Homeຂ່າວເຫດການມອບ-ຮັບ ໜ້າທີ່ ປະທານກໍາມາທິການຂອງ ສະພາແຫ່ງຊາດ ຫລາຍຕໍາແໜ່ງ!

ມອບ-ຮັບ ໜ້າທີ່ ປະທານກໍາມາທິການຂອງ ສະພາແຫ່ງຊາດ ຫລາຍຕໍາແໜ່ງ!

Published on

ຂປລ. ​ວັນ​ທີ 4 ພຶດສະພາ ນີ້ ຢູ່​ສະພາ​ແຫ່ງ​ຊາດ​ ໄດ້​ຈັດ​ພິທີ​ ມອບ–ຮັບ​ ໜ້າ​ທີ່​ປະທານ​ ກໍາມາ​ທິການ​ ຂອງ​ສະພາ​ແຫ່ງ​ຊາດ ຫລາຍ​ຕໍາ​ແໜ່​ງ ລະຫວ່າງ ທ່ານ ພົນ​ຈັດຕະວາ ວິ​ໄລ ດວງ​ມະນີ ປະທານ​ກໍາມາ​ທິການ ​ປກຊ–ປກສ ຜູ້​ເກົ່າ ​ແລະ ທ່ານ ພົນ​ຈັດຕະວາ ຄໍາ​ສຸກ ອີນທະ​ວົງ ປະທານ​ກໍາມາ​ທິການ ​ປກຊ–ປກສ ຜູ້​ໃໝ່, ທ່ານ ຄໍາ​ຊາວ ​ໄກ​ຊົງ ອະ​ດີດ​ຮັກສາ​ການ​ ປະທານ​ກໍາມາ​ທິການ​ ບັນດາ​ເຜົ່າ ຜູ້​ເກົ່າ ​ແລະ ທ່ານນາງ ບົວພັນ ລິ​ໄກ​ຢາ ປະທານ​ກໍາມາ​ທິການ ​ບັນດາ​ເຜົ່າຜູ້​ໃໝ່ ​ໃຫ້​ກຽດ​ເຂົ້າຮ່ວມ​ ໂດຍ​ທ່ານ ພົນ​ໂທ ​ແສງ​ນວນ ​ໄຊ​ຍະ​ລາດ ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ ​ສະພາ​ແຫ່ງ​ຊາດ, ມີ​ບັນດາ​ຫົວໜ້າ​ກົມ, ຮອງ​ກົມ ​ແລະ ພະນັກງານ​ວິຊາ​ການ ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

​ໃນ​ໂອກາດ​ນີ້, ທ່ານ ພົນ​ໂທ ​ແສງ​ນວນ ​ໄຊ​ຍະ​ລາດ ​ໄດ້​ໃຫ້​ກຽດ​ໂອ້​ລົມ​, ໄດ້​ສະ​ແດງ​ຄວາມ​ຍ້ອງ ຍໍ​ ຊົມ​ເຊີຍຕໍ່ຜົນງານ ​ທີ່​ບັນດາ​ ກໍາມາ​ທິການ ສາມາດ​ຍາດ​ມາ​ໄດ້​ ໃນ​ໄລຍະ​ທີ່​ຜ່ານ​ມາ ​ແລະ ​ເພື່ອ​ເປັນ​ການ​ສືບ ຕໍ່​ເສີມ​ຂະຫຍາຍຊີ້​ນໍາ​ ນໍາພາ​ວຽກງານ​ຂອງກໍາມາ​ທິການ ​ໃຫ້​ມີຜົນສຳ​ເລັດ​ອັນ​ໃໝ່​ ໃຫຍ່ຫລວງກວ່າ​ເກົ່າ​ນັ້ນ  ຕ້ອງສືບຕໍ່ ​ເອົາ​ໃຈ​ໃສ່​ ປັບປຸງ​ກົງຈັກ​ການຈັດ​ຕັ້ງ ​ໃນ​ກໍາມາ​ທິການ ​ໃຫ້​ມີ​ຄວາມ​ກະທັດ​ລັດ, ສົມ​ເຫດ​ສົມ​ຜົນ, ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ສູງ, ເອົາ​ໃຈ​ໃສ່​ປັບປຸງ ​ລະບຽບ​​ການ​ເຄື່ອນ​ໄຫວ ​ຂອງ​ກໍາມາ​ທິການ​ ໃຫ້​ສອດຄ່ອງ​ກັບ ​ກົດໝາຍ​ສະພາ​ແຫ່ງ​ຊາດ ​ສະ​ປັບ​ປັບປຸງ 2015, ສອດຄ່ອງ​ກັບ​ໜ້າ​ທີ່​ ການ​ເມືອງ​ໄລຍະ​ໃໝ່, ຕ້ອງ​ຢຶດຖືຫລັກການ​ ປະຊາທິປະ​ໄຕ ​ເຮັດ​ວຽກ​ເປັນໝູ່ຄະນະ, ບຸກຄົນ​ຮັບຜິດຊອບ, ​ໃກ້​ສິດແຖ​ດ​ເຖິງ​​ ຮາກ​ຖານຕົວ​ຈິງ ​ເພື່ອ​ຮັບປະກັນ​ ເຮັດ​ໃຫ້​ການ​ລາຍ​ງານ ​ແລະ ສະໜອງຂໍ້​ມູນ ​ໃຫ້ການ​ນໍາ​ພິຈາລະນາ​ ຮັບຮອງມີ​ຄວາມ​ຊັດ​ເຈນ ຈະ​ແຈ້ງ ອັນ​ສໍາຄັນ​ແມ່ນ ຕ້ອງ​ມີ​ຄວາມ​ສາມັກຄີ​ ເປັນ​ຈິດໜຶ່ງ​ໃຈດຽວກັນ ​ໃນ​ການ​ປະຕິບັດ ໜ້າທີ່​ວຽກງານ “ຢາກ​ມີ​ຄວາມ​ສາມັກຄີ​ນັ້ນ​ ຕ້ອງ​ມີ​ການ​ຕໍ່ສູ້​ເພື່ອ​ຄວາມ​ສາມັກຄີ ​ເພື່ອ​ສ່ວນ​ລວມ ບົນ​ພື້ນຖານ​ຄວາມ​ຮັກ​ແພງ​ກັນ​ ຢ່າງ​ແທ້​ຈິງ ​ເພື່ອ​ຕອບ​ສະໜອງກັບ ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ຄວາມ​ມຸ່ງ​ມາດ​ ປາດ​ຖະໜາຂອງ​ປະຊາຊົນ.

ໃນ ​ຕອນ​ບ່າຍ ​ວັນ​ດຽວ​ກັນ​ນີ້, ໄດ້​ມີ​ພິມ​ອບ-ຮັບ​ໜ້າ​ທີ່​ ປະທານ​ກໍາມາ​ທິການ ກົດໝາຍ ​ແລະ ປະທານ​ ກໍາມາ​ທິການ​ຕ່າງປະ​ເທດ ຢູ່​ສະພາ​ແຫ່ງ​ຊາດ ລະຫວ່າງ ທ່ານ ກຸ​ແກ້ວ ອັກຄະ​ມົນຕີ ປະທານ​ກໍາມາ​ທິການ​ຕ່າງປະ​ເທດ​ຜູ້​ເກົ່າ ​ແລະ ທ່ານ ​ເອກ​ສະຫວ່າງ ວົງ​ວິຈິດ ປະທານ​ກໍາ​ມະ​ທິການ​ຕ່າງປະ​ເທດ​ຜຸ້​ໃໝ່; ທ່ານ ດາວ​ອນ ຫວ່າງວິຈິດ ປະທານ​ກໍາມາ​ທິການ​ ກົດໝາຍ​ຜູ້​ເກົ່າ ​ແລະ ທ່ານ ສາຍທອງ ​ແກ້ວ​ດວງ​ດີ ປະທານ​ກໍາມາ​ທິການ​ກົດໝາຍ​ຜູ້​ໃໝ່.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...