spot_img
Homeຂ່າວພາຍ​ໃນສານຊົມເຊີຍຈາກນາຍົກ ສະຫະພັນຣັດເຊຍ ໄດ້ສົ່ງເຖິງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ

ສານຊົມເຊີຍຈາກນາຍົກ ສະຫະພັນຣັດເຊຍ ໄດ້ສົ່ງເຖິງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ

Published on

ທ່ານ ດີມີຕຣີ ເມດເວເດັບ ນາຍົກລັດຖະມົນຕີແຫ່ງສະ ຫະພັນຣັດເຊຍ ໄດ້ສົ່ງສານຊົມເຊີຍເຖິງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຊຶ່ງມີເນື້ອໃນດັ່ງນີ້:

ຕາງໜ້າລັດຖະບານແຫ່ງ ສະຫະພັນ ຣັດເຊຍ ແລະ ໃນ ນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງທ່ານ ທີ່ໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດ ຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຣັດເຊຍ ແລະ ລາວ ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ຍາວນານ, ການພົວພັນຮ່ວມມືຊຶ່ງກັນ ແລະ ກັນດ້ານເສດຖະກິດ, ການຄ້າ, ພະລັງງານ, ວິທະຍາສາດ – ເຕັກນິກ, ວັດທະນະທຳ ແລະ ມະນຸດສະທຳ ໄດ້ຮັບການຂະຫຍາຍຕົວເປັນກ້າວໆພ້ອມທັງບັນດາໂຄງການຮ່ວມກັນໄດ້ຮັບການຈັດຕັ້ງ ປະຕິບັດດ້ວຍ ຜົນ ສຳເລັດດີ.
ຂ້າພະເຈົ້າ ກຽມພ້ອມຢ່າງຕັ້ງໜ້າ ທີ່ຈະເຮັດວຽກກັບທ່ານ ເພື່ອສືບຕໍ່ຊຸກຍູ້ການຮ່ວມມືຮອບດ້ານ ລະຫວ່າງຣັດເຊຍ ແລະ ລາວ.

ຂ້າພະເຈົ້າ ຂໍອວຍພອນມາຍັງ ທ່ານນາຍົກລັດຖະມົນຕີຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ຮັບຜິດຊອບຂອງທ່ານທຸກປະການ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...