Homeຂ່າວຕ່າງປະເທດຟິລິບປິນ-ມາເລ-ອິນໂດ ຮ່ວມມືກັນຕ້ານກອງກຳລັງອາບູໄຊຢາຟ

ຟິລິບປິນ-ມາເລ-ອິນໂດ ຮ່ວມມືກັນຕ້ານກອງກຳລັງອາບູໄຊຢາຟ

Published on

ເອເອຟພີລາຍງານເມື່ອວັນທີ 5 ພຶດສະພານີ້ວ່າ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະຜູ້ບັນຊາການກອງທັບອິນໂດເນເຊຍ, ມາເລເຊຍ ແລະ ຟິລິບປິນ ບັນລຸຂໍ້ຕົກລົງເພີ່ມມາດຕະການຄວາມປອດໄພໃນນ່ານນໍ້າທະເລຊູລູ ແລະ ເຊເລບີສ ຊຶ່ງເປັນເສັ້ນທາງຫຼັກໃນການສັນຈອນທາງນໍ້າລະຫວ່າງ 3 ປະເທດ ຫຼັງກຸ່ມອາບູໄຊຢາຟ ກຸ່ມຕິດອາວຸດມຸດສະລິມຫົວຮຸນແຮງທາງຕອນໃຕ້ຂອງຟິລິບປິນ ເຜີຍແຜ່ຄລິບວິດີໂອຂົ່ມຂູ່ຂ້າຕົວປະກັນຊາວການາດາ ແລະ ນອກແວ ອີກ 2 ຄົນທີ່ຍັງລອດຊີວິດ ຫຼັງຫາກໍ່ຂ້າຕັດຫົວທ້າວ ຈອນ ຣິດສເດລ ຊາຍຊາວການາດາ ເພາະຄົບກຳນົດຈ່າຍຄ່າໄຖ່ເມື່ອ 25 ເມສາ.

ນາງ ເຮດໂນ ມາຊູດີ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ລະບຸວ່າທາງການທັງ 3 ປະເທດຈະຮ່ວມກັນປະສານງານຈັດເວນຍາມເຮືອລາດຕະເວນໃນທະເລຊູລູ ແລະ ທະເລເຊເລບີສ ຊຶ່ງເປັນນ່ານນໍ້າສຳຄັນ ມີປະຊາຊົນສັນຈອນຫຼາຍກວ່າ 18 ລ້ານຄົນຕໍ່ປີ ແລະ ຍັງເປັນຊ່ອງທາງຂົນສົ່ງສິນຄ້າຫຼາຍກວ່າ 44 ລ້ານໂຕນໃນແຕ່ລະປີ ຢ່າງໃດກໍຕາມ ໄພຄຸກຄາມຈາການລັກພາຕົວຂອງກຸ່ມອາບູໄຊຢາຟ ສົ່ງຜົນກະທົບຮ້າຍແຮງຕໍ່ການໃຊ້ຊີວິດຂອງປະຊາຊົນ ລວມເຖິງເສດຖະກິດ ແລະ ການທ່ອງທ່ຽວຂອງພື້ນທີ່ໃນຊ່ວງຫຼາຍປີທີ່ຜ່ານມາ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...