spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວປະຫວັດ ພຣະພຸທມາຣາວິໄຊ ຫລື ພຣະເຈົ້າໝ່ານ ຂອງວັດຊຽງທອງ

ປະຫວັດ ພຣະພຸທມາຣາວິໄຊ ຫລື ພຣະເຈົ້າໝ່ານ ຂອງວັດຊຽງທອງ

Published on

ພຣະພຸທມາຣາວິໄຊ ຫລື ພຣະເຈົ້າໝ່ານ ຂອງວັດຊຽງທອງ ຣາຊະວໍຣະວິຫາຣ ເມືອງຫລວງພຣະບາງ ສ້າງເມື່ອປີ ພສ 1989 ( ຄສ 1446 ) ນັບຈາກມື້ນັ້ນມາຮອດມື້ນີ້ ເປັນເວລາ 570 ປີຜ່ານມາແລ້ວ ( ປີນີ້ ຄສ 2016 – ປີສ້າງ ຄສ 1446 = 570 ປີ ຜ່ານມາແລ້ວ ) ພຣະພຸທມາຣາວິໄຊ ຫລື ພຣະເຈົ້າໝ່ານ ອົງນີ້ສ້າງໂດຍ ພຣະຄູມະຫາສົມເດັດສຸວັນນະປັນຍາ ນັບແຕ່ມື້ສ້າງຂຶ້ນມາ ກໍ່ປະດິດສະຖານຢູ່ວັດຊຽງທອງບໍ່ເຄີຍເຄື່ອນຍ້າຍໄປບ່ອນໃດນອກເຂດວັດເລີຍ

ເມື່ອກ່ອນຫລັງປີ ຄສ 1930 ລົງໄປ ພຣະໝ່ານແມ່ນປະດິດສະຖານຢູ່ອົບມຸງ ຢູ່ບໍລິເວນຂອງສວນດອກໄມ້ຫລັງອາຮາມ(ສີມ)ໃນປະຈຸບັນ ຫລັງຈາກອົບມຸງຫລົ້ມລົງແລ້ວ ເພິ່ນກໍ່ນຳເອົາພຣະຫມ່ານມາປະດິດສະຖານໄວ້ທີ່ຫໍພຣະໝ່ານດັ່ງທີ່ເຮົາເຫັນໃນປະຈຸບັນນີ້ ສ່ວນບັນດາພຣະພຸທທະຮູບອົງອື່ນໆກໍ່ຄືພຣະເຈົ້າທີ່ຕັ້ງຢູ່ກາງສວນດອກໄມ້ກໍ່ສ້າງຖານຂຶ້ນໂດຍນຳເອົາຫິນເປັນຖານພຣະ ( ຫິນດັ່ງກ່າວກໍ່ໄດ້ມາຈາກອຸບມຸງໃນເມືອກ່ອນຈາກຖານພຣະນັ້ນ ) ຈົນຊາວບ້ານຊາວເມືອງຕັ້ງຊື່ພຣະອົງທີ່ປະດິດສະຖານທີສວນດອກໄມ້ນັ້ນວ່າ ພຣະເຈົ້າຕາກແດດ ເພາະສາທຸມ້າວ ມະນີວັງໂສ ເຈົ້າອາວາດໃນຂະນະນັ້ນ ຝັນວ່າ ໃນສວນດອກໄມ້ເຫັນແດດອາທິດຮ້ອນແຮງ ແລະຕາມຮີດຂອງເມືອງຫລວງພຣະບາງແລ້ວ ພຣະພຸທຕ້ອງມີສິ່ງປຸກສ້າງ ເພື່ອບໍ່ໃຫ້ຕາກແດດ ຕາກຝົນ ຕົກມາຮອດໃນປີ ຄສ 1987 ເພິນຈິ່ງນຳພາສາທຸອ້າຍຈົວປຸງຫໍເພື່ອມຸງໃຫ້ພຣະເຈົາຕາກແດດນັ້ນ ສ່ວນພຣະເຈົ້າໝ່ານຫລັງຈາກອົບມຸງຫລົ້ມແລ້ວ ເພິ່ນກໍ່ນຳໄປປະດິດສະຖານຢູ່ຫໍພຣະເຈົ້າໝ່ານດັ່ງທີ່ເຫັນທຸກມື້ນີ້.

ຫໍພຸທມາຣາວິໄຊ ພຣະເຈົ້າໝ່ານ ທີ່ຕັ້ງຢູ່ດ້ານຫລັງອາຮາມ ( ສີມ ) ຂອງວັດຊຽງທອງ ນີ້ສ້າງຂຶ້ນມາຫລາຍຮ້ອຍປີແລ້ວ ແລະມີການບູລະນະປະຕິສັງຂອນ ວິຈິດຣິຈະນາ ປະດັບປະດາ ຫໍພຸທມາຣາວິໄຊ ໃຫ້ງົດງາມ ມີການຕິດແກ້ວສີໃສ່ ສຳເລັດເມື່ອປີ ຄສ 1974 ໃນສະໄໜເຈົ້າມະຫາຊີວິດ ສີສະຫວ່າງວັດທະນາ ເຊິ່ງແມ່ນນາຍຊ່າງປະຈຳຣາຊສຳນັກພຣະຣາຊວັງ ເພຍຕັນ ເປັນຫົວຫນ້າໃນການປະຕິສັງຂອນໃຫຍ່ໃນຄັ້ງນີ້ ພຣະເຈົ້າໝ່ານ ເປັນພຣະພຸທທະຮູບຢືນ ເຊິ່ງມີຄວາມເຊື່ອວ່າ ມີລິດເດດທາງດ້ານຟ້າຝົນ ແລະໃຫ້ບຸດ ເຊິ່ງເລື່ອງນີ້ຄົນຫລວງພຣະບາງຮູ້ກັນດີ ຖ້າປີໃດ ອະຣາດທະນາພຣະເຈົ້າໝ່ານລົງຫົດສົງ ຟ້າຝົນກໍ່ຈະຕົກໃຫ້ແຜ່ນດິນຊຸ່ມເຢັນ ແລະໃຜທີ່ມີລູກຢາກ ກໍ່ຈະມີການມາບະ ມາບົນບານ ເພື່ອຂໍລູກ ສຶບຕະກຸນຈາກພຣະເຈົ້າໝ່າອົງນີ້ .

ການນຳເອົາພຣະເຈົ້າໝ່ານລົງຫົດສົງນີ້ແມ່ນເກີດຂຶ້ນຄັ້ງທຳອິດປະມານປີ ຄສ 1979 ໂດຍປີນັ້ນເມືອງຫລວງພຣະບາງ ເກີດແຫ້ງແລ້ງມາຫລາຍເດືອນແລະ ອາກາດກໍ່ຮ້ອນອົບເອົ້າ ໜອກຄວັນຈາກການຈູດໄຮ່ ກໍ່ປົກຄຸມທົ່ວເມືອງ ເຖົ້າແກ່ແນວໂຮມ ສາລະວັດບ້ານຄີລີ ຊຽງທອງ ໂພນເຮືອງ ບ້ານກາງ ກໍ່ໄດ້ມາປືກສາ ກັບສາທຸໃຫຍ່ ມ້າວ ມະນີວັງໂສ ເຈົ້າອະທິການວັດໃນສະໄຫມ (ເກີດ ວັນທີ່ 06/06/1921 ມໍຣະນະພາບ ວັນທີ່ 19/01/2001 ) ຈາກນັ້ນ ສາທຸໃຫຍ່ ມ້າວ ມະນີວັງໂສ ກໍ່ໄດ້ໄປປືກສາກັບ ສາທຸໃຫຍ່ ຄຳຈັນ ວິຣະຈິດຕະ ເຈົ້າອະທິການ ວັດແສນ ສຸຂາຣາມ ( ເກີດ ວັນທີ່ 23/09/1920 ມໍຣະນະພາບ ວັນທີ່ 09/07/2007 ) ໃນສະໄຫມນັ້ນ ທັງສອງອົງ ກໍ່ໄດ້ຫາທາງຊ່ວຍຊາວບ້ານຊາວເມືອງໃນຄວາມເດືອດຮ້ອນໃນຄັ້ງນັ້ນ ຈຶ່ງໄດ້ປືກສາແລະເຫັນສົມຄວນ ເອົາພຣະເຈົ້າໝ່ານ ລົງຫົດສົງ

ເຊິ່ງໃນໄລຍະທຳອິດ ປີ ຄສ 1979 ເປັນປີທີ່ເອົາພຣະເຈົ້າໝ່ານລົງຫົດສົງນັ້ນ ແມ່ນບໍ່ໄດ້ເຮັດເປັນພິທີໃຫຍ່ ແມ່ນເອົາລົງຫົດສົງໃນອາຮາມ(ສີມ) ໃນວັດຊຽງທອງ ຜູ້ມາຫົດສົງກໍ່ມີແຕ່ຊາວບ້ານແຖວໆອ້ອມວັດເທົ່ານັ້ນ ຫລັງຈາກນັ້ນເມືອງຊາວເມືອງຮູ້ແລະຊ່າລືວ່າ ມີການນຳເອົາພຣະເຈົ້າໝ່ານລົງຫົດສົງແລ້ວ ຕ່າງກໍ່ພາກັນມາຫລາຍຂຶ້ນ ທາງວັດ ກໍ່ໄດ້ປືກສາຫາລືກັນ ຍ້ອນມີພໍ່ແມ່ພີ່ນ້ອງມາຫົດສົງຫລາຍ ຈະເຮັດຢູ່ໃນອາຮາມນັ້ນກໍ່ຄັບແຄບ ຈຶ່ງເຫັນສົມຄວນໃຫ້ມີການຕັ້ງຜາມ ຢູ່ທາງຫນ້າອາຮາມ(ສີມ) ຂອງວັດຊຽງທອງ ຈາກນັ້ນທຸກໆປີ ກໍ່ມີການອະຣາດທະນາພຣະເຈົ້າໝ່ານລົງຫົດສົງຫລັງຈາກແລ້ວບຸນປີໃຫມ່ລາວທຸກໆປີ ມາຕະຫລອດ.

ໝາຍເຫດ :

ນັບແຕ່ປີ ຄສ 2000 ເປ໊ນຕົ້ນມາ ທາງບ້ານ-ເມືອງ ກໍໄດ້ຕົກລົງກັນເອົາພຣະເຈົ້າໝ່ານລົງສົງ ບາງປີ ກໍ ວັນທີ່ 22 , ບາງປີ ກໍ ວັນທີ 23 ຂອງເດືອນເມສາ

 

ຂໍ້ມູນຈາກ: Art and Culture of Laos

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...