Homeນານາສາລະຮູ້ ຫຼື ບໍ່ ? ແສງສີຟ້າຈາກໜ້າຈໍຂອງສະມາດໂຟນທຳຮ້າຍຮ່າງກາຍຂອງທ່ານຫຍັງແດ່

ຮູ້ ຫຼື ບໍ່ ? ແສງສີຟ້າຈາກໜ້າຈໍຂອງສະມາດໂຟນທຳຮ້າຍຮ່າງກາຍຂອງທ່ານຫຍັງແດ່

Published on

ເປັນ​ເລື່ອງ​ທີ່​ປະ­ຕິ­ເສດ​ບໍ່ ໄດ້​ວ່າ​ສະ­ມາດ​ໂຟນ​ກາຍ­ເປັນ​ສ່ວນ ໜຶ່ງ​ຂອງ​ຊີ­ວິດ​ປະ­ຈຳ​ວັນ​ຂອງ​ຄົນ ເຮົາ​ໄປ​ແລ້ວ​ຮຽບ​ຮ້ອຍ​ແຕ່​ທ່ານ​ຮູ້ ຫຼື ບໍ່​ວ່າ­ການ​ໃຊ້​ສະ­ມາດ ໂຟນ​ເປັນ ເວ­ລາ​ດົນໆ ໂດຍ​ສະ­ເພາະ​ຕອນ ກາງ­ຄືນ​ນັ້ນ​ເປັນ​ການ​ທຳ­ຮ້າຍ​ຕົວ​ຂອງ​ເຮົາ​ເອງ.

ປົກ­ກະ­ຕິ​ແລ້ວ ສະ­ມາດ​ໂຟນ​ຈະ ປ່ອຍ​ແສງ​ສີ­ຟ້າ​ອອກ​ມາ ຊຶ່ງ​ແສງ ຊະ­ນິດ​ນີ້​ຈະ​ຊ່ວຍ​ໃຫ້​ເຮົາ​ຫຼິ້ນ​ສະ ມາດ​ໂຟນ​ໄດ້​ເຖິງ​ວ່າ​ແດດ​ຈະ​ແຮງ ຕະ­ຫຼອດ​ມື້​ກໍ​ຕາມ​ແຕ່​ໃນ​ຕອນ​ກາງ ຄືນ​ຊຶ່ງ​ເປັນ​ຊ່ວງ​ເວ­ລາ​ທີ່​ຮ່າງ­ກາຍ ຈະ​ຫຼັ່ງ​ເມ​ລາ​ໂທນ​ນິນ ຊຶ່ງ​ເປັນ​ໂຮ ໂມນ​ທີ່​ເຮັດ​ທີ່​ທຳ​ໜ້າ­ທີ່​ກ່ຽວ​ກັບ ໂມງ​ຊີ­ວິດ​ຂອງ​ຮ່າງ­ກາຍ ໂດຍ ແສງ​ສີ­ຟ້າ​ຈະ​ເຮັດ​ໃຫ້​ສະ­ໝອງ ສ່ວນ​ໄພ​ນຽນ​ແກຣນ​ຢຸດ​ຫຼັ່ງ​ເມ​ລາ ໂທ​ນິນ​ອອກ​ມາ​ເຮັດ​ໃຫ້​ເຮົາ​ນອນ ບໍ່​ຫຼັບ​ນັ້ນ​ເອງ.

ນອກ­ຈາກ​ນອນ​ບໍ່​ຫຼັບ​ແລ້ວ ແສງ​ສີ­ຟ້າ​ຍັງ​ສົ່ງ​ຜົນ​ຮ້າຍ​ກັບ​ຮ່າງ­ກາຍ​ອັນ​ອື່ນ​ອີກ​ດ້ວຍ

– ການ​ນອນ​ບໍ່​ເປັນ​ເວ­ລາ​ສົ່ງ ຜົນ​ໃຫ້​ລະ­ບົບ​ຄວາມ​ຈຳ​ຂອງ​ສະ ໝອງ​ນັ້ນ​ຖືກ​ລົບ​ກວນ​ລະ­ບົບ ຄວາມ​ຈຳ​ເລີ່ມ​ບໍ່​ດີ

– ບັນ­ຫາ​ຈາກ​ແສງ​ຂອງ​ສະ ມາດ​ໂຟນ​ກັບ​ການ​ນອນ​ບໍ່​ພໍ​ເຮັດ ໃຫ້​ສະ­ໜອງ​ຮຽນ​ຮູ້​ຊ້າ​ລົງ​ຈົດ​ຈຳ ຍາກ​ຂຶ້ນ

– ການ​ນອນ​ບໍ່​ພໍ ຫຼື ບໍ່​ເປັນ​ເວ­ລາ​ໃນ​ໄລ­ຍະ​ຍາວ​ຈະ​ເຮັດ​ໃຫ້​ເກີດ Neurotoxin ຊຶ່ງ​ຈະ​ເຮັດ​ໃຫ້­ການ ນອນ​ຫຼັບ​ນັ້ນ​ຮ້າຍ​ແຮງ​ລົງ​ກວ່າ ເດີມ

– ກຸ່ມ​ຄົນ​ທີ່​ມີ​ການ​ຫຼັ່ງ​ສານ​ເມ ລາ​ໂທ​ນິນ​ໜ້ອຍ​ກວ່າ​ປົກ­ກະ­ຕິ ອາດ​ມີ​ອາ­ການ​ຊຶມ​ເສົ້າ​ໄດ້

– ກຸ່ມ​ຄົນ​ທີ່​ມີ​ການ​ຫຼັ່ງ​ສານ​ເມ ລາ​ໂທ​ນິນ​ບໍ່​ປົກ­ກະ­ຕິ​ຈະ​ສົ່ງ​ຜົນ​ໃຫ້­ການ​ຄວບ​ຄຸມ​ໂຮ​ໂມນ​ກຸ່ມ​ທີ່​ເຮັດ ໃຫ້​ເກີດ​ອາ­ການ​ຫິວ​ຜິດ​ປົກ­ກະ­ຕິ ເຮັດ​ໃຫ້​ເກີດ​ໂລກ​ອ້ວນ​ໄດ້

– ກຸ່ມ​ຄົນ​ທີ່​ມີ​ການ​ພັກ­ຜ່ອນ​ບໍ່ ພຽງ­ພໍ​ໂດຍ​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ແສງ​ຂອງ​ໜ້າ​ຈໍ​ສະ­ມາດ​ໂຟນ​ອາດ​ເຮັດ​ໃຫ້​ເປັນ​ມະ​ເຮັງ​ເຕົ້າ­ນົມ ແລະ ມະ​ເຮັງ​ຕ່ອມ​ລູກ​ໝາກ​ໄດ້

– ແສງ​ສີ­ຟ້າ​ລວມ​ເຖິງ​ສີ​ອື່ນໆ ເມື່ອ​ໄດ້​ຮັບ​ປະ­ລິ­ມານ​ຫຼາຍໆ ອາດ ເຮັດ​ໃຫ້​ເກີດ​ຕໍ້​ຂຶ້ນ​ໄດ້

– ການ​ທົດ​ສອບ​ພົບ​ວ່າ​ແສງ​ສີ­ຟ້າ​ສົ່ງ​ຜົນ​ກະ­ທົບ​ຕໍ່​ການ​ເບິ່ງ​ເຫັນ​ໂດຍ​ການ​ລົບ​ກວນ​ສ່ວນ Retina ຂອງ​ຕາ

ເມື່ອ​ຮູ້​ເຖິງ​ບັນ­ຫາ​ທີ່​ຈະ​ສົ່ງ​ຜົນ ກັບ​ຮ່າງ­ກາຍ​ຂອງ​ເຮົາ​ແລ້ວ​ການ ໃຊ້​ວຽກ​ແຕ່​ພໍ­ດີ​ເທົ່າ​ທີ່​ຈຳ­ເປັນ​ກໍ ຖື​ວ່າ​ເປັນ​ທາງ​ແກ້​ບັນ­ຫາ​ທີ່​ງ່າຍ ແລະ​ໄດ້­ຜົນ​ທີ່​ດີ​ສຸດ ເພື່ອ​ຮ່າງ­ກາຍ ຂອງ​ເຮົາ​ເອງ.

ຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...