Homeຂ່າວການພັດທະນາລັດຖະບານລາວ-ຈີນໄດ້ເຊັນສັນຍາການຮ່ວມມືຫລາຍສະບັບ

ລັດຖະບານລາວ-ຈີນໄດ້ເຊັນສັນຍາການຮ່ວມມືຫລາຍສະບັບ

Published on

738

ໃນວັນທີ 4 ເມສາ 2016 ທີ່ ສປ.ຈີນ, ລັດຖະບານລາວ-ຈີນໄດ້ເຊັນສັນຍາການຮ່ວມມືໃນເອກະສານຫລາຍສະບັບ ໃນນັ້ນປະກອບມີດັ່ງນີ້:

1.ສັນຍາຮ່ວມມືດ້ານເສດຖະກິດ-ເຕັກນິກລະຫວ່າງລັດຖະບານລາວ-ຈີນ,

2. ວຽກງານຈັດກອງປະຊຸມສຸດຍອດອາຊຽນ,

3. ໂຄງການຊ່ວຍເຫລືອວັດຖຸປ້ອງກັນ ແລະ ຄວບຄຸມການລະບາດຕັກແຕນຢູ່ລາວ,

4. ໂຄງການຊຸກຍູ້ຂະແໜງການຜະລິດ ແລະ ການລົງທຶນ,

5. ການສະໜອງສິນເຊື່ອໃຫ້ແກ່ໂຄງການກໍ່ສ້າງພື້ນຖານໂຄງລ່າງເຂດພັດທະນາແບບກວມລວມເມືອງໄຊເຊດຖາ,

6. ໂຄງການກໍ່ສ້າງເຂດນິຄົມອຸດສາຫະກໍາປຸງແຕ່ງໂລຈິດສະຕິກປອດພາສີສາກົນບໍ່ເຕນ,

7. ໂຄງການກໍ່ສ້າງສາຍສົ່ງໄຟຟ້າ ແລະອື່ນໆ.

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...