Homeສຸຂະພາບ ແລະ ສີ່ງແວດລ້ອມເຄັດລັບລ້າງສານພິດຜິວໜັງ ລະບາຍສະສົມໃນຮ່າງກາຍ ງ່າຍໆດ້ວຍເກືອ

ເຄັດລັບລ້າງສານພິດຜິວໜັງ ລະບາຍສະສົມໃນຮ່າງກາຍ ງ່າຍໆດ້ວຍເກືອ

Published on

1223
ສຸຂະພາບວັນນີ້ເຮົາມີເຄັດລັບກ່ຽວກັບການລ້າງສານພິດມາຝາກ ເປັນວິທີທີ່ເຮັດໄດ້ງ່າຍຂັ້ນຕອນບໍ່ຫຍຸ້ງຢາກແຖມເຫັນຜົນເປັນຢ່າງດີ 

ຂັດຜິວດ້ວຍເກືອ 

– ການຂັດຜິວດ້ວຍເກືອຈະເປັນການຊ່ວຍຂັດເຊລຜິວທີ່ຕາຍແລ້ວໃນສ່ວນຕ່າງໆຂອງຮ່າງກາຍໃຫ້ຫລຸດອອກແລ້ວເຜີຍຜິວໃໝ່ໃຫ້ເບິ່ງສົດໃສ ເມື່ອສຳພັດຈະຮູ້ສຶກນຸ້ມນຽນຂຶ້ນ ອີກຢ່າງໜຶ່ງເກືອຍັງຊ່ວຍຂັດໄຂມັນ ແລະ ສິ່ງເປິເປື້ອນທີ່ຕິດຕາມຜິວໜັງໃຫ້ຫລຸດອອກອີກດ້ວຍ

ວິທີຂັດຜິວ 

1. ໃຫ້ທ່ານອາບນ້ຳໃຫ້ສະອາດໃຊ້ມືລູບນ້ຳອອກຈາກຕົວໃຫ້ຜິວພໍໝາດໆ

2. ໃຊ້ເກືອທະເລທີ່ສາມາດຫາຊື້ໄດ້ຕາມຕະຫຼາດ ຫຼື ໃນຫ້າງສັບພະສິນຄ້າ ມາເທລົງຝາມື

3. ໃຊ້ມືຖູ ແລະ ຂັດເບົາໆ

4. ຄ່ອຍໆຂັດເບົາໆໄປຕາມສ່ວນຕ່າງໆຂອງຮ່າງກາຍ

5. ເມື່ອຂັດທຸກສ່ວນຂອງຮ່າງກາຍແລ້ວໃຫ້ທ່ານລ້າງໃຫ້ສະອາດ ໂດຍບໍ່ຕ້ອງໃສ່ສະບູ ຫຼື ຄີມອາບນ້ຳ

6. ເຊັດຕົວໃຫ້ແຫ້ງ ຖ້າມີເຫື່ອອອກບໍ່ຕ້ອງແປກໃຈ ເພາະນັ້ນມັນເກີດຈາກການປະຕິກິລິຍາລະຫວ່າງຜິວໜັງກັບເກືອ ແລະ ສານພິດຕ່າງໆຈະຖືກຂັບອອກມາພ້ອມເຫື່ອ

ຂໍ້ຫ້າມ: ຜູ້ປ່ວຍເປັນໂຣກເບົາຫວານ ແລະ ໂຣກຫົວໃຈບໍ່ຄວນໃຊ້ວິທີນີ້

ບົດຄວາມຫຼ້າສຸດ

ຍທຂ ຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ

ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການ ສະບບັບເລກທີ 19229/ຫກ, ລົງວັນທີ 13 ສິງຫາ 2026 ກ່ຽວກັບການຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ...

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊີ້ນຳວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ໃນຕອນເຊົ້າວັນທີ 12 ສິງຫາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ຊີ້ນຳ ຕໍ່ກອງປະຊຸມວຽກງານສົ່ງເສີມ ແລະ...

ອົງການ NASA ເປີດຮັບສະໝັກອາສາສະໝັກ ເຂົ້າຮ່ວມໂຄງການຈຳລອງການໃຊ້ຊີວິດເທິງດາວອັງຄານ ແລະ ດວງເດືອນ ເປັນເວລາ 1 ປີ.

ເພື່ອສຶກສາຜົນກະທົບຕໍ່ຮ່າງກາຍ ແລະ ຈິດໃຈ ກ່ອນການເດີນທາງໄປອະວະກາດຈິງ ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ຫຼື NASA ໄດ້ປະກາດເປີດຮັບສະໝັກອາສາສະໝັກເພື່ອເຂົ້າຮ່ວມໂຄງການວິໄຈ "Moon and Mars Exploration...

ປັດຈຸບັນ EDL ມີແຫຼ່ງຜະລິດໄຟຟ້າທີ່ສົ່ງເຂົ້າລະບົບ 110 ແຫ່ງ ລວມກຳລັງຕິດຕັ້ງ 5,075 MW ແລະ ກຳລັງຜະລິດຕົວຈິງສູງສຸດ 2,674 MW.

ການດຳເນີນທຸລະກິດ 6 ເດືອນຕົ້ນປີ 2026 ຂອງໄຟຟ້າລາວ ມີທ່າອ່ຽງດີຂຶ້ນ ໂດຍລາຍຮັບເຕີບໂຕ 9.4% ທຽບກັບໄລຍະດຽວກັນຂອງປີ 2025 ຈາກການປັບປຸງໂຄງສ້າງລາຄາໄຟຟ້າ, ການຫຼຸດບັນຫາໄຟຕົກ-ໄຟມອດ ແລະ ການຄວບຄຸມລາຍຈ່າຍບໍລິຫານ. ກອງປະຊຸມສະຫຼຸບການດໍາເນີນທຸລະກິດ...