Homeຂ່າວການພັດທະນາສະຫະລັດ-ອົງການອາຫານໂລກສືບຕໍ່ສົງເສີມໂຄງການອາຫານໃນ ສປປ ລາວ

ສະຫະລັດ-ອົງການອາຫານໂລກສືບຕໍ່ສົງເສີມໂຄງການອາຫານໃນ ສປປ ລາວ

Published on

ອາທິດຜ່ານມານີ້, ຄະນະຜູ້ແທນຈາກກະຊວງກະສິກໍາຂອງສະຫະລັດອາເມລິກາ (USDA) ແລະ ກະຊວງ ສຶກສາ ທິການ ແລະ ກິລາ ແຫ່ງສປປ ລາວ ໄດ້ສຳເລັດການການຢ້ງມຢາມບັນດາໂຮງຮຽນທີ່ໄດ້ຮັບການສະໜັບສະໜູນຈາກໂຄງການສາກົນດ້ານການສະບຽງອາຫານເພື່ອການສຶກສາ ແລະ ໂພສານາການແກ່ເດັກ (McGovern–Dole International Food for Education and Child Nutrition Program) ໂດຍຜ່ານການຈັດຕັ້ງປະຕິບັດຂອງອົງການອາຫານໂລກ(WFP)ຢູ່ແຂວງພາກເໜືອຂອງ ສປປ ລາວ.

ການລົງຕິດຕາມຂອງຄະນະຜູ້ແທນຄັ້ງນີ້ແມ່ນລົງຢ້ຽມຢາມໂຮງຮຽນ 5 ແຫ່ງຢູ່ແຂວງອຸດົມໄຊ ທີ່ໄດ້ຮັບການຊ່ວຍເຫລືອຈາກອົງການອາຫານໂລກ. ແຂວງອຸດົມໄຊເປັນແຂວງໜຶ່ງທີ່ມີອັດຕາການຂາດສານອາຫານຊໍາເຮື້ອຫລາຍພໍສົມຄວນໃນສປປ ລາວ ເຊິ່ງງກວມເອົາ 50% ຂອງເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ. ໃນໂອກາດດັ່ງກ່າວນີ້, ທ່ານ ສາຣາ ກໍດອນ ກິບສັນ ຜູ້ອຳນວຍການອົງການອາຫານໂລກແຫ່ງສປປ ລາວໄດ້ກ່າວວ່າ: ການສືບຕໍ່ໃຫ້ການຊ່ວຍເຫລືອຈາກລັດຖະບານສະຫະລັດອາເມລິກາດ້ານໂຄງການສະບຽງອາຫານສຳລັບໂຮງຮຽນໃນສປປ ລາວ ໂດຍຜ່ານໂຄງການ (McGovern-Dole Food for Education Program) ແມ່ນໄດ້ສະທ້ອນເຖິງຄວາມໝາຍໝັ້ນຂອງສະຫະລັດອາເມລິກາທີ່ໄດ້ເອົາໃຈໃສ່ຕໍ່ອະນາຄົດຂອງເດັກນ້ອຍ.

ພ້ອມນີ້ ທ່ານ ໄມເຄີນ ຄາຮູນ ຜູ້ຊ່ວຍຮອງຜູ້ບໍລິຫານກະຊວງກະສິກໍາຂອງສະຫະລັດອາເມລິກາດ້ານການບໍລິການກະຊິກຳຕ່າງປະເທດໄດ້ກ່າວວ່າ: ການສະໜອງອາຫານທີ່ມີໂພສະນາການໃຫ້ແກ່ເດັກນ້ອຍໃນສປປ ລາວ ຖືເປັນບູລິມາສິດຂອງກະຊວງກະສິກໍາຂອງສະຫະລັດອາເມລິກາເພື່ອຮັບປະກັນໃຫ້ເດັກນ້ອຍທີ່ໄດ້ຮັບອາຫານທີ່ດີ ພຽງພໍ ແລະ ພວກເຂົາຈະເຕີບໃຫຍ່ ແລະ ແຂງແຮງ. ພວກເຂົາຈະເຫລົ່ານີ້ຈະມີໂອກາດໃນການຈົບການສຶກສາ, ແຂງແຮງ ແລະ ມີອະນາຄົດທີ່ດີໃນການສ້າງສາພັດທະນາປະເທດລາວໃຫ້ມີຄວາມຈະເລີນຮຸ່ງເຮືອງເປັນກ້າວໆ.

ນັບຕັ້ງແຕ່ປີ 2008 ໂດຍຜ່ານກະຊວງກະສິກໍາຂອງສະຫະລັດອາເມລິກາ (USDA), ລັດຖະບານສະຫະລັດອາເມລິ ກາໄດ້ໃຫ້ການສະໜັບສະໜູນອົງການອາຫານໂລກດ້ານໂຄງການອາຫານສຳລັບໂຮງຮຽນໃນສປປ ລາວ, ທັງໄດ້ປະກອບສ່ວນທຶນ 47 ລ້ານໂດລາສະຫະລັດໃນການສະຕອບສະໜອງເຂົ້າໃນໂຄງການອາຫານເຊົ້າ ແລະ ສວາຍໃຫ້ແກ່ເດັກນ້ອຍຈຳນວນ 150,000 ຄົນໃນຈຳນວນ1.500ໂຮງຮຽນຈົນເຖິງປີ 2017. ອົງການອາຫານໂລກໄດ້ເຮັດວຽກຮ່ວມກັນກັບລັດຖະບານສປປ ລາວ ການຈັດຕັ້ງປະຕິບັດເຂົ້າໃນໂຄງການອາຫານສຳລັບໂຮງຮຽນໃຫ້ສໍາເລັດຜົນສູງ.

ແນວໃດກໍດີ ໂຄງການອາຫານໂລກມີການດຳເນີນການສະໜອງອາຫານທີ່ມີໂພສະນາການໃຫ້ແກ່ນັກສຶກສາໃນບັນດາໂຮງຮຽນໃນປີ 2016 ແລະ ຈະສືບຕໍ່ຂະຫຍາຍໂຄງການອາຫານເຮັດສວນຜັກໃນໂຮງຮຽນ, ພັດທະນາລະບົບນໍ້າ ແລະ ສ້າງຄວາມເຂັ້ມແຂງໃຫ້ຄູ່ຮ່ວມງານຂອງລັດຖະບານ ແລະ ຊຸມຊົນເພື່ອຮັບປະການດ້ານຄຸນນະພາບ, ຄວາມເປັນເຈົ້າການ, ແລະ ຄວາມຍືນຍົງຂອງໂຄງການ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...