spot_img
Homeປະຊາສຳພັນກິດຈະກຳແຂ່ງຂັນແຕ້ມຮູບຊ້າງ

ກິດຈະກຳແຂ່ງຂັນແຕ້ມຮູບຊ້າງ

Published on

ຄລາວ ພລາຊາ ວຽງຈັນ ພວກເຮົາໄດ້ສ້າງກິດຈະກຳແຂ່ງຂັ້ນແຕ້ມຮູບຊ້າງ ເພື່ອເປັນການສະແດງເຖິງການຮັກສາອານຸລັກສັດປ່າ. ຊ້າງແມ່ນສັດຄູ່ບ້ານຄູ່ເມື່ອງຂອງຊາວລາວຂອງພວກເຮົາມາແຕ່ດົນນານແລ້ວ ແລະປະຈຸບັນກໍ່ນັບມື້ນັບຫລຸດຫນ້ອຍຖ່ອຍລົງ. ພວກເຮົາມາຮ່ວມກັນແຕ້ມຮູບຊ້າງເພື່ອເປັນການສະແດງເຖິງການອານຸລັກຊ້າງລາວ
ຂອງພວກເຮົາ.

2553
*ວິທີຮ່ວມກິດຈະກຳ:
1. ແຕ້ມຮູບຊ້າງ ແລ້ວ ຖ່າຍຮູບພາບທີ່ທ່ານແຕ້ມ ແລ້ວ Post ລົງ Facebook
2. hashtag # elephantlao (ຮູບແຕ້ມທີ່ທ່ານໂພດລົງຈະປະກົດຢູ່ຫນ້າ Page ຄລາວ ພລາຊາ ຂອງພວກເຮົາ)

**ຫຼັງຈາກນັ້ນ ພວກເຮົາຈະຄັດເລືອກເອົາຮູບແຕ້ມທີ່ທ່ານໂພດດ້ວຍການໂວດ ຫລື ຈຳນວນ Like ຂອງແຂກທີ່ມາພັກທີ່ໂຮງແຮມຂອງພວກເຮົາ.

**ຜູ້ທີ່ຊະນະໃນກິດຈະກຳນີ້ ຈະໄດ້ຮັບລາງວັນອັນສຸດພິເສດຈາກ ຄລາວ ພລາຊາ ຂອງພວກເຮົາ. ຢ່າພາດກິດຈະກຳດີໆແບບນີ້ ແລະ ທີ່ສຳຄັນພວກເຮົາມາຮ່ວມກັນນຳເອົາຊ້າງລາວກັບສູ່ເມືອງລາວຂອງພວກເຮົາ ຢ່າງຫນ້ອຍກໍ່ເປັນການສະແດງເຖິງການອານຸລັກຊ້າງລາວບໍ່ໃຫ້ຫລຸດຫນ້ອຍຖ່ອຍລົງ.

ໂທສອບຖາມຂໍ້ມູນເພີ່ມເຕີມ: 030 90 82 386

ຂ່າວຈາກເພສ: Crowne Plaza Vientiane

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...