Homeນານາສາລະລັກສະນະອາການຂອງຄົນສາຍຕາສັ້ນ, ສາຍຕາຍາວ, ສາຍຕາອຽງ ກວດວັດສາຍຕາດ້ວຍຕົວເອງ

ລັກສະນະອາການຂອງຄົນສາຍຕາສັ້ນ, ສາຍຕາຍາວ, ສາຍຕາອຽງ ກວດວັດສາຍຕາດ້ວຍຕົວເອງ

Published on

ວັນນີ້ເຮົາມີວິທີການກວດວັດສາຍຕາດ້ວຍຕົວເອງມາຝາກ ເມື່ອອ່ານແລ້ວທ່ານຈະຮູ້ວ່າຕອນນີ້ສາຍຕາທ່ານຕອນນີ້ມີອາການເປັນແນວໃດ!…

ບັນຫາສາຍຕາທີ່ພົບເຫັນ ແລະ ເຂົ້າໃນກັນວ່າສັ້ນ ຍາວ ອຽງ ນັ້ນ ເກີດຈາກການຫັກມຸມແສງຈາກວັດຖຸແລ້ວຕົກລົງບໍ່ພໍດີເທິງຈໍປະສາດຕາມ ເຮົາສາມາດແຍກອອກເປັນ 2 ຊະນິດຕາມລັກສະນະຂອງການໃຊ້ສາຍຕາກໍ່ຄື: ສາຍຕາໃນການເບິ່ງເຫັນໄກ ແລະ ສາຍຕາເບິ່ງເຫັນໃກ້

6556

ອາການທີ່ສະແດງວ່າເປັນສາຍຕາສັ້ນ (Myopia)
ອາການທີ່ສະແດງວ່າເປັນສາຍຕາສັ້ນ ໄດ້ແກ່: ເບິ່ງໜ້າຄົນໃນໄລຍະໄກເຫັນເປັນພາບບໍ່ຊັດເຈນ ເບິ່ງປ້າຍລົດທີ່ແລ່ນຜ່ານບໍ່ເຫັນຕົວໜັງສື, ອ່ານໜັງສືໃນໄລຍະໃກ້ຈິ່ງຄ່ອຍເຫັນ ຫຼື ຕ້ອງການແສງສະຫວ່າງຫຼາຍກ່ວາປົກກະຕິໃນການອ່ານໜັງສື ຫຼື ເຮັດວຽກ ມັກຊີຕາເພື່ອໃຫ້ເບິ່ງເຫັນແຈ້ງຂຶ້ນ

5522

ອາການທີ່ສະແດງວ່າເປັນສາຍຕາຍາວ (Hyperopia)
ອາການທີ່ສະແດງວ່າເປັນສາຍຕາຍາວ ໄດ້ແກ່: ເບິ່ງໄກໄດ້ດີ ແຕ່ເມື່ອເບິ່ງໃກ້ເຂົ້າໃນໄລຍະໜຶ່ງຈະຮູ້ສຶກບໍ່ສະບາຍຕາ ມີອາການແສບຕາ, ປວດຕາ, ເມື່ອຍຕາ, ເຫງົານອນ

13726503901372650425l

ອາການທີ່ສະແດງວ່າເປັນສາຍຕາອຽງ
ອາການທີ່ສະແດງວ່າເປັນສາຍຕາອຽງ ໄດ້ແກ່: ຖ້າສາຍຕາອຽງສູງການເບິ່ງເຫັນຈະບໍ່ຊັກເຈນທັງໄລຍະໃກ້ ແລະ ໄລຍະໄກ ເຊິ່ງອາການເຫຼົ່ານີ້ແມ່ນເປັນເລື່ອງຂອງກ້າມເນື້ອຕາທີ່ເຮດວຽກຜິດປົກກະຕິ

ເມື່ອ່ານຈົບແລ້ວກໍ່ລອງໄປສັງເກດເບິ່ງວ່າ ສາຍຕາຂອງທ່ານຕອນນີ້ກຳລັງມີອາການແບບ 1 ໃນ3 ຂໍ້ ທີ່ກ່າວມາຂ້າງເທິງນີ້ ຫຼື ບໍ່!…

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...