spot_img
Homeໂທລະສັບ10 ປະໂຫຍດຈາກສາຍຫູຟັງ I phone ທີ່ທ່ານອາດບໍ່ເຄີຍຮູ້!

10 ປະໂຫຍດຈາກສາຍຫູຟັງ I phone ທີ່ທ່ານອາດບໍ່ເຄີຍຮູ້!

Published on

10 ປະໂຫຍດຈາກສາຍຫູຟັງ I phone
1.) ກົດປຸ່ມກາງ 1 ຄັ້ງ ເພື່ອຫຼິ້ນ ຫຼື ຢຸດເພງ.
2.) ກົດປຸ່ມກາງ 2 ຄັ້ງ ໂດຍຄັ້ງທີ 2ໃຫ້ກົດຄ້າງເອົາໄວ້ ເພື່ອເລື່ອນເພງໄປທາງໜ້າໃຫ້ໄວຂຶ້ນ (Fast-Forward)
3.) ກົດປຸ່ມກາງ 3 ຄັ້ງ ໂດຍຄັ້ງທີ 3 ໃຫ້ກົດຄ້າງເອົາໄວ້ ເພື່ອເປັນການຫຼິ້ນເພງຍ້ອນກັບ (Re wine)
4.) ກົດປຸ່ມກາງ 2 ຄັ້ງ ເພື່ອຫຼິ້ນເພງຖັດໄປ.
5.) ກົດປຸ່ມກາງ 3 ຄັ້ງ ເພື່ອຍ້ອນກັບໄປຫຼິ້ນເພງກ່ອນໜ້ານີ້.
6.) ຫາກມີສາຍໂທເຂົ້າໃຫ້ກົດກາງ 1 ຄັ້ງເພື່ອຮັບສາຍ ແລະ ເມື່ອສົນທະນາສຳເລັດ ກົດກາງ 1 ຄັ້ງ ເປັນການວາງສາຍ.
7.) ຫາກມີສາຍໂທເຂົ້າແຕ່ບໍ່ຢາກຮັບສາຍ ສາມາດກົດປຸ່ມກາງຄ້າງໄວ້ ຈົນກວ່າໄດ້ຍິນສຽງເຕືອນ 2 ຄັ້ງ ຖືວ່າຕັດສາຍສຳເລັດ.
8.) ກໍລະນີກຳລັງຖືສາຍສົນທະນາຢູ່ ແລ້ວມີສາຍໂທຊ້ອນເຂົ້າມາ ໃຫ້ກົດປຸ່ມກາງ 1 ຄັ້ງເພື່ອຮັບສາຍໃໝ່ ແລະ ຫາກຕ້ອງການຕັດສາຍຊ້ອນໃຫ້ກົດປຸ່ມກາງ 2 ຄັ້ງ.
9.) ສັ່ງຖ່າຍຮູບງ່າຍໆ ໂດຍການກົດປຸ່ມເພີ່ມສຽງ 1 ຄັ້ງ (ຢ່າລືມເປີດກ້ອງຂຶ້ນມາກ່ອນເດີພີ່ນ້ອງ) ແລະ ຍັງສາມາດໃຊ້ວິທີດຽວກັນໃນການຖ່າຍວີດີໂອ.
10.) ສຳລັບ iphone 4s ສາມາດກົດປຸ່ມກາງຄ້າງໄວ້ເພື່ອໃຊ້ງານ siri, ສ່ວນ iphone 4 ແມ່ນກົດປຸ່ມກາງ ເພື່ອໃຊ້ງານ voice control.

 

ຂໍ້ມູນຈາກ: ວາລະສານ ມະຫາຊົນ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...