Homeຂ່າວຕ່າງປະເທດໄຟປ່າໄໝ້ລາມເຂົ້າຕົວເມືອງ ຢູ່ປະເທດການາດາ ປະຊາຊົນກວ່າ 8 ໝື່ນຄົນ ອົບພະຍົບໜີຕາຍ!

ໄຟປ່າໄໝ້ລາມເຂົ້າຕົວເມືອງ ຢູ່ປະເທດການາດາ ປະຊາຊົນກວ່າ 8 ໝື່ນຄົນ ອົບພະຍົບໜີຕາຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ພຶດສະພາຜ່ານມານີ້ວ່າ ປະຊາຊົນຊາວການາດາ ປະມານ 80,000 ຄົນ ທີ່ອາໄສຢູ່ເມືອງຟອດແມັກເມີເຣ ລັດແອນເບີຕາ ປະເທດການາດາ ກຳລັງຂຸ້ນຂ້ຽວອົບພະຍົບໜີຕາຍ ຈາກເຫດການໄຟປ່າໄໝ້ລາມເຂົ້າເຂດຕົວເມືອງ ໂດຍໄຟໄໝ້ປ່າຄັ້ງນີ້ ໄດ້ເລີ່ມຈາກພື້ນທີ່ທາງ ພາກຕາເວັນຕົກສຽງໃຕ້ ແລ້ວໄໝ້ລາມເຂົ້າສູ່ເຂດໃຈກາງເມືອງ ເຮັດໃຫ້ບາງພື້ນທີ່ມີຄວາມເສຍຫາຍເຖິງ 80%.

ດ້ານເຈົ້າໜ້າທີ່ມອດໄຟການາດາ ໄດ້ຖືກສົ່ງເຂົ້າດຳເນີນການມອດໄຟຢ່າງຮີບດ່ວນ ກວມເອົາບໍລິເວນພື້ນທີ່ກວ່າ 26.5 ຕາລາງກິໂລແມັດ ໃນຂະນະທີ່ເຈົ້າໜ້າທີ່ທະຫານ ກໍໄດ້ສົ່ງກຳລັງເຂົ້າໃຫ້ຄວາມຊ່ວຍເຫລືອແກ່ປະຊາຊົນ ຊຶ່ງຄາດວ່າ ອາດຕ້ອງໃຊ້ເວລາອີກ 2 ມື້ ຈົນກວ່າຈະສາມາດຄວບຄຸມສະຖານະການໄວ້ໄດ້.

JRBDhRTLFsqpfYpj191AG802chSTiLr JRBDhRTLFsqpfYpj191AG802chSTiSv JRBDhRTLFsqpfYpj191AG802chSTiY5

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...