ ໂດຍ​ຜູ້​ຖື​ຮຸ້ນ​ສາ­ມາດ​ຂາຍຮຸ້ນ​ໄດ້​ງ່າຍ​ຂຶ້ນ​ຜ່ານ​ຕະ­ຫຼາດ​ຫຼັກ​ຊັບ,ຫຼຸດຜ່ອນ​ພາ­ລະ​ຄ້ຳ­ປະ­ກັນ​ຂອງ​ຜູ້​ຖື​ຮຸ້ນ ແລະ ສະ­ພາ​ບໍ­ລິ­ຫານ​ຂອງ​ບໍ­ລິ­ສັດ ແລະ​ ເພີ່ມການ​ຄຸ້ມ​ຄອງ​ໃນ​ການ​ລົງ­ທຶນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...