Homeນານາສາລະວິທີການປູກໝາກຫຸ່ງ

ວິທີການປູກໝາກຫຸ່ງ

Published on

ໝາກ­ຫຸ່ງ ເປັນ​ພືດ​ລົ້ມ​ລຸກ­ຂະໜາດ​ກາງ, ລຳ­ຕົ້ນ​ມີ​ລັກ­ສະ­ນະອວບ​ນ້ຳ, ເປັນ​ພືດ​ທີ່​ປູກ​ງ່າຍ ແລະໃຫຍ່​ໄວ, ເປັນ​ໝາກ​ໄດ້​ຕະ­ຫຼອດປີ.

ໂດຍ​ທົ່ວ​ໄປ​ໝາກ­ຫຸ່ງ​ເປັນພືດ​ທີ່ ບໍ່​ຄ່ອຍ​ມີ​ແມງ­ໄມ້​ລົບ​ກວນ ແລະສາ­ມາດ​ປູກ ໄດ້​ໃນ​ດິນ​ທົ່ວ​ໄປ​ແຕ່ຕ້ອງ​ເປັນ​ດິນ​ທີ່​ມີ​ການ​ລະ­ບາຍ​ນ້ຳ ໄດ້​ດີ.

ໝາກ­ຫຸ່ງ ກິນ​ໄດ້​ທັງ​ສຸກ ແລະດິບ, ໝາກ​ດິບ​ກໍ່​ສາ­ມາດ​ນຳ­ໄປ​ປະກອບ​ອາ­ຫານ​ໄດ້​ຫຼາຍ​ຢ່າງ​ເຊັ່ນ: ຕຳ​ສົ້ມ​ໝາກ­ຫຸ່ງ, ເຮັດ​ດອງ ແລະນຳ­ໄປ​ຕົ້ມ ຫຼື ໜຶ້ງ​ກິນ​ກັບ​ນ້ຳແຈ່ວ​ປາ­ແດກ ຫຼື ແຈ່ວ​ປະ­ເພດ​ໃດ ກໍ​ໄດ້​ຕາມ­ໃຈ​ຜູ້​ມັກ, ຈະ​ເອົາ​ໄປ​ຂົົ້ວ ຫຼື ແກງ​ກໍ່​ແຊບ​ຄື​ກັນ.  ສ່ວນ​ໝາກຫຸ່ງ​ສຸກແມ່ນ​ມີ​ຄຸນ​ປະ­ໂຫຍດ​ຫຼາຍຢ່າງ​ຕໍ່​ສຸ­ຂະ­ພາບ​ຂອງ​ຄົນ​ເຮົາ ເພາະ​ໃນ​ໝາກ­ຫຸ່ງ​ສຸກ​ນັ້ນ​ອຸ­ດົມ​ໄປດ້ວຍ​ວິ­ຕາ­ມິນ​ເອ, ບີ1, ບີ2, ແຄລຊຽມ ແລະ​ທີ່​ສຳ­ຄັນ​ຄື: ສານ​ເບ​ຕາ ແຄ​ໂລ​ທີນ​ເປັນ­ສານ​ຕ້ານ​ອະ­ນຸ​ມູນ ອິດ­ສະ­ຫຼະ, ຊ່ວຍ​ບຳ­ລຸງ ແລະ​ເຮັດໃຫ້​ຜີວ­ພັນ​ດີ​ມີ​ຄວາມ​ສວຍງາມ​ຂຶ້ນລວມ​ທັງ​ຊ່ວຍ​ຢັບ​ຢັ້ງ​ຄວາມ​ແກ່ ແລະ​ຮອຍ​ຕີນ­ກາ​ກ່ອນ​ໄວ​ອັນຄວນ. ນອກ​ນັ້ນ, ຍັງ​ຊ່ວຍ​ບຳ­ລຸງ​ອະ​ໄວ​ຍະ​ວະ​ຕ່າງໆ​ຢູ່​ໃນ​ຮ່າງ­ກາຍ​ໄດ້​ດີ ເຊັ່ນ: ຊ່ວຍ​ອາ­ການ​ຫີວ​ນ້ຳ, ບຳ­ລຸງ​ເລືອດ, ບຳ­ລຸງ​ລະ­ບົບ​ປະສາດ, ບຳ­ລຸງ​ສາຍ­ຕາ ແລະ​ທີ່​ສຳ ຄັນ​ໝາກ­ຫຸ່ງ​ສຸກ ຍັງ​ຊ່ວຍ​ໃຫ້​ລະບົບ​ຂັບ​ຖ່າຍ​ເຮັດ​ວຽກ​ໄດ້​ດີ, ແກ້ທ້ອງ­ຜູກ, ປ້ອງ​ກັນ​ໂລກ​ມະ​ເຮັງລຳ​ໃສ້​ໃຫຍ່​ໄດ້​ອີກ​ດ້ວຍ.

  1. ເພດ​ຂອງ​ໝາກ­ຫຸ່ງ:

ຕົ້ນ​ໝາກ­ຫຸ່ງ​ມີ 3 ເພດ​ຄື: ຕົ້ນ ແມ່​ມີ​ລັກ­ສະ­ນະ​ໝາກ​ກົມ​ຍາວ ແລະ​ປ້ອມ, ຕົ້ນ​ກະ­ເທີຍ​ໝາກ​ຈະ ຍາວ ແລະ​ຕົ້ນ​ຜູ້​ມີ​ຊໍ່​ດອກ ເປັນ​ສາຍ ຍາວ, ມີ​ດອກ​ເປັນ​ຈຸ້ມ​ແຕ່​ບໍ່​ເປັນ ໝາກ.

  1. ການ​ເລືອກ​ແນວ​ພັນ:

ການ​ເລືອກ​ແນວ​ພັນ​ແມ່ນ​ໃຫ້ ເລືອກ​ເອົາ​ແກ່ນ​ຈາກ​ຕົ້ນ​ກະ­ເທີຍທີ່​ໃຫ້​ຜົນ​ຜະ­ລິດ​ດີ, ຮູບ​ຮ່າງ​ຂອງ ໝາກ­ຫຸ່ງ​ຈະ​ຕ້ອງ​ງາມ​ດີ, ໃຫ້ ເລືອກ​ເອົາ​ໝາກ​ທີ່​ແກ່​ມີ​ສີ­ເຫຼືອງ ອົມ​ແດງ​ມາ​ບົ່ມ​ໃຫ້​ສຸກ​ໂດຍ​ການ​ຫໍ່ດ້ວຍ​ເຈ້ຍ​ໜັງ­ສື​ພີມ, ເມື່ອ​ໝາກ ຫຸ່ງ​ສຸກ​ດີ​ແລ້ວຈິ່ງ​ຜ່າ​ເອົາ​ແກ່ນ​ມາລ້າງ​ເມືອກ​ຫຸ້ມ​ແກ່ນ​ອອກ ຈາກ ນັ້ນ, ຈິ່ງ​ຕາກ​ໃຫ້​ແຫ້ງ​ແລ້ວ​ເກັບ ໄວ້​ໃຊ້​ເປັນ​ແນວ​ພັນ​ຕໍ່​ໄປ.

  1. ການ​ກຽມ​ດິນ:

ສຳ­ລັບ​ດິນ​ປູກ​ຄວນ​ເປັນ​ດິນ​ຜຸ ຜຸ່ຍ​ປົນ​ດິນ​ໜຽວ, ດິນ​ແຄມ​ແມ່­ນ້ຳ, ດິນ​ໂພນ​ປວກ​ຍິ່ງ​ເປັນ​ການ​ດີ ໃຫ້ນຳ​ເອົາ​ດິນ​ດັ່ງ­ກ່າວ​ມາ​ປະ­ສົມ​ກັບຝຸ່ນ​ຄອກ 1 ສ່ວນ, ຂີ້​ໄກ່ 1 ສ່ວນ ແລະ​ແກບ​ເຜົາ 3 ສ່ວນ, ແລ້ວ​ໃສ່ ຖົງ​ຂະ­ໜາດ 3 x 4 ຊັງ​ຕີ​ແມັດ.

  1. ການ​ກ້າ​ເບ້ຍ:

ໃຫ້​ແຊ່​ແກ່ນ​ໝາກ­ຫຸ່ງ​ແຫ້ງ​ໃນ ນ້ຳ 2 ຄືນ​ແລ້ວ​ນຳ​ແກ່ນ​ໄປ​ກ້າ​ໃສ່ຖົງ​ດຳ​ສຳ­ລັບ​ກ້າ​ເບ້ຍ ຫຼື ຂຸດ​ເປັນໜານ​ກ້າ​ເບ້ຍ​ກໍ່​ໄດ້, ຈາກ​ນັ້ນ, ກໍ່ເອົາ​ແກ່ນ​ທີ່​ແຊ່​ນ້ຳ​ແລ້ວ​ນັ້ນ​ລົງ​ໃສ່ຖົງ​ດຳ​ທີ່​ກຽມ​ໄວ້​ໃຫ້​ໄດ້​ຖົງ​ລະ 3Œ4 ແກ່ນ, ປະ­ມານ 7 ວັນ ກໍ​ຈະເລີ່ມ​ແຕກ​ໜໍ່​ອອກ​ມາ, ເມື່ອ​ເບ້ຍໝາກ­ຫຸ່ງ​ມີ​ອາ­ຍຸ​ໄດ້ 30 ວັນ ໃຫ້​ຈົ່ງ ໄວ້ 1 ຕົ້ນ​ຕໍ່​ຖົງ (ເລືອກ​ເອົາ​ຕົ້ນ ງາມ​ທີ່​ສຸດ​ປະ​ໄວ້) ສ່ວນ​ເບ້ຍ​ທີ່ ເຫຼືອ​ຕ້ອງ​ຖອນ​ອອກ​ຖິ້ມ​ໃຫ້​ໝົດ. ການ​ກ້າ​ເບ້ຍ​ຄວນ​ກ້າ​ເບ້ຍ​ຢູ່​ບ່ອນຮົ່ມ ແລະ​ມີ​ແສງ​ແດດ​ປະ­ມານ 50Œ70%, ຫົດ​ນ້ຳ​ໃຫ້​ສະ​ໝ່ຳ​ສະ­ເໝີ ບໍ່​ໃຫ້​ຊຸ່ມ​ເກີນ​ໄປ.

  1. ວິ­ທີ​ການ​ປູກ:

ເມື່ອ​ເບ້ຍ​ໝາກ­ຫຸ່ງ​ມີ​ອາ­ຍຸ​ໄດ້ 60 ວັນ ສາ­ມາດ​ນຳ­ໄປ​ປູກ​ໄດ້. ໝາກ­ຫຸ່ງ​ເປັນ​ພືດ​ທີ່​ມີ​ລະ­ບົບ​ຮາກ ເລິກ ແລະ​ກວ້າງ, ການ​ປູກ​ແບບ ເປັນ​ຂຸມ​ຄວນ​ໃຊ້​ໄລ­ຍະ​ຫ່າງ​ລະຫວ່າງ​ແຖວ 2Œ2,5 ແມັດ, ຫ່າງລະ­ຫວ່າງ​ຕົ້ນ 2 ແມັດ, ຂຸດ​ຂຸມ ເລິກ 0,5 ແມັດ, ໃສ່​ປຸ໋ຍ​ເຄ​ມີ​ຮອງ ພື້ນ​ຂຸມ​ດ້ວຍ​ສູດ 15Œ-15-Œ15 ອັດຕາ​ສ່ວນ 1 ບ່ວງ​ແກງ​ຕໍ່​ຂຸມ ແລະໃຫ້​ເອົາ​ຝຸ່ນ​ຄອກ, ຝຸ່ນ​ໝັກ​ທີ່​ລະ ລາຍ​ດີ​ແລ້ວ​ໂຮຍ​ທັບ​ຢູ່​ເທິງ​ປຸ໋ຍ​ເຄ ມີ ພ້ອມ​ກັບ​ເອົາ​ດິນ​ໂຮຍ​ທັບ​ບາງໆ ອີກ​ຊັ້ນ​ໜຶ່ງ. ຫຼັງ​ຈາກ​ນັ້ນ, ໃຫ້​ນຳ​ເອົາ​ເບ້ຍ​ໝາກ­ຫຸ່ງ​ມາ​ປູກ​ໃສ່​ຂຸມ​ທີ່​ຕຽມ​ໄວ້, ຖົມ​ດິນ​ໃສ່​ເຫງົ້າ​ຕົ້ນ​ໃຫ້​ພໍ­ດີ​ແລ້ວ​ຢຽບ​ດິນ​ອ້ອມ​ຂ້າງ​ຕົ້ນ​ໃຫ້ ແໜ້ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຕົ້ນ​ໝາກ ຫຸ່ງ​ຕາຍ ພ້ອມ​ກັນ​ນັ້ນ​ກໍ່​ໃຫ້​ເຮັດຫຼັກ​ປັກ​ໝາຍ​ໄວ້​ແລ້ວ​ຫົດ​ນ້ຳ​ໃຫ້​ຊຸ່ມ.

ກ. ການ​ປູກ​ໝາກ­ຫຸ່ງ​ອິນ​ຊີ:

ວິ­ທີ​ການ​ປູກ​ໝາກ­ຫຸ່ງ​ອິນ​ຊີ​ນີ້ ໃຫ້​ໃສ່​ຝຸ່ນ​ຄອກ​ໂດຍ​ສະ­ເພາະ​ແມ່ນ​ຂີ້​ງົວ, ຂີ້​ຄວາຍ ຫ້າມ​ໃຊ້​ຂີ້​ໄກ່​ຟາມ ເພາະ​ມີ​ຢາ​ປະ­ຕິ​ຊີ­ວະ​ນະ​ຕົກ​ຄ້າງ ຫຼາຍ, ຂີ້​ໄກ່​ບ້ານ​ແມ່ນ​ໃຊ້​ໄດ້​ດີ ຫຼື ໃຊ້​ຝຸ່ນ​ຊີ­ວະ​ພາບ​ກໍ່​ຍິ່ງ​ເປັນ​ການ​ດີ (ໄລ່​ລະ 200-Œ300 ກິ​ໂລກ​ຣາມ) ໃຫ້​ໃຊ້​ນ້ຳ​ໝັກ​ຊີ­ວະ​ພາບ ຫຼື ອີ​ເອັມ ສີດ​ພົ່ນ​ໃສ່​ທຸກໆ 10 ວັນ ຫຼື ໃຊ້​ຝຸ່ນ ຄອກ ໄລ່​ລະ 1Œ2 ໂຕນ. ການ​ເລັ່ງຄວາມ​ຫວານ​ໃຫ້​ໝາກ­ຫຸ່ງ​ໃຫ້​ໃຊ້​ຂີ້ ເຈຍ​ຕົ້ນ​ລະ 1Œ2 ກຳ­ມື, ໂດຍ​ເລີ່ມໃສ່​ໃນ​ໄລ­ຍະ​ອອກ­ດອກ ແລະ​ໃສ່ ເດືອນ​ລະ​ເທື່ອ, ສຳ­ລັບ​ໜານ​ປູກ ໃຫ້​ປົກ​ຄຸມ​ດ້ວຍ​ເຟືອງ​ຈະ​ມີ​ຄວາມ​ສຳ­ຄັນ​ຫຼາຍ​ໃນ​ການ​ປູກ​ແບບ​ອິນ​ຊີ.

ຂ. ການ​ເກັບ​ກ່ຽວ:

ຖ້າ​ເກັບ​ໝາກ​ດິບ​ສາ­ມາດ​ເກັບ ໄດ້​ຫຼັງ​ຈາກ​ປູກ​ປະ­ມານ 5Œ6 ເດືອນ, ແຕ່​ຖ້າຈະ​ເກັບ​ໝາກ​ສຸກ ແມ່ນ​ພາຍ­ຫຼັງ​ທີ່​ປູກ​ໄດ້​ປະ­ມານ 8-Œ10 ເດືອນ ຈິ່ງ​ສາ­ມາດ​ເກັບ ກ່ຽວ​ໄດ້, ໃຫ້​ເລືອກ​ເກັບ​ໝາກ​ແກ່ ຫຼື ໝາກ​ທີ່​ໃກ້​ຈະ​ສຸກ​ກໍ​ຄື​ໝາກ​ທີ່​ມີ ສີ­ເຫຼືອງ​ອົມ​ແດງ ຫຼື ເຫືອງ​ແດງ ປົນ​ຂຽວ​ໜ້ອຍ​ໜຶ່ງ​ກໍ​ເກັບ​ໄດ້​ແລ້ວ.

ທັງ​ໝົດ​ນັ້ນ​ແມ່ນ​ການ​ປູກ​ໝາກ­ຫຸ່ງ​ເພື່ອ​ກາຍ­ເປັນ​ການ​ຄ້າ ຈິ່ງ​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ເອົາ­ໃຈໃສ່​ໃນ​ການ​ໃຫ້​ນ້ຳ, ໃສ່​ຝຸ່ນ ແລະ ເບິ່ງ­ແຍງ​ດູ​ແລ​ເປັນ​ພິ­ເສດ, ແຕ່​ຖ້າ ຫາກ​ປູກ​ໄວ້​ເພື່ອ​ກິນ​ໃນ​ຄອບ­ຄົວ​ບໍ່​ຈຳ­ເປັນ​ຕ້ອງ​ປູກ​ຫຼາຍ​ຕົ້ນ​ກໍ​ໄດ້.

ຂໍ້ມູນຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...