spot_img
Homeຂ່າວທ້ອງຖິ່ນຫຼວງ​ນໍ້າທາ​ເລັ່ງ​ສ້ອມ­ແປງ​ທາງ​ຫຼວງແຫ່ງ​ຊາດ

ຫຼວງ​ນໍ້າທາ​ເລັ່ງ​ສ້ອມ­ແປງ​ທາງ​ຫຼວງແຫ່ງ​ຊາດ

Published on

ໂຄງ­ການ​ສ້ອມ­ແປງ​ທາງ​ຫຼວງແຫ່ງ​ຊາດ ແລະ​ກໍ່​ກັນ​ເຈື່ອນ​ຢູ່​ພາຍ​ໃນ​ແຂວງ​ຫຼວງ​ນ້ຳ​ທາ​ສຳ­ເລັດ​ແລ້ວ 15% ເພື່ອ​ຮັບ­ປະ­ກັນ​ແກ່​ການ​ຄົມ­ມະ­ນາ­ຄົມ ແລະ​ຂົນ­ສົ່ງ​ໃຫ້​ມີ​ຄວາມ​ສະ­ດວກ​ແກ່ການ​ເຊື່ອມ​ໂຍງ​ກັບ​ບັນ­ດາ​ປະ­ເທດ​ອາ​ນຸພາກ​ພື້ນ​ໃນ​ການ​ພັດ­ທະ­ນາ​ທາງ​ດ້ານເສດ­ຖະ­ກິດ-ສັງ­ຄົມຂອງ​ແຂວງ​ຫຼວງ​ນ້ຳທາ​ໃຫ້​ມີ​ໂສມ​ໜ້າ​ໃໝ່, ຈະ­ເລີນ​ຮຸ່ງ­ເຮືອງຂຶ້ນ​ເລື້ອຍໆ.

ທ່ານ ອຸ­ໄລ​ສັກ ຫັດ­ສະ­ດີ ວິ­ຊາ​ການບໍ­ລິ­ສັດ​ພັນ­ທະ​ມິດ​ກໍ່­ສ້າງ​ຂົວ-ທາງຈຳ­ກັດ​ໃຫ້​ສຳ­ພາດ​ຕໍ່​ນັກ​ຂ່າວ​ວ່າ: ການຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ສ້ອມ­ແປງ​ທາງຫຼວງ​ແຫ່ງ​ຊາດ ແລະ​ກໍ່​ກັນ​ເຈື່ອນ​ຢູ່​ພາຍໃນ​ແຂວງ​ຫຼວງ​ນ້ຳ​ທາ​ແມ່ນ​ມີ​ເສັ້ນ­ທາງ R3,13N ແລະ 3A ຊຶ່ງ​ເລີ່ມ​ກໍ່­ສ້າງ ແລະ ສ້ອມ­ແປງ​ມາ​ແຕ່​ວັນ​ທີ 1 ມີ­ນາ 2016 ແລະ​ໄດ້​ປະ­ຕິ­ບັດ​ໜ້າ​ວຽກ​ຄື: ວຽກ​ສ້ອມ­ແປງ​ໜ້າ​ທາງ,ກໍ່​ກັນ​ເຈື່ອນ ແລະ​ຮ່ອງ​ລະ­ບາຍ​ນ້ຳ​ບາງ​ຈຸດ, ມີ​ຄວາມຍາວ​ຂອງ​ການ​ສ້ອມ­ແປງ​ໜ້າ​ທາງ​ທັງ ຫມົດ 158 ກວ່າ​ກິ­ໂລ­ແມັດ, ຄວາມ​ຍາວຂອງ​ການ​ກໍ່​ກັນ​ເຈື່ອນ 316 ແມັດ, ສະເລ່ຍ​ລວງ​ສູງ 4-8 ແມັດ, ມາ​ຮອດ​ປະ­ຈຸບັນ​ສຳ­ເລັດ 15% ຂອງ​ໜ້າ​ວຽກ​ທັງ ໝົດ, ໂດຍ​ນຳ​ໃຊ້​ກອງທຶນ​ພັດ­ທະ­ນາ​ເສັ້ນທາງ​ປະ­ມານ 34 ຕື້​ກີບ ແລະ​ຄາດ​ວ່າ ໃນ​ທ້າຍ​ເດືອນ​ກໍ­ລະ­ກົດ 2016 ນີ້​ຈະ​ໃຫ້ ສຳ­ເລັດ 100%.

ທ່ານ ພອນ​ຈິດ ພູນ​ສະ­ຫວ່າງ ວິ­ຊາການ​ຕິດ­ຕາມ​ພາກ​ສະ​ໝາມ​ຂອງ​ຫ້ອງການ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ​ເມືອງ ຫຼວງ​ນ້ຳ​ທາ​ກ່າວ​ວ່າ: ຜ່ານ​ການ​ລົງ​ກວດກາ​ປະ​ເມີນ​ຫນ້າ​ວຽກ​ຕົວ​ຈິງ​ເຫັນ​ວ່າ ການ​ປະ­ຕິ­ບັດ​ໂຄງ­ການ​ກໍ່­ສ້າງ​ດັ່ງ­ກ່າວ ແມ່ນ​ໄດ້​ຕາມ​ມາດ­ຖານ​ຕາມ​ສັນ­ຍາ​ຮັບ ເໝົາ​ຂອງ​ບໍ­ລິ­ສັດ ແລະ​ທາງ​ບໍ­ລິ­ສັດ​ໄດ້ມີ​ຄວາມ​ຫ້າວ­ຫັນ​ຕໍ່​ການ​ປະ­ຕິ­ບັດ​ຂອງໂຄງ­ການ ແລະ​ຍັງ​ໄດ້​ຮຽກ­ຮ້ອງ​ໃຫ້​ບໍ​ລິສັດປະ­ຕິ­ບັດ​ຕາມ​ຂັ້ນ​ຕອນ​ຂອງ​ເຕັກ­ນິກກໍ່­ສ້າງສ້ອມ­ແປງ​ທີ່​ໄດ້​ວາງ​ໄວ້​ໃຫ້​ມີ​ຄຸນນະ​ພາບ ແລະ​ຮັບ­ປະ­ກັນ​ໃນ​ການ​ສັນ­ຈອນໄປ​ມາ​ມີ​ຄວາມ​ສະ­ດວກ​ຂຶ້ນ​ກວ່າ​ເກົ່າ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...